ສະຫະລັດ ຈຳກັດການອອກວີຊາ ໃຫ້ຊາວກາປູເຈຍ ຜູ້ທີ່ຖືກກ່າວວ່າ “ບ່ອນທຳລາຍ
ຕໍ່ປະຊາທິປະໄຕ” ແລະການເຄົາລົບນັບຖືສິດທິມະນຸດ.
ໂຄສົກກະຊວງການຕ່າງປະເທດ ທ່ານນາງແຮເດີຣ໌ ນາວເອີຣດ໌ ໄດ້ກ່າວໃນວັນພຸດ
ວານນີ້ ວ່າ ນີ້ແມ່ນຮວມທັງ “ການຍຸບພັກຝ່າຍຄ້ານທາງການເມືອງທີ່ສຳຄັນ
ແລະການເກືອດຫ້າມຜູ້ນຳຂອງພວກເຂົາເຈົ້າຈາກການເລືອກຕັ້ງທາງການເມືອງ.
ການຈັບກຸມຜູ້ນຳພັກຝ່າຍຄ້ານທ່ານເຂັມ ສຸກຂາ ການຈຳກັດຮັດແຄບຕໍ່ກຸ່ມສັງຄົມ
ພົນລະເຮືອນ ແລະການກົດຂີ່ຕໍ່ສື່ມວນຊົນທີ່ເປັນອິດສະຫຼະນຳ.”
ທ່ານນາງ ນາວເອີຣດ໌ ບໍ່ໄດ້ກ່າວຢ່າງສະເພາະເຈາະຈົງວ່າ ແມ່ນກຳປູເຈຍຄົນໃດ ທີ່ຈະ
ຖືກປະຕິເສດຕໍ່ການອອກວີຊາ ບໍ່ໃຫ້ເຂົ້າໃນຍັງສະຫະລັດ ແຕ່ກໍໄດ້ກ່າວວ່າ ກົດລະບຽບ
ການທີ່ວ່ານີ້ ແມ່ນຍັງຈະຂະຫຍາຍອອກໄປຕື່ມ ເຖິງພວກສະມາຊິກຄອບຄົວນຳ.
ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ທີ່ດຳລົງຕຳແໜ່ງມາເປັນເວລາດົນນານ
ແລ້ວນັ້ນ ເບິ່ງຄືວ່າ ແມ່ນພະຍາຍາມທີ່ຈະປາບປາມພວກຝ່າຍຄ້ານ ກ່ອນການລົງ
ຄະແນນສຽງເລືອກຕັ້ງໃນເດືອນກໍລະກົດ ປີໜ້ານີ້.
ສານສູງສຸດກໍໄດ້ຍຸບພັກຝ່າຍຄ້ານໃຫຍ່ທີ່ສຸດ ຄື ພັກກູ້ຊາດກຳປູເຊຍ ໃນເດືອນ
ກັນຍາຜ່ານມານີ້ ແລະໄດ້ຈັບຜູ້ນຳພັກ ທ່ານ ເຂັມ ສຸກຂາ ເຂົ້າຄຸກ.
ລັດຖະບານຂອງທ່ານ ຮຸນເຊນ ຍັງໄດ້ຈຳກັດຮັດແຄບເພີ້ມຂຶ້ນຕໍ່ກຸ່ມສັງຄົມພົນລະ
ເຮືອນ ແລະສິດເສລິີພາບໃນການປາກເວົ້າ ແລະປິດສະຖານີວິທະຍຸກະຈາຍສຽງທີ່
ເປັນພາອັງກິດ ຫຼາຍໆແຫ່ງລົງ ທີ່ຮວມທັງສະຖານີທີ່ອອກອາກາດລາຍການກະຈາຍ
ສຽງຂອງວິທະຍຸສຽງອາເມຣິກາ ແລະເອເຊຍເສລີ ນຳ
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ