ສະຫະລັດກຳລັງຄິດຄືນໃໝ່ກ່ຽວກັບບົດບາດຂອງຕົນໃນການປະຕິບັດງານດ້ານການ
ຮັກສາສັນຕິພາບໃຫ້ອົງການສະຫະປະຊາຊາດຢູ່ທົ່ວທະວີບອາຟຣິກາ ໂດຍທີ່ທ່ານ
ຈອນບອລຕັນ ທີ່ປຶກສາຄວາມໝັ້ນຄົງຂອງຊາດ ປະຈຳທຳນຽບຂາວ ແລະລັດຖະມົນຕີ
ປ້ອງກັນປະເທດ, ທ່ານຈິມ ແມັຕຕິສພາກັນກຳລັງພິຈາລະນາ ເອົາກຳລັງທະຫານຂອງ
ສະຫະລັດ ແລະຊັບພະຍາກອນໄປໃສ່ບ່ອນອື່ນ ແທນ.
ເວລາທີ່ທ່ານບອລຕັນ ໄດ້ວາງນະໂຍບາຍໃໝ່ຂອງລັດຖະບານຕໍ່ອາຟຣິກາໃນວັນພະ
ຫັດວານນີ້ ທ່ານໄດ້ປະກາດວ່າ ສະຫະລັດຈະບໍ່ໃຫ້ການສະໜັບສະໜູນແກ່ “ການປະຕິ
ບັດງານຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ທີ່ບໍ່ມີສະມັດຕະພາບ, ບໍ່ມີຜົນ
ສຳເລັດ ແລະ ແບບບໍ່ມີຄວາມຮັບຜິດຊອບນັ້ນ.”
ໃນຕອນທີ່ທ່ານກ່າວຢູ່ໃນຄຳປາໄສຢູ່ມູນນິທິມໍລະດົກ ຊຶ່ງເປັນອົງການຂອງກຸ່ມຜູ້ຊ່ຽວ
ຊານດ້ານການວາງນະໂຍບາຍ ທີ່ຕັ້ງຢູ່ນະຄອນຫຼວງວໍຊິງຕັນວ່າ “ພວກເຮົາຈະບໍ່ໃຫ້
ການຮັບຮູ້ເຖິງຄວາມຖືກຕ້ອງຊອບທຳຂອງການປະຕິບັດງານ ທີ່ມີການໃຊ້ຈ່າຍເງິນ
ຢ່າງໃຫຍ່ຫຼວງໃຫ້ແກ່ບັນດາປະເທດທີ່ສົ່ງທະຫານທີ່ບໍ່ມີການປະກອບອາວຸດດີທີ່ບໍ່ໄດ້
ໃຫ້ການປ້ອງກັນຢ່າງພຽງພໍແກ່ປະຊາຊົນຢູ່ທາງພາກພື້ນດິນ ທີ່ອາດໄດ້ຮັບຄວາມເສຍ
ຫາຍໄດ້ງ່າຍນັ້ນ.”
ສະຫະລັດເປັນຜູ້ບໍລິຈາກສູງສຸດໃຫ້ແກ່ກຳລັງຮັກສາສັນຕິພາບຂອງອົງການສະຫະ
ປະຊາຊາດ ໂດຍໄດ້ເອົາເງິນເກືອບຮອດນຶ່ງສາມສ່ວນຂອງປີງົບປະມານທີ່ມີ 6.7 ຕື້
ໂດລາ ສຳລັບຊ່ວງວັນທີ 1 ກໍລະກົດ 2018 ຫາ ວັນທີ 30 ມິຖຸນາ 2019. ປີກາຍນີ້
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງນິກີ ເຮລີ ໄດ້
ນຳພາການດຳເນີນຄວາມພະຍາຍາມຂອງລັດຖະບານ ໃນການຕັດຮອນງົບປະມານ
ຮັກສາສັນຕິພາບທັງໝົດ ຊຶ່ງອົງການສະຫະປະຊາຊາດໄດ້ເຫັນພ້ອມໃຫ້ຈຳກັດລົງ
500 ລ້ານໂດລາ.
ເຈົ້າໜ້າທີ່ຄົນນຶ່ງກ່າວຕໍ່ ວີໂອເອ ວ່າ ບັນດາຜູ້ນຳທຳນຽບຫ້າແຈມີແນວຄິດທີ່ຄ້າຍ
ຄືກັນ ໂດຍທີ່ທ່ານແມັຕຕິສ ຫວ່າງມໍ່ໆມານີ້ໄດ້ສະເໜີໃຫ້ຖອນກຳລັງຮັກສາສັນຕິ
ພາບຂອງສະຫະລັດທັງໝົດອອກມາລີ.
ທຳນຽບຫ້າແຈໄດ້ຊັ່ງຊາຄືນໃໝ່ການເອົາທະຫານຂອງຕົນໄປປະຈຳ ແລະປະຕິບັດ
ງານຢູ່ອາຟຣິການັບຕັ້ງແຕ່ມີການລອບຍິງຢູ່ໃນໄນເຈໃນປີກາຍນີ້ ທີ່ໄດ້ສັງຫານຊີວິດ
ຂອງທະຫານສະຫະລັດ 4 ຄົນ, ທະຫານໄນເຈີ 4 ຄົນ ແລະນາຍພາສາຄົນໄນເຈີ
ເຣຍຄົນນຶ່ງຕາຍ.