ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍອດ​ຂາຍ​ຍ່ອຍ​ ​ແລະ​ເງິນ​ເຟີ້ ໃນ​ ສຫລ ​​ຖີບ​ຕົວ​ສູງ​ຂຶ້ນ ​ຫວ່າງ​ມໍ່ໆ​ມາ​ນີ້


ພາບ​ຂອງຜູ້​ຄົນ ທີ່​ອອກ​ມາ​ຈັບ​ຈ່າຍ​ຊື້​ຂອງ ທີ່​ຍ່າງ​ຜ່ານ ຮ້ານ ສັບພະ​ສິນຄ້າ Sears ​ໃນ​ນະຄອນ Pittsburgh, ວັນ​ທີີ 8, 2017.
ພາບ​ຂອງຜູ້​ຄົນ ທີ່​ອອກ​ມາ​ຈັບ​ຈ່າຍ​ຊື້​ຂອງ ທີ່​ຍ່າງ​ຜ່ານ ຮ້ານ ສັບພະ​ສິນຄ້າ Sears ​ໃນ​ນະຄອນ Pittsburgh, ວັນ​ທີີ 8, 2017.

ຍອດການ​ຂາຍ​ຍ່ອຍ​ ​ແລະ​ເງິນ​ເຟີ້ໃນ​ສະຫະລັດ ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ ​ໃນ​ເດືອນ​ມັງກອນ
ຜ່ານ​ມາ​ນີ້ ຊຶ່ງ​ເປັນ​ການ​ກະ​ຕຸ້ນ ​ໃຫ້​ທະນາຄານ​ກາງ​ສະຫະລັດ ​ເພີ່ມອັດຕາ​ດອກ​ເບ້ຍ.

ຍອດການ​ຂາຍ​ຍ່ອຍ ​ໄດ້​ເພີ່ມ 0.25 ​ເປີ​ເຊັນ ​ໃນ​ຮອບ​ເດືອນແລ້ວ. ນັກ​ເສດຖະສາດ​ຂອງທະນາຄານ PNC ທ່ານ Gush Faucher ກ່າວ​ວ່າ ການ​ເພີ່ມ​ຂຶ້ນ​ນີ້ ​ແມ່ນ​ພາກ
ສ່ວນ​ນຶ່ງ​ຂອງ​ການປັບປຸງ​ຂອງ​ຕະຫຼາດແຮງ​ງານ ​ໂດຍ “ມີໜ້າ​ວຽກ​ແລະ​ການ​ເພີ່ມ​ເງິນ​
ຄ່າ​ຈ້າງ”
​ໃນ​ຂະນະ​ທີ່ພວກ​ຄົນ​ງານ ຫາ​ຍາກ​ຂຶ້ນນັ້ນ.

ນັກ​ເສດຖະສາດ ຈັບ​ຕາ​ເບິ່ງຍອດການ​ຂາຍ​ຍ່ອຍ ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​
ພວກ​ຜູ້​ບໍລິ​ໂພ​ກ ທີ່​ພາ​ໃຫ້​ເສດຖະກິດສະຫະລັດໝູນວຽນ​ໄດ້.

ປະທານ​ທະນາຄານ​ກາງ ທ່ານ​ນາງ Janet Yellen ລໍ​ໃຫ້​ການລາຍ​ງານລາຍໄຕ​ມາດ ປະຈຳ​ປີ ​ກອງ​ປະຊຸມ​ຄະນະ​ກຳມະການ​ການ​ເງິນ​ໃນ​ນະຄອນ​ວໍ​ຊີງ​ຕັນ, 15 ກຸມພາ, 2017.
ປະທານ​ທະນາຄານ​ກາງ ທ່ານ​ນາງ Janet Yellen ລໍ​ໃຫ້​ການລາຍ​ງານລາຍໄຕ​ມາດ ປະຈຳ​ປີ ​ກອງ​ປະຊຸມ​ຄະນະ​ກຳມະການ​ການ​ເງິນ​ໃນ​ນະຄອນ​ວໍ​ຊີງ​ຕັນ, 15 ກຸມພາ, 2017.




ລາຍ​ງານອີກສະບັບ​ນຶ່ງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລາຄາ​ສິນຄ້າຂອງ​ຜູ້​ບໍລິ​ໂພ​ກ ໄດ້​ເພີ່ມ​ຂຶ້ນ
​ຢ່າງ​ວ່ອງ​ໄວ ​ໃນ​ຮອບ​ເກືອບ 4 ປີ ດ້ວຍ 0.6 ​ເປີ​ເຊັນ ​ໃນ​ເດືອນ​ມັງກອນ ​ແລະ 2.5 ​ເປີ​ເຊັນ ​
ໃນຮອບ​ປີ​ທີ່​ຜ່ານ​ມາ.

ທະນາຄານ​ກາງ​ສະຫະລັດ ​ແມ່ນ​ກຳລັງ​ເຮັດ​ວຽກເພື່ອ​ຮັກສາ​ ໃຫ້ລາຄາ​ສິນຄ້າ​ສູງ​ຂຶ້ນ ​
ໃນ​ລະດັບ​ປານ​ກາງ ​ໃນ​ອັດຕາ 2 ​ເປີ​ເຊັນຕໍ່​ປີ ​ແລະ​ສາມາດ​ທີ່​ຈະ​ຂຶ້ນອັດຕາ​ດອກ​ເບ້ຍ
ເພື່ອເຮັດ​ໃຫ້​ເງິນ​ເຟີ້ຕ່ຳລົງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ


XS
SM
MD
LG