ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເລີ້ມຄືນໃໝ່ ການຖິ້ມລົງເຄື່ອງຊ່ວຍເຫຼືອ ເຂົ້າໄປໃນເຂດພາກເໜືອຂອງ ກາຊາ


ແຟ້ມພາບ - ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ ຢູ່ໃນເຮືອບິນຂົນສົ່ງລຳນຶ່ງ ແມ່ນພ້ອມທີ່ຈະຖືກຖິ້ມລົງ ຈາກເຮືອບິນ C-17 ຂອງກອງທັບອາກາດ ສະຫະລັດ ໄປໃຫ້ຊາວປາແລັສໄຕນ໌ ໃນແຫຼມກາຊາ, ວັນທີ 29 ມີນາ 2024.
ແຟ້ມພາບ - ເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳ ຢູ່ໃນເຮືອບິນຂົນສົ່ງລຳນຶ່ງ ແມ່ນພ້ອມທີ່ຈະຖືກຖິ້ມລົງ ຈາກເຮືອບິນ C-17 ຂອງກອງທັບອາກາດ ສະຫະລັດ ໄປໃຫ້ຊາວປາແລັສໄຕນ໌ ໃນແຫຼມກາຊາ, ວັນທີ 29 ມີນາ 2024.

ກອງທັບສະຫະລັດກ່າວວ່າ ເຮືອບິນບັນທຸກເຄື່ອງຊ່ວຍເຫຼືອຂອງອາເມຣິກາລຳນຶ່ງ ໄດ້ຖິ້ມສະບຽງອາຫານຫຼາຍກວ່າ 10 ໂຕນ ເຂົ້າສູ່ບໍລິເວນພາກເໜືອຂອງເຂດກາຊາໃນວັນອາທິດວານນີ້ ຫຼັງຈາກທີ່ໄດ້ໂຈະການນຳສົ່ງ ເນື່ອງຈາກປະຕິບັດການຂອງອິສຣາແອລຢູ່ໃນບໍລິເວນດັ່ງກ່າວ, ອີງຕາມອົງການຂ່າວ ເອແອັຟພີ.

ປະຊາກອນຂອງເຂດກາຊາ ກໍາລັງຕົກຢູ່ໃນສະພາບຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນ ລຸນຫຼັງເກີດບັນຫາຂັດແຍ້ງທີ່ຮ້າຍແຮງແກ່ຍາວມາໄດ້ແປດເດືອນ, ແລະສະຫະລັດ ກໍໄດ້ຫັນໄປໃຊ້ການນຳສົ່ງທາງອາກາດແລະທາງທະເລ, ໃນຂະນະທີ່ ອິສຣາແອລ ໄດ້ຂັດຂວາງການສົ່ງຄວາມຊ່ວຍເຫຼືອໃນທາງບົກ.

ການຖິ້ມລົງທາງອາກາດ ໄດ້ສະໜອງ “ການຊ່ວຍເຫຼືອດ້ານມະນຸດສະທຳທີ່ຊ່ວຍຊີວິດຄົນໃນເຂດພາກເໜືອຂອງກາຊາ,” ສູນບັນຊາການໃນພາກຕາເວັນອອກຂອງສະຫະລັດ ຫຼື CENTCOM ກ່າວໃນຖະແຫລງການສະບັບນຶ່ງ.

ຖະແຫລງການຍັງກ່າວອີກວ່າ “ມາຮອດປັດຈຸບັນນີ້ ສະຫະລັດ ໄດ້ຖິ້ມການຊ່ວຍເຫຼືອດ້ານມະນຸດສະທຳລົງທາງອາກາດແລ້ວຫຼາຍກວ່າ 1,050 ໂຕນ,” ນອກຈາກນັ້ນ ຍັງໄດ້ສົ່ງຜ່ານທ່າເຮືອຊົ່ວຄາວທີ່ໄດ້ສ້າງຂຶ້ນຕິດແຄມຝັ່ງຂົງເຂດກາຊານຳອີກດ້ວຍ.

CENTCOM ກ່າວຕື່ມວ່າ “ການຖິ້ມທາງອາກາດເຫຼົ່ານີ້ ເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ຍືນຍົງ ແລະພວກເຮົາຈະສືບຕໍ່ວາງແຜນທີ່ຈະສົ່ງຜ່ານທາງອາກາດຕໍ່ໄປເລື້ອຍໆ.”

ທຳນຽມຫ້າແຈກ່າວເມື່ອທ້າຍເດືອນພຶດສະພາວ່າ ປັດໄຈຕ່າງໆທີ່ລວມທັງປະຕິບັດການຂອງ ອິສຣາແອລ ແລະສະພາບອາກາດ ມີຜົນກະທົບຕໍ່ການຖິ້ມລົງທັງຫຼາຍ, ໃນຂະນະທີ່ຮອງຜູ້ບັນຊາການຂອງ CENTCOM ພົນເຮືອໂທ ແບຣດ ຄູບເປີ ກ່າວໃນວັນສຸກຜ່ານມານີ້ວ່າ ການຊ່ວຍເຫຼືອທີ່ຖິ້ມລົງໄປທັງຫຼາຍເຫຼົ່ານັ້ນ ໄດ້ຖືກ “ໂຈະ ເນື່ອງຈາກປະຕິບັດການທີ່ກຳລັງເກີດຂຶ້ນຢູ່ໃນພາກເໜືອ,” ແຕ່ຄາດໝາຍວ່າ ຈະເລີ້ມຄືນໃໝ່ໃນໄວໆນີ້.

An American cargo plane dropped more than 10 metric tons of rations into northern Gaza on Sunday, the U.S. military said, after a suspension of such deliveries due to Israeli operations in the area.

Gaza's population is in dire need of humanitarian assistance after eight months of devastating conflict, and the United States turned to delivering it by air and sea as Israel delayed the entry of aid via land.

The air drop provided "life-saving humanitarian assistance in northern Gaza," the U.S. Central Command (CENTCOM) said in a statement.

"To date, the U.S. has airdropped more than 1,050 metric tons of humanitarian assistance" in addition to aid delivered via a temporary pier attached to the Gaza coast, it said.

"These airdrops are part of a sustained effort, and we continue to plan follow-on aerial deliveries," CENTCOM added.

The Pentagon said in late May that factors including Israeli operations and weather conditions were affecting the drops, while deputy CENTCOM commander Vice Admiral Brad Cooper said Friday that they had been "suspended due to the kinetic operations happening in the north" but were expected to resume soon.

XS
SM
MD
LG