ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວາງມາດຕະການ ລົງໂທດ ຕໍ່ ບໍລິສັດ ລັດວິສາຫະກິດ ເທັກໂນໂລຈີ ຂອງຈີນ


ລົດແກ່ທີ່ບັນທຸກຕູ້ຂົນສົ່ງ ກຳລັງເຄື່ອນຍ້າຍຕູ້ ຢູ່ໃນທ່າເຮືອ ນິງໂບ ໃນແຂວງ ເຊຈຽນ, ວັນທີ 22 ມັງກອນ 2015.
ລົດແກ່ທີ່ບັນທຸກຕູ້ຂົນສົ່ງ ກຳລັງເຄື່ອນຍ້າຍຕູ້ ຢູ່ໃນທ່າເຮືອ ນິງໂບ ໃນແຂວງ ເຊຈຽນ, ວັນທີ 22 ມັງກອນ 2015.

ລັດຖະບານທ່ານທຣຳ ໄດ້ວາງມາດຕະການລົງໂທດ ຕໍ່ ບໍລິສັດລັດວິສາຫະກິດ ເທັກໂນ
ໂລຈີຂອງຈີນ ໂດຍກ່າວຫາບໍລິສັດນີ້ວ່າ ລັກຂະໂມຍເອົາເທັກໂນໂລຈີ ຂອງສະຫະລັດ.

ມາດຕະການລົງໂທດຊຸດໃໝ່ນີ້ ຈະຕັດອອກການສະໜອງຊິ້ນສ່ວນໃຫ້ແກ່ ບໍລິສັດ
ຟູຈຽນ ຈິນຫົວ ຂອງຈີນ ທີ່ປະກອບແຜ່ນວົງຈອນ ຊຶ່ງເປັນບໍລິສັດ ຜະລິດເຄື່ອງສື່ສານ
ຄອມພິວເຕີ ຫຼື semiconductor.

ລັດຖະມົນຕີວ່າການ ກະຊວງການຄ້າສະຫະລັດ ທ່ານ ວີລເບີ ຣັອສ ກ່າວໃນ ວັນຈັນ
ວານນີ້ ວ່າ “ໃນເວລາທີ່ບໍລິສັດຕ່າງປະເທດ ທຳການເຄື່ອນໄຫວ ໃນກິດຈະກຳທີ່
ຕໍ່ຕ້ານຜົນປະໂຍດດ້ານຄວາມໝັ້ນຄົງແຫ່ງຊາດ ຂອງພວກເຮົາ, ພວກເຮົາຈະເອົາ
ມາດຕະການ ທີ່ໜັກແໜ້ນເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດ ຂອງພວກເຮົາ.”

ທ່ານກ່າວຕໍ່ໄປອີກວ່າ “ໂດຍການນຳເອົາ ບໍລິສັດ ຈິນຫົວ ໃສ່ໃນບັນຊີ ອົງການ
ຈັດຕັ້ງ ຫຼື Entity List ແລ້ວ ມັນກໍຈະຈຳກັດ ຄວາມສາມາດທີ່ ຈະເປັນໄພຂົ່ມຂູ່
ຂອງບໍລິສັດນັ້ນ ໃນການສະໜອງຊິ້ນສ່ວນ ທີ່ເປັນຕ່ອງໂສ້ ໃຫ້ແກ່ອຸປະກອນ ທີ່
ສຳຄັນ ໃນລະບົບການທະຫານ ຂອງພວກເຮົາ.”

ສວນພວກບໍລິສັດຕ່າງໆຂອງສະຫະລັດ ຜູ້ທີ່ຢາກຈະເຮັດທຸລະກິດ ກັບພວກບໍລິສັດ
ຢູ່ໃນ Entity List ຂອງກະຊວງດັ່ງກ່າວ ນັ້ນ ຕ້ອງໄດ້ຮັບໃບອະນຸຍາດ ພິເສດ ຈາກ
ບັນດາເຈົ້າໜ້າທີ່ຂອງສະຫະລັດ.

ທຳນຽບຂາວຂອງທ່ານທຣຳ ແມ່ນເປັນຫ່ວງວ່າ ຈີນ ອາດຈະຂາຍເທສິນຄ້າ ທີ່ເປັນ
ຄອມພິວເຕີ ຊິປ ລາຄາຖືກ ລົງສູ່ຕະຫຼາດໂລກ ແລະ ເຮັດໃຫ້ ບໍລິສັດ ສະຫະລັດ
ທັງຫຼາຍ ທີ່ສະໜອງອຸປະກອນໃຫ້ແກ່ກອງທັບ ແລະ ບໍລິສັດອື່ນໆ ໃຫ້ເຈັ້ງ.

ສະຫະລັດ ເກືອບຈະເຮັດໃຫ້ ບໍລິສັດ ZTE ທີ່ເປັນບໍລິສັດໂທລະຄົມສື່ສານ ຍັກໃຫຍ່
ຂອງຈີນເຈັ້ງ ເມື່ອຕົ້ນປີນີ້ ໃນເວລາທີ່ ສະຫະລັດ ໄດ້ວາງມາດຕະ ການລົງໂທດ ຍ້ອນ
ການຂາຍສິນຄ້າຕ່າງໆ ທີ່ເປັນອຸປະກອນຊິ້ນສ່ວນ ຂອງ ສະຫະລັດ ໃຫ້ແກ່ ອີຣ່ານ
ແລະ ເກົາຫຼີເໜືອ.

The Trump administration has imposed sanctions on a state-run Chinese technology firm, accusing it of stealing U.S. technology.

The new sanctions cut off supplies to China's Fujian Jinhua Integrated Circuit Company, which makes semiconductors.

"When a foreign company engages in activity contrary to our national security interests, we will take strong action to protect our national security," U.S. Commerce Secretary Wilbur Ross said Monday. "Placing Jinhua on the Entity List will limit its ability to threaten the supply chain for essential components in our military systems."

U.S. companies who want to do business with firms on the department's Entity List need special licenses from U.S. officials.

The Trump White House is concerned that China could flood the global market with cheap computer chips and put U.S. firms that supply the military and others out of business.

The U.S. almost put China's telecommunications giant ZTE out of business earlier this year when it imposed sanctions for selling goods with U.S. components to Iran and North Korea.

XS
SM
MD
LG