ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສຫລ ໃຫ້​ຄຳ​ຕອບ ຕໍ່ຄວາມຕ້ອງການ ດ້ານຄວາມໝັ້ນຄົງຂອງຣັດເຊຍ ​ຮຽກຮ້ອງໃຫ້ ໃຊ້ວິທີການທູດ​ຕື່ມ


ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນ ທີ່ກ່າວກ່ຽວ​ກັບ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ​ໃນ​ກອງ​ປະ​ຊຸມ​ລາຍ​ງານ ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ວໍ​ຊິງ​ຕັນ, ວັນ​ທີ 26 ມັງ​ກອນ 2022.
ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນ ທີ່ກ່າວກ່ຽວ​ກັບ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ​ໃນ​ກອງ​ປະ​ຊຸມ​ລາຍ​ງານ ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ວໍ​ຊິງ​ຕັນ, ວັນ​ທີ 26 ມັງ​ກອນ 2022.

ສະຫະລັດ ​ແລະ ເນ​ໂຕ້ໄດ້​ໃຫ້​ຄຳ​ຕອບ​ຢ່າງ​ເປັນ​ລາຍ​ລັກ​ອັກ​ສອນ​ຕໍ່​ມົສກູ, ​ເພື່ອ ແກ້​ໄຂ​ຄວາມ​ຮຽກຮ້ອງ​ຕ້ອງການໃໝ່​ ໃນດ້ານ​ຄວາມ​ໝັ້ນ​ຄົງຂອງ​ຣັດ​ເຊຍ, ພາຍ ຫຼັງ​ການ​ປຶກສາ​ຫາລື​ ກັບ​ບັນດາ​ຄູ່​ພາ​ຄີ​ຢູ​ໂຣບຫລາຍ​ປະ​ເທດ​ ພ້ອມ​ທັງຢູເຄ​ຣນ, ຊຶ່ງ​ເປັນການ​ເຄື່ອນ​ໄຫວອັນ​ຫຼ້າ​ສຸດ ​ໃນ​ການ​ໃຊ້​ກົນ​ລະ​ຍຸດ​ທາງ​ການ​ທູດ​ເພື່ອ​ແນ​ໃສ່​ຫລີກ​ລ້ຽງການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ຣັດ​ເຊຍ, ທ່ານຈອນ ຊູ​ລິ​ວານໄດ້​ສົ່ງ​ເອ​ກະ​ສານ​ດັ່ງ​ກ່າວ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດຣັດ​ເຊຍ ໃນ​ວັນ​ພຸດ​ວານນີ້. ອີກ​ດ້ານ​ນຶ່ງ​ຕ່າງ​ຫາກ, ທາງເນ​ໂຕ້ກໍໄດ້ສົ່ງຄໍາຕອບຂອງຕົນເອງໃຫ້ແກ່​ຣັດ​ເຊຍກ່ຽວ ກັບຄວາມໝັ້ນ​ຄົງຂອງຢູໂຣບ, ຊຶ່ງພວກເຈົ້າຫນ້າທີ່ອະທິບາຍວ່າມີສອງ ສາມ ຫນ້າ.

ພວກເຈົ້າ​ໜ້າ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຕອບ​ໂຕ້​ດັ່ງ​ກ່າວ ວ່າ​ເປັນ​ວິ​ທີ​ແກ້​ໄຂ​ຄວາມ​ກັງ​ວົນ​ຂອງ​ວັງເຄ​ຣັມ​ລິນໃນ​ຂະ​ນະ​ທີ່​ຍັງ​ໃຫ້​ໂອ​ກາດແກ່​ທຸກ​ຝ່າຍ​ດຳ​ເນີນ​ການ​ທາງ​ການ​ທູດ​ຕື່ມ​ອີກຢູ່.

US to Russia: No Change on NATO, Ukraine
please wait

No media source currently available

0:00 0:03:05 0:00

"ເອກະສານທີ່ພວກເຮົາໄດ້ສົ່ງໃຫ້ ລວມມີຄວາມກັງວົນຂອງສະຫະລັດ ແລະພັນ ທະມິດ ແລະຄູ່ພາ​ຄີຂອງພວກເຮົາກ່ຽວກັບການກະທໍາຂອງ​ຣັດ​ເຊຍ​ທີ່ບ່ອນທໍາ ລາຍຄວາມຫມັ້ນຄົງ- ການປະເມີນຜົນທີ່​ຖືກຫຼັກການ ແລະຖືກ​ກັບສະ​ພາບ​ຕົວ​ຈິງກ່ຽວກັບຄວາມກັງວົນທີ່​ຣັດ​ເຊຍ​ໄດ້ຍົກຂຶ້ນມາ, ແລະຂໍ້ສະເຫນີຂອງພວກ ເຮົາເອງສໍາລັບຂົງເຂດທີ່ພວກເຮົາ ອາດຈະສາມາດ ຊອກ​ເຫັນ​ບ່ອນ​ທີ່​ພວກ​ເຮົາ​ມີ​ຄວາມ​ຄິດກົງໄດ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງລັດຖະມົນຕີກະຊວງການຕ່າງ ປະເທດ ສະຫະລັດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນ ທີ່ກ່າວຕໍ່ບັນດານັກຂ່າວຢູ່ໃນກອງປະຊຸມຖະ​ແຫລງຂ່າວ.

ທ່ານບ​ລິງ​ເກັນກ່າວວ່າ "ພວກເຮົາໄດ້ເວົ້າ​ເຖິງຄວາມເປັນໄປໄດ້ຂອງມາດຕະ ການທີ່​ມີຄວາມໂປ່ງໃສຕໍ່ກັນແລະກັນ ກ່ຽວກັບການ​ສະ​ແດງ​ກຳ​ລັງຢູ່ໃນຢູ​ເຄຣນ​, ພ້ອມກັບ ມາດຕະການເພີ້ມຄວາມຫມັ້ນໃຈກ່ຽວກັບການຊ້ອມລົບແລະແຜນການຍົກ​ຍ້າຍ​ກຳ​ລັງຢູ່ໃນຢູໂຣບ​." ທ່ານ​ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ກຳ​ລັງ​ປະຕິບັດ​ການທີ່​ມີ​ຈຸດ​ເພັ່ງ​ເລັງ ​ແລະມີ​ກຳລັງ​ທະ​ຫານ ​ທີ່​ເທົ່າ​ກັນ​ເພື່ອ​ເພີ້ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ປ້ອງ​ກັນ​ຊາດ​ຂອງ​ຢູເຄ​ຣນ ​ແລະກະກຽມ​ການ​ຕອບ​ໂຕ້​ ແບບ​ສາ​ມັກ​ຄີ​ກັນຢ່າງ​ວ່ອງ​ໄວ​ເພື່ອ​ຕ້ານ​ການ​ຮຸກ​ຮານ​ຕື່ມ​ອີກຂອງ​ຣັດ​ເຊຍ.”

ທ່ານບ​ລິງ​ເກັນກ່າວ​ວ່າ ທ່ານ​ຄາດ​ວ່າ​ຈະໄດ້​ໂອ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຣັດ​ເຊຍ, ທ່ານ​ເຊີ​ເກ ​ລາວ​ຣັອ​ຟ ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ຫຼັງ​ຈາກ​ຝ່າຍ​ຣັດ​ເຊຍມີ​ໂອ​ກາດ​ປຶກ​ສາ​ຫາ​ລືກັນ ກ່ຽວ​ກັບ​ຄຳ​ຕອບຂອງ​ສະ​ຫະ​ລັດແລ້ວ.

ທ່ານບ​ລິງ​ເກັນ ກ່າວ​ຕໍ່​ພວກ​ນັກ​ຂ່າວອີກ​ວ່າ "ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຊ້ຳ​ແລ້ວ​ຊ້ຳອີກ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເລືອກ​ເອົາ​ເສັ້ນ​ທາງ​ທາງ​ການ​ທູດ ແລະ​ການ​ເຈ​ລະ​ຈາ, ຫລື​ວ່າ ເຂົາ​ເຈົ້າ​ຈະ​ຕັດ​ສິນ​ໃຈ​ທຳ​ການ​ຮຸກ​ຮານ​ຕໍ່​ຢູ​ເຄ​ຣນອີກກໍ​ຕາມ ພວກ​ເຮົາ​ກໍລ້ວນ​ແລ້ວ​ແຕ່​ໄດ້​ກຽມພ້ອມ​ສະ​ເໝີ. ຈະ​ເລືອກ​ເອົາ​ແບບ​ໃດ​ກໍ​ໄດ້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG