ສະຫະລັດໄດ້ຂໍຮ້ອງຢ່າງເປັນທາງການໃຫ້ມີການລົງຄະແນນສຽງຢູ່ສະພາຄວາມໝັ້ນ
ຄົງສະຫະປະຊາຊາດໃນວັນຈັນຈະມານີ້ ກ່ຽວກັບຮ່າງຍັດຕິເພື່ອລົງໂທດຄັ້ງ ໃໝ່ຕໍ່ເກົາ
ຫລີເໜືອ ອີງຕາມຖະແຫລງການ ຂອງຜູ້ຕາງໜ້າສະຫະລັດປະຈຳສະຫະປະຊາຊາດ
ທີ່ນຳອອກເຜີຍແຜ່ ໃນຕອນແລງວັນສຸກວານນີ້.
ຖະແຫລງການກ່າວວ່າ “ສະຫະລັດ ໄດ້ແຈ້ງໃຫ້ສະພາຄວາມໝັ້ນຄົງສະຫະປະ ຊາຊາດ
ຊາບ ເຖິງຄວາມຕັ້ງໃຈຂອງຕົນ ທີ່ຈະຮຽກໃຫ້ເປີດປະຊຸມ ລົງຄະແນນສຽງກ່ຽວກັບຮ່າງ
ຍັດຕິ ເພື່ອທຳການລົງໂທດເພີ້ມເຕີມຕໍ່ເກົາຫລີເໜືອໃນວັນຈັນ ທີ 11 ກັນຍາຈະມານີ້.”
ຮ່າງຍັດຕິ ທີ່ໄດ້ຮັບໂດຍວີໂອເອ ຮຽກຮ້ອງໃຫ້ມີການຫ້າມຂາຍນໍ້າມັນ ພ້ອມທັງຜະລິດ
ຕະພັນນໍ້າມັນທີ່ກັ່ນແລ້ວ ແລະແກັສທຳມະຊາດ ທີ່ເປັນຂອງແຫຼວໃຫ້ແກ່ເກົາຫລີເໜືອ.
ພຽງຢາງນຳເຂົ້ານໍ້າມັນ ແລະແກັສ ເກືອບທັງໝົດ ຈາກປະເທດຈີນ ແລະຖ້າບໍ່ມີສິ່ງເຫລົ່າ
ນີ້ແລ້ວ ບັນດາຜູ້ຊ່ຽວຊານກ່າວວ່າ ເສດຖະກິດກໍຈະປະສົບກັບບັນຫາຢ່າງໄວ.
ຮ່່າງຍັດຕິຂອງສະຫະລັດຍັງແນໃສ່ ການຫ້າມບໍ່ໃຫ້ເກົາຫຼີເໜືອ ສົ່ງອອກແຜ່ນແພ ຊຶ່ງ
ເປັນລາຍຮັບຫລາຍຮ້ອຍລ້ານໂດລາຕໍ່ປີ.
ນອກນັ້ນ ຍັງຈະຈຳກັດຮັດແຄບຕື່ມຂຶ້ນ ຕໍ່ຄວາມສາມາດຂອງເກົາຫລີເໜືອ ທີ່ຈະສົ່ງ
ປະຊາຊົນຂອງຕົນໄປເຮັດວຽກຢູ່ໃນຕ່າງປະເທດ ບ່ອນທີ່ເຂົາເຈົ້າຖືກບັງ ຄັບໃຫ້ສົ່ງເງິນ
ເດືອນກັບບ້ານໄປໃຫ້ລັດຖະບານ.
ແຫລ່ງຂ່າວທາງການທູດໄດ້ກ່າວຕໍ່ອົງການຂ່າວ AFP ຂອງຝຣັ່ງ ໃນວັນສຸກວານນີ້ວ່າ
ຣັດເຊຍ ແລະຈີນບໍ່ເຫັນພ້ອມ ຕໍ່ມາດຕະການດັ່ງກ່າວ ຍົກເວັ້ນແຕ່ການຫ້າມສົ່ງແຜ່ນ
ແພເທົ່ານັ້ນ.
ໃນຕອນເຊົ້າວັນສຸກວານນີ້ ຟິລິບປີນໄດ້ປະກາດວ່າ ຕົນໄດ້ໂຈະຄວາມສຳພັ ທາງການ
ຄ້າກັບຈີນ.
ລັດຖະມົນຕີຕ່າງປະເທດ ທ່ານ Alan Peter Cayetano ກ່າວຕໍ່ບັນດານັກຂ່າວວ່າ
ຟີລິບປິນຈະ “ໃຫ້ການຮວມມືຢ່າງເຕັມທີ່ກັບມະຕິຂອງສະພາຄວາມໝັ້ນຄົງສະຫະປະ
ຊາຊາດ ຮວມທັງການລົງໂທດທາງເສດຖະກິດ.”
ຟິລິບປີນ ເປັນຄູ່ການຄ້າໃຫຍ່ອັນດັບຫ້າຂອງເກົາຫລີເໜືອ ແລະໃນລະຫວ່າງເດືອນ
ມັງກອນ ຫາມິຖຸນາຂອງປີນີ້ ປະເທດທັງສອງໄດ້ແລກປ່ຽນສິນຄ້າໃນມູນຄ່າ 28 ພັນ
8 ຮ້ອຍລ້ານໂດລາ ລະຫວ່າງກັນ.