ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Romney ຖືກແຕ່ງຕັ້ງ ເປັນຜູ້ສະມັກ ປະທານາທິບໍດີ ຂອງພັກຣີພັບບລີກັນ (ສະໄລດ໌ກັບວີດີໂອ)


ທ່ານ Romney ຖື ກແຕ່ງຕັງ ໃຫ້ເປັນຜູ້ສະມັກ ປະທານາທິບໍດີຂອງພັກຣີພັບບລີກັນ ຢ່າງເປັນທາງການ (28 ສິງຫາ 2012)
ທ່ານ Romney ຖື ກແຕ່ງຕັງ ໃຫ້ເປັນຜູ້ສະມັກ ປະທານາທິບໍດີຂອງພັກຣີພັບບລີກັນ ຢ່າງເປັນທາງການ (28 ສິງຫາ 2012)

ບັດນີ້ ພັກຣີພັບບລີກັນມີຜູ້ໄດ້ຮັບແຕ່ງຕັ້ງ ໃຫ້ທ້າທາຍ ປະທານາທິບໍດີບາຣັກ ໂອບາມາ ຈາກພັກເດໂມແຄຣັທ ໃນການເລືອກຕັ້ງ ໃນເດືອນພະຈິກນັ້ນແລ້ວ.

ໃນການລົງຄະແນນສຽງ ພໍເປັນພິທີ ໃນວັນອັງຄານວານນີ້ຄະນະ
ຜູ້ແທນຂອງພັກຣີພັບບລີກັນ ຈາກ 50 ລັດແລະດິນແດນຫຼາຍໆ
ແຫ່ງ ໄດ້ລົງຄະແນນສຽງແຕ່ງຕັ້ງຢ່າງເປັນທາງການໃຫ້ອະດີດຜູ້
ປົກຄອງລັດ Massachusetts ທ່ານ Mitt Romney ເປັນຜູ້ເຂົ້າ
ສະມັກແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ໃນເດືອນພະຈິກ
ທ້າຍປີນີ້.

ການແຕ່ງຕັ້ງທີ່ວ່ານີ້ ແມ່ນໄດ້ມີການຄາດໝາຍກັນໄວ້ກ່ອນແລ້ວ.
ຂໍ້ຂັດຂ້ອງອັນດຽວໃນມື້ວານນີ້ ໄດ້ມີຂຶ້ນໃນລະຫວ່າງການລົງຄະ ແນນສຽງບັ້ນນຶ່ງກ່ອນໜ້ານັ້ນ ຊຶ່ງຈະເຮັດໃຫ້ເປັນການຍາກຂຶ້ນ
ສຳຫຼັບພວກຜູ້ສະມັກ ທີ່ບໍ່ໄດ້ຢູ່ໃນແນວນະໂຍບາຍຫຼັກຂອງພັກ ທີ່ຈະພະຍາຍາມໃຫ້ໄດ້ຮັບການແຕ່ງຕັ້ງ ໃນຊຸມປີຕໍ່ໜ້າ.

ການຮ້ອງສະແດງຄວາມບໍ່ພໍໃຈ ໄດ້ມີຂຶ້ນ ຈາກພວກສະໜັບສະໜຸນ ອະດີດຜູ້ສະມັກປະ
ທານາທິບໍດີ Ron Paul ຊຶ່ງທ່າທີເສຣີນິຍົມຢ່າງແຂງຂັນຂອງທ່ານໄດ້ເປັນແຫຼ່ງທີ່ມາໃນ ຄວາມແຕກແຍກພາຍໃນພັກ.

ແຕ່ແນວໃດກໍຕາມ ສ່ວນໃຫຍ່ແລ້ວ ຄະນະຜູ້ແທນຂອງພັກແມ່ນຍັງມີຄວາມມຸ່ງໝັ້ນສູງ ເຖິງແມ່ນລົມພາຍຸເຮີຣິເຄນ Isaac ໄດ້ພັດຂຶ້ນຝັ່ງໃນເຂດທາງກໍ້າຕາເວັນຕົກ ແລະເຂົ້າ ຖະຫຼົ່ມນະຄອນ New Orleans ຊຶ່ງໄດ້ຍາດເປັນຫົວຂໍ້ຂ່າວແທນກອງປະຊຸມຫຼວງຂອງ ພັກຣີພັບບລີກັນ.

ນີ້ແມ່ນຫົວເມືອງດຽວກັນກັບທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກຈາກລົມເຮີຣິເຄນ Katri-
na ເມື່ອ 7 ປີກ່ອນ.

ປະທານາທິບໍດີຂອງພັກຣີພັບບລີກັນຄົນສຸດທ້າຍ ໄດ້ຖືກຕຳໜິຕິຕຽນ ໃນການຮັບມືຊ້າ ໂພດກັບເຮີຣິເຄນ Katrina. ໃນວັນອັງຄານວານນີ້ ປະທານາທິບໍດີບາຣັກ ໂອບາມາທີ່
ສັງກັດພັກເດໂມແຄຣັທ ໄດ້ເອົາບາດກ້າວເພື່ອຫຼີກລ່ຽງຄວາມຜິດພາດທີ່ວ່ານີ້ ໂດຍໄດ້
ປະກາດເຕືອນຢ່າງເປັນການແຂງຂັນ ຕໍ່ປະຊາຊົນທີ່ຢູ່ໃນເຂດດັ່ງກ່າວ.

ປະທານາທິບໍດີໂອບາມາກ່າວວ່າ “ພວກເຮົາກຳລັງປະເຊີນໜ້າ ກັບລົມພາຍຸໃຫຍ່ ແລະມັນອາດຈະເກີດໄພນໍ້າຖ້ວມທີ່ຮ້າຍແຮງໄດ້ພ້ອມທັງຄວາມເສຍຫາຍອື່ນໆ ຢູ່ໃນບໍລິເວນກ້ວາງໃຫຍ່. ເວລານີ້ ບໍ່ແມ່ນເວລາ ທີ່ຈະມາທົດສອບຊະຕາກຳ ເວລານີ້ ບໍ່ແມ່ນເວລາທີ່ຈະບໍ່ເອົາຫົວຊາ ຕໍ່ຄຳເຕືອນຂອງເຈົ້າໜ້າທີ່ທາງການ. ພວກທ່ານຕ້ອງໄດ້ຖືເອົາເລື່ອງນີ້ເປັນສິ່ງສຳຄັນ.”



ຢູ່ທີ່ກອງປະຊຸມຫຼວງຂອງພັກຣີພັບບລີກັນນັ້ນ ນະຄອນ New Orleans ກໍບໍ່ໄດ້ຢູ່ໄກໄປ ຈາກຈິດໃຈຂອງຜູ້ຄົນຢູ່ທີ່ນັ້ນ. ປະທານພັກຣີພັບບລິກັນໄດ້ສະແດງຄວາມເປັນຫ່ວງເປັນ ໃຍແລະກໍສວດມົນພາວະນາໃຫ້ພວກທີ່ຢູ່ໃນເສັ້ນທາງຂອງພາຍຸໄອຊິກ.

ຜູ້ກ່າວຄຳປາໄສຄົນສຳຄັນ ທ່ານ Chris Christie ຜູ້ປົກຄອງລັດທີ່ກ້າປາກກ້າເວົ້າຈາກ ລັດນິວເຈີຊີໃນພາກຕາເວັນອອກສຽງເໜືອຂອງສະຫະລັດໄດ້ກ່າວໂຈມຕີປະຫວັດຂອງ ປະທານາທິບໍດີຈາກພັກເດໂມແຄຣັທ.

ທ່ານ Christie ກ່າວວ່າ “ມັນເຖິງເວລາແລ້ວທີ່ຈະຍຸຕິຍຸກສະໄໝຂອງການຂາດ
ຜູ້ນຳຢູ່ໃນທຳນຽບຂາວ ແລະສົ່ງຜູ້ນຳທີ່ແທ້ຈິງ ກັບຄືນເຂົ້າໄປຍັງທຳນຽບຂາວ. ອາເມຣິກາຕ້ອງການ ທ່ານ Mitt Romney ແລະ ທ່ານ Paul Ryan ແລະ ພວກເຮົາຕ້ອງການພວກທ່ານເຫລົ່ານັ້ນ ໃນເວລານີ້.”


ໃນຂະນະທີ່ພັກຣີພັບບລີກັນ ຊຸມນຸມກັນສະໜັບສະໜຸນທ່ານ Romney ແລະຜູ້ທີ່ທ່ານ
ເລືອກເປັນຮອງປະທານາທິບໍດີຂອງທ່ານ ຄືທ່ານ Paul Ryan ຢູ່ນັ້ນ ພວກປະທ້ວງ ທີ່ ຢູ່ຫ່າງໄປຈາກກອງປະຊຸມຫຼວງ ບໍ່ເທົ່າໃດຮ່ອມນັ້ນ ກໍໄດ້ໂຮມຊຸມ ນຸມກັນຕໍ່ຕ້ານນະໂຍ ບາຍເສດຖະກິດແລະຄົນເຂົ້າເມືອງຂອງພັກຣີພັບບລີກັນ.

ມັນແມ່ນພາບພົດອັນນີ້ ຂອງທ່ານ Romney ໃນຖານະຄົນລໍ້າລວຍ ທີ່ບໍ່ຮູ້ຈັກກ່ຽວກັບ ສະພາບການເປັນຢູ່ຂອງປະຊາຊົນທໍາມະດາສາມັນ ທີ່ຍານາງ Ann Romney ພັນລະ ຍາຂອງທ່ານຣອມນີມາໄດ້ດົນກວ່າ 40 ປີແລ້ວນັ້ນ ພະຍາຍາມທີ່ຈະປັດເປົ່າໃຫ້ໝົດໄປ.

ຍານາງ Ann Romney ເວົ້າວ່າ “ຂ້ອຍສາມາດບອກພວກທ່ານໄດ້ວ່າ ເປັນຫຍັງ ຂ້ອຍຈຶ່ງຮັກລາວ ຍ້ອນລາວເປັນຄົນສູງ ຫົວຍິ້ມເລື້ອຍໆ ຕື່ນເຕ້ນກະວົນກະວາຍ. ພວກແມ່ຍິງມັກແບບນັ້ນ. ມັນສະແດງໃຫ້ເຫັນເຖິງການຍັງມີຄວາມເກງໃຈຢູ່ຂອງ
ຜູ້ຊາຍ. ແລະລາວກໍດີນຳພໍ່ແມ່ຂອງຂ້ອຍ ແຕ່ລາວກໍຮູ້ສຶກດີໃຈແທ້ໆເວລາພໍ່ແມ່ ຂ້ອຍບໍ່ໄດ້ຢູ່ນຳ. ນັ້ນແມ່ນເປັນເລື່ອງທີ່ດີ ແລະລາວກໍເຮັດໃຫ້ຂ້ອຍຫົວ.”


ທ່ານ Romney ຍັງມີເວລາຢູ່ອີກ ສອງເດືອນປາຍໜ້ອຍນຶ່ງ ທີ່ຈະເອົາຊະນະໃຈ ບັນດາ ຊາວອາເມຣິກັນຜູ້ມີສິດປ່ອນບັດ ທີ່ບໍ່ທັນຕັດສິນໃຈເທື່ອນັ້ນໃຫ້ໄດ້ ຂະນະທີ່ການຢັ່ງຫາງ ສຽງສະແດງໃຫ້ເຫັນວ່າ ຍັງບໍ່ທັນມີຜູ້ສະມັກຄົນໃດ ມີຄະແນນນຳໜ້າຂາດຮອຍຢ່າງແທ້
ຈິງ ໃນເສັ້ນທາງໄປສູ່ທຳນຽບຂາວນັ້ນ.

XS
SM
MD
LG