ບັນດາສະມາຊິກສະພາຕ່ຳສະຫະລັດ ສັງກັດພັກຣີພັບບລີກັນ ໄດ້ຍື່ນລາຍຊື່ຂອງບັນດາພະຍານ ທີ່ພວກເພິ່ນຕ້ອງການ ມາໃຫ້ປາກຄຳຕໍ່ຄະນະສືບສວນຟ້ອງຮ້ອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ນຳພາໂດຍພັກເດໂມແຄຣັດ ຊຶ່ງປະກອບດ້ວຍ ລູກຊາຍ ຂອງອະດີດຮອງປະທານາທິບໍດີ ໂຈ ໄບເດັນ ແລະຜູ້ແຈ້ງຄວາມຜິດທີ່ບໍ່ອອກຊື່ ຊຶ່ງການກ່າວຫາຂອງຜູ້ກ່ຽວນັ້ນ ໄດ້ກໍ່ໃຫ້ເກີດການສືບສວນຂື້ນ.
ບັນດາສະມາຊິກສະພາຂັ້ນສູງຂອງພັກຣີພັບບລີກັນ ຢູ່ໃນຄະນະກຳມະການສືບລັບ ທ່ານ ເດບວິນ ນູເນສ ໄດ້ສົ່ງລາຍຊື່ດັ່ງກ່າວ ໄປໃຫ້ປະທານຄະນະກຳມະການສືບສວນ ທ່ານແອດຳ ຊີຟ ຜູ້ທີ່ເປັນໄປໄດ້ສູງວ່າ ຈະບໍ່ຮັບຮອງເອົາພະຍານທັງໝົດ ທີ່ຢູ່ໃນລາຍຊື່ນັ້ນ.
ບັນດານັກສືບສວນ ຈະເຂົ້າສູ່ຂັ້ນຕອນໃໝ່ ໃນສັບປະດາໜ້າ ເມື່ອພວກເພິ່ນ ເລີ້ມຕົ້ນການສອບຖາມບັນດາພະຍານທັງຫຼາຍ ແບບເປີດເຜີຍຕໍ່ມະຫາຊົນ ຫຼັງຈາກທີ່ໄດ້ຮັບຟັງການໃຫ້ການ ແບບປິດລັບມາໄດ້ຫຼາຍສັບປະດາແລ້ວ.
ທ່ານຊີຟ ໄດ້ກ່າວວ່າ ພະຍານສາມຄົນຈາກກະຊວງການຕ່າງປະເທດ ແມ່ນມີກຳນົດ ຈະມາປາກົດຕົວ ໃນການໃຫ້ປາກຄຳ ຕໍ່ຄະນະກຳມະການ ສອງຕອນ ໃນສັບປະດາໜ້ານີ້. ໂດຍຈະມີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳຢູເຄຣນ ທ່ານ ບີລ ເທເລີ ແລະເຈົ້າໜ້າທີ່ປະຈຳກະຊວງການຕ່າງປະເທດ ທ່ານ
ຈໍຣຈ໌ ເຄັນ ແມ່ນມີກຳນົດທີ່ຈະໃຫ້ການ ໃນວັນພຸດຈະມາເຖິງນີ້ ແລະອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳ ຢູເຄຣນ ທ່ານນາງ ມາຣີ ໂຢວາໂນວິຈ ແມ່ນມີກຳນົດ ຈະມາປາກົດຕົວ ໃນວັນສຸກອາທິດໜ້ານີ້.
ພັກຣີພັບບລີກັນ ຂໍຮ້ອງໃຫ້ ລູກຊາຍຂອງທ່ານໄບເດັນ ຄືທ່ານ ຮັນເຕີ ໄບເດັນ, ຜູ້ແຈ້ງຄວາມຜິດ ແລະອີກຫົກຄົນ ເຂົ້າມາໃຫ້ການ ຊຶ່ງການຕໍ່ສູ້ທາງການເມືອງຈະທະວີຄວາມຮ້ອນແຮງຂຶ້ນ ລະຫວ່າງ ພັກຣີພັບບລີກັນ ແລະ ພັກເດໂມແຄຣັດ ແລະຈະເຮັດໃຫ້ການສືບສວນດັ່ງກ່າວນັ້ນເປັນຮູບເປັນຮ່າງຂຶ້ນມາ.
ເມື່ອສັບປະດາແລ້ວນີ້ເທົ່ານັ້ນ ບັນດາເຈົ້າໜ້າທີ່ໃນຄະນະລັດຖະບານທ່ານ ທຣຳ 12 ຄົນ ທີ່ລ້ວນແລ້ວ ມີແຕ່ຜູ້ຊື່ດັງໆ ເຊັ່ນ ຮັກສາການທີ່ປຶກສາຂອງທຳນຽບຂາວ ທ່ານມິກ ໂມລານີ ແລະອະດີດ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ຈອນ ໂບລຕັນ ໄດ້ປະຕິເສດທີ່ຈະມາປາກົດຕົວ ຕໍ່ໜ້າຄະນະກຳມະການທີ່ນຳພາໂດຍພັກເດໂມແຄຣັດ.
ພັກເດໂມແຄຣັດ ຢາກຈະຮູ້ວ່າ ທ່ານທຣຳ ກັກເງິນຊ່ອຍເຫຼືອທາງທະຫານແກ່ ຢູເຄຣນ ໄວ້ກ່ອນຈົນກວ່າວ່າ ປະທານາທິບໍດີຂອງ ຢູເຄຣນ ທ່ານໂວໂລໂດເມຍ ເຊເລັນສກີ ປະກາດຄວາມໝັ້ນໝາຍທີ່ຈະສືບສວນສອບສວນ ຂູ່ແຂ່ງຕຳແໜ່ງປະທານາທິບໍດີປີ 2020 ຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ສຳລັບການສໍ້ລາດບັງຫຼວງ. ທ່ານທຣຳ ຍັງໄດ້ກ່າວອ້າງຢ່າງບໍ່ມີມູນຄວາມຈິງ ຊ້ຳແລ້ວຊ້ຳອີກ ວ່າ ຢູເຄຣນ ແຊກແຊງການເລືອກຕັ້ງປະທານາທິບໍດີ ໃນປີ 2016 ໃນນາມຂອງພັກເດໂມແຄຣັດ ແລະຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຂອງພັກ ຄື ທ່ານນາງ ຮີວເລີຣີ ຄລິນຕັນ.