ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ການໂຕ້ວາທີກັນ ຂອງຜູ້ສະມັກເລືອກຕັ້ງ ປະທານາທິບໍດີສະຫະລັດ


ຜູ້ສະມັກເລືອກຕັ້ງເປັນປະທານາທິບໍດີສະຫະລັດຂອງພັກຣີພັບບລິກກັນ ອະດີດຜູ້ປົກຄອງລັດມັດຊາຈູເຊັດ ທ່ານ Mitt Romney (ຊ້າຍ) ແລະທ່ານ Newt Gingrich, ອະດີດປະທານສະພາຕໍ່າຂອງສະຫະລັດ ໂຕ້ວາທີກັນ ທີ່ເມືອງດີມອຍ, ລັດໄອໂອວາ ໃນຄືນວັນທີ 10 ທັນວາ, 2011.
ຜູ້ສະມັກເລືອກຕັ້ງເປັນປະທານາທິບໍດີສະຫະລັດຂອງພັກຣີພັບບລິກກັນ ອະດີດຜູ້ປົກຄອງລັດມັດຊາຈູເຊັດ ທ່ານ Mitt Romney (ຊ້າຍ) ແລະທ່ານ Newt Gingrich, ອະດີດປະທານສະພາຕໍ່າຂອງສະຫະລັດ ໂຕ້ວາທີກັນ ທີ່ເມືອງດີມອຍ, ລັດໄອໂອວາ ໃນຄືນວັນທີ 10 ທັນວາ, 2011.

ຜູ້​ສະມັກ​ເລືອກ​ຕັ້ງເປັນປະທານາທິບໍດີສະຫະລັດ ຂອງ​ພັກຣີພັບ​ບລິກກັນ ​ໄດ້​ເຂົ້າຮ່ວມ
ການ​ໂຕ້​ວາທີ ​ໃນ​ວັນ​ເສົາໃນວານ​ນີ້ ທີ່​ເມືອງ​ດີ​ມອຍ, ລັດ​ໄອ​ໂອວາ ຢູ່​ເຂດ​ພາກ​ກາງ​ສະ
ຫະລັດ ຊຶ່ງ​ເປັນລັດ​ທີ່​ຈະຄັດເລືອກເພື່ອແຕ່​ງຕັ້ງໃຫ້ເປັນຜູ້​ສະມັກຂອງ​ພັກ​ຄັ້ງທໍ​າອິດ ​
ໃນ​ເວລາ​ບໍ່​ເທົ່າ​ໃດ​ອາທິດ​ນີ້.

ທ່ານ Newt Gingrich, ອະດີດ​ປະທານສະພາ​ຕໍ່າຂອງສະຫະລັດ, ​ໄດ້​ໂຜ່​ໂຕ​ຂຶ້ນມາເປັນ​
ຜູ້​ມີຄະແນນສຽງນໍາໜ້າ​ໃນ​ການ​ແຂ່ງຂັນ ເມື່ອບໍ່ນານ​ມານີ້.

ຄູ່​ແຂ່ງ​ຕົ້ນຕໍຂອງ​ທ່ານ Gingrich, ຄືອະດີດ​ຜູ້​ປົກຄອງ​ລັດ​ມັດ​ຊາ​ຈູ​ເຊັດ ທ່ານ Mitt
Romney ໄດ້ກ່າວເຖິງທ່ານ Gingrich ວ່າ​ເປັນ​ຄົນ​ວົງ ໃນຂອງ​ນະຄອນຫລວງ​ວໍ​ຊິງ​ຕັນ
ທີ່​ບໍ່ມີ​ປະສົບການພື້ນຖານ​ໃນ​ການ​ແກ້​ໄຂບັນຫາ​ເສດຖະກິດ​ທີ່​ບານ​ປາຍ​ຂອງ​ສະຫະລັດ.

ສ່ວນທ່ານ Gingrich ນັ້ນກ່າວເຖິງໂຕທ່ານເອງ​ວ່າ ​ເປັນ​ນັກ​ການ​ເມືອງ ຜູ້​ຊຶ່ງ​ມີ​ປະວັດ​ອັນ
ຊັດ​ເຈນ​ທີ່​ມີ​ຜົນງານສະ​ແດງ​ໃຫ້​ເຫັນວ່າ ທ່ານ​ສາມາດ​ເປັນ​ເຮັດວຽກຫລ້ອນ​ໜ້າທີ່ໄດ້.

ທ່ານ​ຍັງ​ກ່າວ​ຢໍ້າຄືນ​ຄໍາ​ເຫັນ​ຂອງ​ທ່ານ ​ໃນຕັ້ນອາທິດ​ຜ່ານ​ມານີ້ ​ເມື່ອ​ທ່ານ​ເວົ້າວ່າ ພວກ​ປາ
ແລັສຕາຍ​ເປັນ​ຜູ້​ທີ່ປະ​ດິດຄິດ​ສ້າງ​ຕົນ​ເອງຂຶ້ນມາ. ທ່ານ​ຍັງ​ກ້າວ​ໄປ​ອີກ​ກ້າວ​ນຶ່ງ​ໃນ​ວັນ​ເສົາ​
ວານ​ນີ້ ເອີ້ນພວກ​ປາ​ແລັສຕາຍ ວ່າ “​ເປັນ​ພວກ​ກໍ່ການຮ້າຍ” ​ໂດຍ​ເວົ້າວ່າ “ພວກ​ເຂົາ​ເຈົ້າ
ໄດ້​ສິດສອນການກໍ່ການຮ້າຍຢູ່​ໃນ​ໂຮງຮຽນຂອງ​ພວກ​ເຂົາ​ເຈົ້າ.”

ການ​ໂຕ້​ວາທີ​ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ຈັດຂຶ້ນ​ກ່ອນ​ໜ້າ ການຄັດເລືອກ ເພື່ອ​ແຕ່​ງຕັ້ງຜູ້​ສະໝັກ​
ຂອງ​ພັກ​ຣີພັບ​ບລິກກັນຄັ້ງທໍ​າອິດ ສໍາລັບ​ການ​ເລືອກ​ຕັ້ງເອົາ​ປະທາ​ນາ​ທິບໍດີ ປີ 2012.

XS
SM
MD
LG