ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ລາຍງານ ກໍລະນີ ໄວຣັສໂຄໂຣນາ ປະຈຳວັນ ທີ່ສູງເປັນປະຫວັດການ


ການແຜ່ລາມຂອງໄວຣັສໂຄໂຣນາ (COVID-19) ນະຄອນ ຮູສຕັນ, ລັດ ເທັກຊັສ.
ການແຜ່ລາມຂອງໄວຣັສໂຄໂຣນາ (COVID-19) ນະຄອນ ຮູສຕັນ, ລັດ ເທັກຊັສ.

ສະຫະລັດ ໄດ້ລາຍງານຫຼາຍກວ່າ 64,000 ກໍລະນີຂອງໄວຣັສໂຄໂຣໂນາໃນ ວັນພະຫັດວານນີ້, ເຊິ່ງສູງເປັນປະຫວັດການ, ໂດຍມີຄົນໄຂ້ ເຂົ້າຮັກສາໂຣກ ຢ່າງຖ້ວມລົ້ນ ໃນຫ້ອງສຸກເສີນຂອງໂຮງໝໍ ຢູ່ລັດທີ່ໄດ້ຮັບຜົນກະທົບໜັກທາງ ພາກຕາເວັນຕົກ ແລະ ພາກໃຕ້ຂອງປະເທດລວມມີລັດ ອາຣິໂຊນາ, ຄາລິຟໍ ເນຍ, ຟລໍຣິດາ ແລະ ເທັກຊັສ.

ດຣ. ແອນໂທນີ ຟາວຈີ, ເຊິ່ງແມ່ນເຈົ້າໜ້າທີ່ລະດັບສູງຂອງປະເທດ ກ່ຽວກັບ ໂຣກຕິດຕໍ່, ໄດ້ຮຽກ ຮ້ອງໃຫ້ບັນດາຜູ້ປົກຄອງລັດເລື່ອນແຜນການເປີດຄືນເສດ ຖະກິດຂອງເຂົາເຈົ້າ ເພື່ອທີ່ຈະຢຸດການເພີ່ມຂຶ້ນ ຂອງກໍລະນີໄວຣັສນັ້ນ.

ອົງການອະນາໄມໂລກ ໄດ້ເປີດການສືບສວນສອບສວນ ຢ່າງເປັນອິດສະຫຼະ ກ່ຽວກັບ ການຮັບມືກັບໂຣກລະບາດໄວຣັສໂຄໂຣນາ ຫຼັງຈາກບາງປະເທດປາ ກົດວ່າ ເຮັດວຽກໄດ້ດີໃນການຕໍ່ສູ້ ກັບການລະບາດກວ່າປະເທດອື່ນ.

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກ ເບຣເຢຊຸສ ໄດ້ກ່າວໃນວັນພະຫັດວານນີ້ວ່າ “ນີ້ແມ່ນເວລາຂອງການພິຈາລະ ນາຕົນເອງ, ເພື່ອເບິ່ງໂລກ ທີ່ພວກເຮົາອາໄສຢູ່ ແລະ ຫາວິທີ ທີ່ຈະເສີມຂະ ຫຍາຍການຮ່ວມມືກັນຂອງພວກເຮົາ ໃນຂະນະທີ່ພວກເຮົາເຮັດວຽກນຳກັນເພື່ອ ຊ່ວຍ ຊີວິດ ແລະ ນຳເອົາໂຣກລະບາດນີ້ມາຢູ່ພາຍໃຕ້ການຄວບຄຸມໃຫ້ໄດ້. ຂະໜາດຂອງໂຣກລະບາດດັ່ງກ່າວ, ເຊິ່ງຖືກສຳຜັດໂດຍເກືອບໝົດທຸກຄົນຢູ່ໃນ ໂລກນັ້ນ, ເຫັນໄດ້ຊັດເຈນວ່າ ສົມຄວນທີ່ຈະໄດ້ຮັບການປະເມີນຜົນ ຢ່າງເໝາະ ສົມ.”

ອະດີດນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ເຮເລັນ ຄລາກ ແລະ ອະດີດປະທານາທິບໍດີ ປະ ເທດ ໄລບີເຣຍ ທ່ານນາງ ແອລເລັນ ເຊີລີຟ ຈອນສັນ ຈະເປັນຜູ້ນຳພາຄະນະກຳມະການດັ່ງກ່າວ. ສະມາຊິກຄົນອື່ນໆຈະຖືກເສີມເຂົ້າຕາມຫຼັງ.

ທ່ານ ເທດຣອສ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ສາມາດຈິນຕະນາການເຖິງການມີຜູ້ ນຳທີ່ມີຄວາມເດັດດ່ຽວ ແລະ ເປັນອິດສະຫຼະຕື່ມອີກສອງຄົນ ເພື່ອຊ່ວຍນຳທາງ ພວກເຮົາ ຜ່ານຜ່າຂະບວນການຮຽນຮູ້ທີ່ສຳຄັນນີ້.”

ຫົວໜ້າອົງການອະນາໄມໂລກໄດ້ກ່າວວ່າ ມີຫຼາຍຄັ້ງທີ່ການປະສານງານກັນໃນ ໂລກແມ່ນກະແຈທີ່ສຳຄັນໃນການຕໍ່ສູ້ກັບໂຣກລະບາດ, ລວມທັງວຽກງານ ກ່ຽວ ກັບ ການພັດທະນາຢາວັກຊີນ ທີ່ທ່ານເວົ້າວ່າ ຕ້ອງຖືກເຮັດອອກມາໃຫ້ໝົດທຸກ ຄົນໄດ້ໃຊ້ ແລະ ບໍ່ແມ່ນແຕ່ສຳລັບຜູ້ທີ່ສາມາດຊື້ມັນໄດ້ເທົ່ານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG