ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມີລາຍງານວ່າ ສູນເສຍເງິນ 19 ຕື້ໂດລາ ໃນການສໍ້ໂກງ ແລະ ການລ່ວງລະເມີດ ໃນ ອັຟການິສຖານ


ຄອບຄົວຊາວ ອັຟການິສຖານ ໜີອອກຈາກບ້ານຂອງເຂົາເຈົ້າ ຫຼັງຈາກການຕໍ່ສູ້ລະຫວ່າງ ກອງທັບ ອັຟການິສຖານ ກັບ ກຸ່ມກະບົດ ຕາລີບານ ໃນແຂວງ ແຮລມານ, ທາງພາກໃຕ້ຂອງ ອັຟການິສຖານ. 13 ຕຸລາ, 2020.
ຄອບຄົວຊາວ ອັຟການິສຖານ ໜີອອກຈາກບ້ານຂອງເຂົາເຈົ້າ ຫຼັງຈາກການຕໍ່ສູ້ລະຫວ່າງ ກອງທັບ ອັຟການິສຖານ ກັບ ກຸ່ມກະບົດ ຕາລີບານ ໃນແຂວງ ແຮລມານ, ທາງພາກໃຕ້ຂອງ ອັຟການິສຖານ. 13 ຕຸລາ, 2020.

ສະຫະລັດ ໄດ້ສູນເສຍເງິນ 19 ຕື້ໂດລາໃນ ອັຟການິສຖານ ນັບຕັ້ງແຕ່ປີ 2002 ເປັນຕົ້ນມາຍ້ອນ “ການສິ້ນເປືອງ, ການສໍ້ໂກງ ແລະ ການລ່ວງລະເມີດ,” ອີງຕາມການກ່າວຂອງຫ້ອງການຜູ້ສັງເກດການພິເສດສຳລັບການຟື້ນຟູ ອັຟການິສຖານ ຫຼື SIGAR ໃນລາຍງານສະບັບໃໝ່ ທີ່ຖືກເປີດເຜີຍໃນວັນອັງຄານວານນີ້.

SIGAR ເປັນຜູ້ຕິດຕາມການໃຊ້ຈ່າຍທັງໝົດຂອງ ສະຫະລັດ ໃນສົງຄາມ 19 ປີໃນ ອັຟການິສຖານ, ເຊິ່ງແມ່ນສົງຄາມທີ່ຍາວທີ່ສຸດຂອງ ອາເມຣິກາ.

ຫ້ອງການກຳກັບຂອງ ອາເມຣິກັນ ດັ່ງກ່າວໄດ້ຢໍ້າວ່າລັດຖະສະພາ ສະຫະລັດ ໄດ້ຈັດສັນເງິນເກືອບ 134 ຕື້ໂດລາສຳລັບໂຄງການຟື້ນຟູ ອັຟການິສຖານ ນັບຕັ້ງແຕ່ການຂັບໄລ່ກຸ່ມ ຕາລີບານອອກໄປໃນທ້າຍປີ 2001.

ລາຍງານໄດ້ກ່າວວ່າ “ຈາກຈຳນວນເງິນດັ່ງກ່າວ, SIGAR ໄດ້ທົບທວນປະມານ 63​ ຕື້ໂດລາ ແລະ ໄດ້ສະຫຼຸບວ່າຈຳນວນທັງໝົດປະມານ 19 ຕື້ໂດລາ, ຫຼື 30 ເປີເຊັນຂອງຈຳນວນທີ່ຖືກທົບທວນນັ້ນ, ແມ່ນໄດ້ສູນເສຍໄປໃນການຟຸມເຟືອຍ, ການສໍ້ໂກງ ແລະ ການລ່ວງລະເມີດ.”

ການກວດບັນຊີຂອງ SIGAR ໄດ້ລະບຸປະມານ 1.8 ຕື້ໂດລາໃນການຟຸມ ເຟືອຍ, ສໍ້ໂກງ ແລະ ການລ່ວງລະເມີດໃນລະຫວ່າງເດືອນ ມັງກອນ 2018 ແລະ ເດືອນທັນວາ 2019.

ຫ້ອງການຄວບຄຸມດັ່ງກ່າວຖືກມອບໜ້າທີ່ໃນການທົບທວນກອງທຶນການຟື້ນຟູ ແລະ ສະເໜີຂໍ້ແນະນຳສຳລັບການໃຊ້ເງິນໃຫ້ມີປະໂຫຍດຫຼາຍຂຶ້ນສຳລັບໂຄງການອື່ນໆ, ຫຼື ຄວາມພະຍາຍາມຕ່າງໆໃນປະເທດທີ່ມີຄວາມວຸ້ນວາຍໃນເອເຊຍໃຕ້ນັ້ນ.

ລາຍງານສະບັບຫຼ້າສຸດຂອງ SIGAR ໄດ້ມີອອກມາໃນຂະນະທີ່ລັດຖະບານ ຂອງ ປະທານາທິບໍ ດີ ດໍໂນລ ທຣຳ ໄດ້ກົດດັນລັດຖະບານ ອັຟການິສຖານ ແລະ ພວກກະບົດ ຕາລີບານ ໃຫ້ເຈລະຈາການແກ້ໄຂທາງການເມືອງ ເພື່ອສິ້ນສຸດຄວາມຂັດແຍ້ງທີ່ມີມາດົນນານຢ່າງຖາວອນ. ຄູ່ແຂ່ງຕ່າງໆໃນ ອັຟການິສຖານ ປັດຈຸບັນນີ້ແມ່ນກຳລັງທຳການເຈລະຈາສັນຕິພາບໂດຍກົງໃນນະຄອນຫຼວງ ໂດຮາ ປະເທດ ກາຕ້າ.

ການເຈລະຈາຄັ້ງປະຫວັດສາດດັ່ງກ່າວແມ່ນຜົນຂອງຂໍ້ຕົກລົງສ້າງສາສັນຕິພາບທີ່ລັດຖະບານທ່ານ ທຣຳ ໄດ້ເຮັດກັບກຸ່ມ ຕາລີບານ ໃນເດືອນກຸມພາທີ່ຜ່ານມາ ເພື່ອປິດສົງຄາມ ແລະ ນຳເອົາກອງກຳລັງ ສະຫະລັດ ທັງໝົດກັບບ້ານພາຍໃນເດືອນພຶດສະພາ 2021.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG