ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ​ລາຍ​ງານ​ວ່າ ສ​ຫລ ອະ​ນຸ​ມັດ ການຂາຍ ເຮືອ​ບິນ​ລົບ ໃຫ້​ແກ່​ໄຕ້​ຫວັນ


ຝຸງ​ເຮືອ​ບິນ​ລົບ ມີ​ຣາ​ຈ 2000 ເຂົ້າ​ຮ່ວມ​ການ​ຊ້​ອມ​ລົບ ທີ່​ເມືອງ​ສິນ​ຈູ ທາງ​ພາກ​ເໜືອ​ຂອງ​ເກາະ​ໄຕ້​ຫວັນ ເມື່ອ​ວັນ​ທີ 16 ມັງ​ກອນ 2019.
ຝຸງ​ເຮືອ​ບິນ​ລົບ ມີ​ຣາ​ຈ 2000 ເຂົ້າ​ຮ່ວມ​ການ​ຊ້​ອມ​ລົບ ທີ່​ເມືອງ​ສິນ​ຈູ ທາງ​ພາກ​ເໜືອ​ຂອງ​ເກາະ​ໄຕ້​ຫວັນ ເມື່ອ​ວັນ​ທີ 16 ມັງ​ກອນ 2019.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ ການ​ຂາຍ​
ອາ​ວຸດ​ໃຫ້​ແກ່​ໄຕ້​ຫວັນ ແມ່ນ "ເປັນ​ເລື້ອງ​ນະ​ໂຍ​ບາຍ​ໃນ​ສະ​ຫະ​ລັດທີ່​ໃຫ້​ຄວາມ​ສຳ​ຄັນ ​ຕໍ່
​ຄວາມ​ຈຳ​ເປັນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ໄຕ້​ຫວັນ.​” ແລະ​ກ່າວ​ຕື່ມ​ວ່າ “ຈີນ​ແມ່ນ​ພວມ
​ຫາ​ທາງ​ເພື່ອ​ປ່ຽນ​ແປງ​ສະ​ຖາ​ນະ​ພາບ​ທີ່​ເປັນຢູ່​ໃນ​ປັດ​ຈຸ​ບັນ” ທີ່​ພາ​ໃຫ້​ມີ​ສັນ​ຕິ​ພາບ ແລະ
​ສະ​ຖຽນ​ລະ​ພາບ​ຂ້າມ​ຊ່ອງ​ແຄບໄຕ້​ຫວັນ​ມາ​ເປັນ​ເວ​ລາ​ດົນ​ນານ ຮວມ​ທັງ​ການ​ຂົ່ມ​ຂູ່​ທີ່​ຈະ
​ໃຊ້​ກຳ​ລັງ​ຕໍ່​ໄຕ້​ຫວັນ.

ອົງ​ການ​ຂ່າວບ​ລູມ​ເບີກ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ອ້າງ​ແຫຼ່ງ​ຂ່າວ​ທີ່​ບໍ່​ປະ​ສົງ​ອອກ​ຊື່ ລາຍ
​ງານ​ວ່າ ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳໄດ້​ໃຫ້​ການ​ອະນຸ​ມັດ​ແບບ​ງຽບໆ
ຕໍ່​ການ​ຂໍ​ຮ້ອງ​ ຂອງ​ໄຕ້​ຫວັນ ທີ່​ຈະ​ຊື້ ​ເຮືອ​ບົນ​ລົບ​ອາຍ​ພົ່ນ F-16 ຈຳ​ນວນ 60 ກວ່າ​ລຳ.
ໄຕ້​ຫວັນ​ໄດ້​ທຳ​ການ​ຂໍ​ຮ້ອງ ​ຢ່າງ​ເປັນ​ທາງ​ການ ​ເມື່ອ​ຕົ້ນເດືອນນີ້. ສະ​ຫະ​ລັດ ​ເປັນ​ປະ​
ເທດ​ທີ່​ຂາຍ​ອາ​ວຸດ​ໃຫ້​ແກ່​ໄຕ້​ຫວັນ​ລາຍ​ໃຫຍ່​ທີ່​ສຸດ.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ມັນ​ເປັນ​ເລື້ອງ​ນະ
​ໂຍ​ບາຍ ທາງ​ກະ​ຊວງ​ຈຶ່ງ​ບໍ່​ຂໍ​ໃຫ້​ຄວາມ​ເຫັນ ຫຼື​ໃຫ້​ການ​ຢືນ​ຢັນ​ຕໍ່​ຂໍ້​ສະເໜີ​ທີ່​ຈະ​ຂາຍ​ຫຼື
​ໂອນ​ອາ​ວຸດ​ສຳ​ລັບ​ປ້ອງ​ກັນ​ຕົວ ຈົນ​ກວ່າ​ຈະ​ມີ​ການ​ແຈ້ງ​ໃຫ້​ລັດຖະ​ສະ​ພາ​ຊາບ​ຢ່າງ​ເປັນ​
ທາງ​ການ.”

ຈີນ ຊຶ່ງ​ກ່າວ​ອ້າງວ່າ​ໄຕ້​ຫວັນ ທີ່​ປົກ​ຄອງ​ຕົນ​ເອງ​ຕາມ​ລະ​ບອບ​ປະ​ຊາ​ທິ​ປ​ະ​ໄຕ​ເປັນ​ສ່ວນ​
ນຶ່ງ​ຂອງ​ດິນ​ແດນ​ຕົນ​ນັ້ນ ໄດ້​ກ່າວ​ປະ​ນາມຕໍ່​ການ​ຂາຍ​ອາ​ວຸດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG