ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານ ຊີເຣຍ ໃຊ້ເຮລີຄອບເຕີ ໂຈມຕີ ສູນອົບພະຍົບ ແບບປ່າເຖື່ອນ


ແຜນທີ່ປະເທດຊີເຣຍ
ແຜນທີ່ປະເທດຊີເຣຍ

ສະຫະລັດ ປະນາມ ​ອັນ​ທີ່​ຕົນຮ້ອງວ່າ ລາຍງານການໂຈມຕີ
ແບບ “ປ່າ​ເຖື່ອນ” ໂດຍບັນດາເຮືອບິນເຮລິຄອບເຕີຊີເຣຍ
ທີ່ໄດ້ຖີ້ມລະເບີດຖັງລົງໃສ່ ສູນອົບພະຍົບ ຊຶ່ງພາກັນຫລົບໜີ
ສົງຄາມກາງເມືອງ ທີ່ດຳເນີນມາໄດ້ສາມ​ປີ​ເຄິ່ງ​ແລ້ວນັ້ນ.

ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດ​ຊີເຣຍ ທີ່​ມີ​ຫ້ອງການ​ຢູ່່ອັງກິດ ກ່າວ
​ວ່າ ການ​ໂຈມ​ຕີໃນ ​ວັນ​ພຸດ​ວານນີ້ ທີ່​ແຂວງ Idlib ​ໄດ້ເຮັດ​ໃຫ້​
ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 10 ຄົນ.

​ໂຄສົກ​ຍິງ ກະຊວງ​ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ Jen
Psaki ກ່າວ​ວ່າ ສະຫະລັດບໍ່​ສາມາດ​ຢືນ​ຢັນກ່ຽວກັບລາຍ​ລະ
ອຽດໄດ້​ໃນ​ທັນ​ທີ ​ແຕ່​ວ່າ “ຕື່ນຕົກ ໃຈ” ໃນລາຍງານນີ້ ​ແລະ​ໄດ້​ກ່າວມາໂດຍຕະຫຼອດ ຕ້ານການກະທຳ ຂອງລັດ ຖະບານ​ຊີ​ເຣຍ "ທີ່​ບໍ່​ໃຫ້ຄວາມສຳຄັນຕໍ່​ຊີວິດຂອງມະນຸດ.”

ທ່ານ​ນາງ Psaki ຍັງ​ໄດ້​ກ່າວ​ຍໍ້າ​ເຖິງຄວາມຈຳເປັນ ທີ່​ຊີ​ເຣຍຕ້ອງເປັນຜູ້ຮັບ​ຜິດ ຊອບ ກ່ຽວກັບການກະທຳຕ່າງໆຕໍ່ພົນລະ​ເຮືອນ ​ໃນລະຫວ່າງທີ່ເກີດບັນຫາ​ຂັດແຍ້ງ ທີ່​ເລີ້ມ
ດ້ວຍ​ການ​ປະ​ທ້ວງ​ແບບສະຫງົບ​ໃນ​ເດືອນມີ​ນາ ປີ 2011 ກ່ອນທີ່ ຈະກາຍເປັນ​ສົງຄາມ
ທີ່ເຮັດ​ໃຫ້​ເກືອບ 200,000 ຄົນເສຍ​ຊີວິດ.​

ການ​ສູ້​ລົບ​ໄດ້​ບັງຄັບ​ໃຫ້​ອົບ​ພະຍົບກວ່າ 3 ລ້ານ​ຄົນ ​ພາກັນ​ຫລົບໜີ ​ໄປ​ຫາປະ​ເທດ
​ເພື່ອນ​ບ້ານ ​ແລະ​ອີກ 6 ລ້ານ 5 ​ແສນ​ຄົນ​ ຕ້ອງຫລົບໜີໄປຈາກເຮືອນ ຊ້ານບ້ານຊ່ອງ
ຢູ່ໃນຊີ​ເຣຍເອງ.

ຄະນະ​ກຳມະການສະຫະ​ປະຊາ​ຊາດ ​ໄດ້ພິມ​ເຜີຍ​ແຜ່ລາຍ​ງານ​ເປັນ​ປະຈຳ ກ່ຽວ​ກັບ
​ສະພາບ​ການດ້ານ​ສິດທິ​ມະນຸດ ຢູ່ໃນຊີ​ເຣຍ ​ໃນ​ຂະນະ​ທີ່​ເກີດ​ສົງຄາມ ໂດຍ ມີການ
ພົບເຫັນວ່າ ​ທະຫານ​ລັດຖະບານໄດ້ທຳການ​ໂຈມ​ຕີໃນຂອບເຂດທີ່ກວ້າງ ຂວາງ​ຕໍ່
ພົນລະ​ເຮືອນຢູ່​ເປັນ​ປະຈຳ.

SYRIA VO
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG