ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບົດລາຍງານ ຂອງສະຫະລັດ ເຕືອນວ່າ ພວກກຸ່ມກໍ່ການຮ້າຍ ພວມປັບຕົວແລະຂະຫຍາຍຕົວ ເຖິງແມ່ນຖືກກົດດັນຢູ່ກໍຕາມ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວທີ່ກອງປະຊຸມຖະແຫລງ ໃນການຮັບມືກັບຈີນ ແລະອີຣ່ານ, ແລະໃນການຕໍ່ສູ້ຕ້ານ ໂຣກລະບາດ ຂອງພະຍາດໂຄໂຣນາ ຫຼື (COVID-19), ໃນນະຄອນຫຼວງວໍຊິງຕັນ, ວັນທີ 24 ມິຖຸນາ 2020.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວທີ່ກອງປະຊຸມຖະແຫລງ ໃນການຮັບມືກັບຈີນ ແລະອີຣ່ານ, ແລະໃນການຕໍ່ສູ້ຕ້ານ ໂຣກລະບາດ ຂອງພະຍາດໂຄໂຣນາ ຫຼື (COVID-19), ໃນນະຄອນຫຼວງວໍຊິງຕັນ, ວັນທີ 24 ມິຖຸນາ 2020.

ໄຊຊະນະທີ່ສຳຄັນຕ່າງໆໃນການຕໍ່ຕ້ານພວກກຸ່ມກໍ່ການຮ້າຍ ເຊັ່ນກຸ່ມລັດອິສລາມ ແລະກຸ່ມອາລ-ກາອີດາ ມາເຖິງປັດຈຸບັນນີ້ ກໍບໍ່ໄດ້ສະກັດກັ້ນການແຜ່ກະຈາຍໄປໃນທົ່ວໂລກຂອງພວກເຂົາເຈົ້າ ແນວໂນ້ມສ່ວນນຶ່ງຂອງຄວາມເປັນຫ່ວງ ໄດ້ລະບຸຢູ່ໃນບົດລາຍງານສະບັບໃໝ່ຂອງລັດຖະບານສະຫະລັດ ກ່ຽວກັບການກໍ່ການຮ້າຍ.

ການປະເມີນຜົນປະຈຳປີຂອງກະຊວງການຕ່າງປະເທດກ່ຽວກັບການກໍການຮ້າຍ ໄດ້ນຳອອກເຜີຍແຜ່ໃນວັນພຸດວານນີ້ ຊຶ່ງໄດ້ຍົກສູງ “ຄວາມກ້າວໜ້າ ທີ່ສຳຄັນທັງຫຼາຍ” ໃນຄວາມພະຍາຍາມຢ່າງຕໍ່ເນື່ອງ ທີ່ຈະຫລຸດຜ່ອນການ ກໍ່ການຮ້າຍຂອງວໍຊິງຕັນ ໂດຍຊີ້ໃຫ້ເຫັນການຜາບແພ້ ກຸ່ມທີ່ປະກາດຕົນເອງ ເປັນລັດອິສລາມ ຫຼື ຄາລີເຟດຢູ່ໃນອີຣັກ ແລະຊີເຣຍ ດ້ວຍການສັງຫານອະດີດຜູ້ນຳຂອງກຸ່ມລັດອິສລາມ ອາບູ ບັກຄ໌ ອາລ-ບັກດາດີ ແລະການສັງຫານ ທ້າວຮາມຊາ ບິນ ລາເດັນ ລູກຊາຍຂອງ ໂອຊາມ ບິນ ລາເດັນ ຜູ້ກໍ່ຕັ້ງກຸ່ມອາລ-ກາອີດາ.

ສິ່ງດຽວທີ່ບົດລາຍງານດັ່ງກ່າວໄດ້ພົບເຫັນກໍແມ່ນວ່າ ສິ່ງທີ່ກ່າວມານັ້ນແມ່ນບໍ່ພຽງພໍ.

ບົດລາຍງານໄດ້ສະຫລຸບວ່າ “ເຖິງແມ່ນຈະໄດ້ຮັບ ຜົນສຳເລັດທັງຫຼາຍເຫຼົ່ານີ້ ໄພອັນຕະລາຍຈາກການຂົ່ມຂູ່ຂອງພວກກໍ່ການຮ້າຍກໍຍັງມີຢູ່.”

ບັນດາເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ໂຕ້ຖຽວວ່າ ສ່ວນນຶ່ງຂອງຄວາມທ້າທາຍ ກໍແມ່ນໄພຂົ່ມຂູ່ທີ່ຫຼາກຫຼາຍແລະກວ້າງຂວາງນັ້ນ ຊຶ່ງເປັນສິ່ງທີ່ບົດລາຍງານອະທິບາຍວ່າ ເປັນ “ພາບພົດຂອງໄພຂົ່ມຂູ່ທີ່ມີຄວາມຫຼາກຫຼາຍແລະປ່ຽນແປງຢູ່ສະເໝີ” ຈາກກຸ່ມພວກນັກຕໍ່ສູ້ເພື່ອສາສະໜາ ຕະຫຼອດເຖິງພວກຜິວຂາວທີ່ຖືວ່າຕົນລ້ຳເລີດທີ່ສຸດ ແລະການເພິ່ງພາອາໄສຕໍ່ວໍຊິງຕັນຂອງໂລກ ໃຫ້ເປັນຜູ້ນຳພາ.

“ຄະນະລັດຖະບານຊຸດນີ້ ໄດ້ປະເຊີນໜ້າກັບໄພຂົ່ມຂູ່ຂອງພວກກໍ່ການຮ້າຍທີ່ລັດຖະບານອື່ນ ບໍ່ໄດ້ໃຫ້ຄວາມສຳຄັນ” ທ່ານໄມຄ໌ ພອມພຽວໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້. ທ່ານກ່າວຕື່ມວ່າ “ແຕ່ພວກເຮົາກໍບໍ່ສະທົກສະທ້ານໃນການສະແຫວງຫາຂອງພວກເຮົາ ເພື່ອຈະນຳເອົາພວກກໍ່ການຮ້າຍ ມາລົງ ໂທດ.”

ບັນດເຈົ້າໜ້າທີ່ຄົນອື່ນ ເຕືອນວ່າ ບັນຫາອີກອັນນຶ່ງ ກໍແມ່ນວ່າ ກຸ່ມກໍ່ການຮ້າຍທັງຫຼາຍ ແມ່ນປັບໂຕ ແລະຫາທາງຕ່າງໆນາໆທີ່ຈະອົດທົນແລະຂະຫຍາຍຕົວ ເຖິງແມ່ນວ່າ ຄວາມພະຍາຍາມທີ່ຈະຖອນຮາກຖອນໂຄນພວກມັນກໍຕາມ ໂດຍສະເພາະໃນກໍລະນີຂອງກຸ່ມລັດອິສລາມ.

“ພວກເຮົາຕ້ອງຄໍານຶງເຖິງຄວາມຈໍາເປັນ ທີ່ຈະຕ້ອງກົດດັນພວກມັນເອົາໄວ້” ທ່ານເນເຕັນ ເຊລສ໌ ຜູ້ປະສານງານດ້ານການຕໍ່ຕ້ານການກໍ່ການຮ້າຍ ຂອງກະຊວງການຕ່າງປະເທດ ທີ່ໄດ້ກ່າວຕໍ່ບັນດານັກຂ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG