ສະຫະລັດ ແມ່ນໄດ້ວາດພາບແບບໝົ່ນໝອງຕໍ່ສິດເສລິພາບໃນການນັບຖືສາສະໜາ ໃນທົ່ວໂລກ ໂດຍສະເພາະ ໄດ້ປະນາມຕໍ່ສັງຄົມອິສລາມບາງກຸ່ມ ທີ່ໄດ້ອອກກົດໝາຍການລົງໂທດຢ່າງຮ້າຍແຮງ ຕໍ່ພວກທີ່ໝິ່ນປະໝາດແລະປະສາສະໜາ.
“25 ເປັເຊັນ ຂອງບັນດາປະເທດທັງໝົດໃນໂລກ ແມ່ນມີກົດໝາຍຕ້ານການໝິ່ນ ປະໝາດ ສາສະໜາບໍ່ໃນຮູບໃດກໍຮູບນຶ່ງ ແລະ 1 ໃນ 10 ແມ່ນໄດ້ລົງໂທດຕໍ່ພວກທີ່ປະສາສະໜາ,” ນັ້ນແມ່ນຄຳເວົ້າຂອງທ່ານ David Saperstein ເອກອັກຄະລັດຖະ ທູດທົ່ວໄປ ຂອງກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບສິດເສລິພາບໃນການນັບຖືສາສະໜານາໆຊາດ ໄດ້ບອກກັບ VOA ໃນການໃຫ້ສຳພາດໃນວັນພຸດວານນີ້ ແລະທ່ານຍັງໄດ້ກ່າວອີກວ່າ “ນີ້ແມ່ນບັນຫາທີ່ຮ້າຍແຮງແທ້ໆ ຍ້ອນວ່າການລົງໂທດ ທີ່ວ່ານີ້ ແມ່ນໂທດທັນ ເຖິງຂັ້ນປະຫານຊີວິດ ຕໍ່ພວກເຂົາເຈົ້າ ຫຼືບໍ່ ກໍເປັນການລົງໂທດ ທີ່ຮ້າຍແຮງສາຫັດ. ແລະພວກເຮົາກໍໄດ້ຮູ້ເຫັນຢູ່ໃນຫຼາຍໆປະເທດທົ່ວໂລກ.”
ທ່ານ Saperstein ໄດ້ເນັ້ນຢ້ຳເຖິງທາດແທ້ຂອງກົດໝາຍທັງຫຼາຍນີ້ວ່າ “ການລົງໂທດ ຕໍ່ພວກທີ່ສະແດງອອກເຖິງຈິດໃຈຂອງຄວາມເຊື່ອໃນສາສະໜາຂອງພວກເຂົາເຈົ້າ ຊຶ່ງຄວາມເຊື່ອຂອງພວກເຂົາເຈົ້ານັ້ນ ອາດເປັນການຕ້ານຕໍ່ພວກຜູ້ມີອຳນາດທາງການເມືອງໃນປະເທດ. ບໍ່ຄວນມີບຸກຄົນໃດ ຖືກລົງໂທດ ຍ້ອນການສະແດງອອກເຖິງຄວາມເຊື່ອຂອງຜູ້ກ່ຽວໃນດ້ານສາສະໜາ ຖ້າພວກເຂົາເຈົ້າຫາກດຳເນີນການຢ່າງສັນຕິວິທີ.”
ລາຍງານໄດ້ກ່າວວ່າ “ການກ່າວຫາທີ່ຜິດໆ ຊຶ່ງມັກຈະເປັນຄຽດແຄ້ນສ່ວນຕົວ ຫຼືບໍ່ ກໍເປັນການອາຄາດ ຕໍ່ຜູ້ທີ່ຖືກກ່າວຫາ ຊຶ່ງບໍ່ກໍບໍ່ແມ່ນເລື້ອງແປກ. ຄວາມຮຸນແຮງທີ່ຕາມມາຈາກການກ່າວຫານີ້ ແມ່ນເປັນເລື້ອງທີ່ລົບກວນ ທີ່ເຫັນຢູ່ເລື້ອຍໆນັ້ນ.”
ກະຊວງການຕ່າງປະເທດ ໄດ້ກ່າວອີກວ່າ “ໃນທົ່ວໂລກ, ລັດຖະບານທັງຫຼາຍ ຍັງສືບ ຕໍ່ຈຳກັດຮັດແຄບຕໍ່ການຄວບຄຸມກຸ່ມສາສະໜາທັງຫຼາຍ ແລະໂດຍສະເພາະຕໍ່ກຸ່ມສາສະໜາກຸ່ມ ນ້ອຍ ແລະສາສະໜາ ທີ່ຖືກມອງເຫັນວ່າ ບໍ່ແມ່ນສາສະໜາດັ່ງເດີ້ມ ໃນປະເທດນັ້ນໆ.”
ລາຍງານ ໄດ້ລະບຸຊື່ບັນດາປະເທດຈຳນວນນຶ່ງ ທີ່ມີການກ່າວຫາ ບັນດາລັດຖະບານໄດ້ ແນເປົ້າໝາຍໃສ່ພວກຜູ້ຄົນ ໃນຂໍ້ຫາຕໍ່ຕ້ານຕ່າງໆນາໆ ຊຶ່ງຮວມທັງ ບົດຂຽນທາງອິນເຕີແນັດ ຫຼື ການລົງຄວາມເຫັນຕໍ່ສາທາລະນະທີ່ໃສ່ຮ້າຍປ້າຍສີພະສາສະດາ Mohammed ຫຼືບໍ່ ກໍບໍ່ໃຫ້ຄວາມເຄົາລົບຕໍ່ຄຳພີຂອງສາສະໜາອິສລາມ ທີ່ເອີ້ນວ່າ Quran ໃນຮູບໃດຮູບນຶ່ງ.