ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈັບກຸມ ຄົນເຂົ້າເມືອງ ຜິດກົດໝາຍ ເພີ້ມຂຶ້ນ ໃນສົກປີ 2014


ເຈົ້າໜ້າທີ່ີຕຳຫລວດກວດຄົນເຂົ້າເມືອງຄົນນຶ່ງ ກຳລັງກວດລົດ ທີ່ເຂົ້າມາສະຫະລັດ.
ເຈົ້າໜ້າທີ່ີຕຳຫລວດກວດຄົນເຂົ້າເມືອງຄົນນຶ່ງ ກຳລັງກວດລົດ ທີ່ເຂົ້າມາສະຫະລັດ.

ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນສະຫະລັດ ກ່າວ​ວ່າ
ຕຳຫລວດ​ກວດ​ຄົນ​ເຂົາ​ເມືອງແລ​ະພາສີລາຍ​ງານ​ວ່າ ​ຕົນ
ໄດ້​ຈັບ​ຄົນຫລາຍຂຶ້ນໃນ​ສົກ​ປີທີ່​ສີ້ນສຸດ​ລົງ​ໃນ​ເດືອນ​ກັນຍາ
ຜ່ານມານີ້ ​ແຕ່ເປັນສັນຊາດເມັ​ກຊິ​ໂກ ໜ້ອຍກວ່າ​ປີ​ກ່ອນໆ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ຈັບ​ກຸມ
​ຊາວເມັກຊິໂກ​ໄດ້​ຫລຸດ​ລົງ 14 ​ເປີ​ເຊັນ ​ແຕ່​ພວກທີ່​ມາຈາກ
​ປະ​ເທ​ດອຶ່ນໆຊຶ່ງສ່ວນ​ໃຫຍ່ແມ່ນອາ​ເມຣິກາ​ກາງ​ ໄດ້​ເພີ້​ມ
ຂື້ນ​ 68 ​ເປີ​ເຊັນ.

ໜ່ວຍ​ລາດຕະ​ເວນຊາຍ​ແດນສະຫະລັດ ລາຍ​ງານ​ວ່າ ຫລາຍ
​ກວ່າ 486,000 ຄົນ​ໄດ້​ຖືກຈັບ​ຢູ່ໃນທົ່ວ​ປະ​ເທດ ​ປຽບ​ທຽບ​ໃສ່​ຫລາຍ​ກວ່າ 420,000 ຄົນ
​ໃນ​ປີ 2013.

ພວກ​ເຈົ້າ​ໜ້າ​ທີ່ ​ອ້າງວ່າ ເປັນຍ້ອນການຫລັ່ງໄຫລເຂົ້າມາເພີ້ມຂຶ້ນ ຂອງບັນດາ​ເດັກນ້ອຍ
​ທີ່​ບໍ່​ມີ​ຜູ້​ປົກຄອງ ຢູ່ພາກ​ໃຕ້​ຂອງ ລັດ Texas ຫວ່າງ​ບໍ່​ເທົ່າໃດ​ເດືອນ​ທີ່​ຜ່ານ​ມາ​ນີ້.

​ຍິ່ງໄປກວ່າ​ນັ້ນ 85 ​ເປີ​ເຊັນ​ຂອງ​ພວກທີ່ຖືກເນລະເທດ ​ແລະສົ່ງ​ກັບ​ຈາກ ສະຫະລັດ ແມ່ນ
​ພວກ​ທີ່​ກະທຳ​ຜິດ​ກົດໝາຍ ​ເພີ້​ມຂື້ນ​ເຖິງ 67 ​ເປີ​ເຊັນ ຈາກ​ປີ 2011.

US BORDER STATISTICS VO
please wait

No media source currently available

0:00 0:00:34 0:00

ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນສະຫະລັດ ກ່າວ​ວ່າ ຜົນ​ຮັບດັ່ງກ່າວໄດ້​ສະທ້ອນ
ໃຫ້ເຫັນ​ເຖິງ​ຄວາມໝາຍ​ໝັ້ນ ໃນການຈັດຕັ້ງປະຕິບັດງານດ້ານຄົນເຂົ້າເມືອງ ແບບ ສະຫລາດ ​ມີປະສິດທິຜົນ ທີ່ອະນຸຍາດໃຫ້ເນລະເທດພວກ​ກະທຳ​ຄວາມ​ຜິດ​ຕ່າງໆ ແລະ
ພວກທີ່​ເຂົ້າ​ເມືອງມາໂດຍບໍ່​ມີເອກ​ກະສາ​ນຫວ່າງ​ມໍ່ໆ​ມາ​ນີ້ ອອກນອກປະເທດກ່ອນ.

ບັນດາ​ເຈົ້າ​ໜ້າ​ທີ່ກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ກ່າວ​ວ່າ ຈຳນວນ​ທັງໝົດ​ຂອງ​
ການ​ຈັບ​ກຸມ​ຢູ່​ຊາຍ​ແດນ ຍັງສືບຕໍ່​ຫລຸດ​ລົງ​ຢ່າງສຳຄັນ ຢູ່​ໃນ​ລະດັບ​ຕ່ຳກວ່າ​ປີ 2000
ເວລາ​ເຈົ້າ​ໜ້າ​ທີ່​ລາດຕະ​ເວນ​ຊາຍ​ແດນລາຍ​ງານ​ເຖິງ​ຈຳນວນ​ສູງ​ສຸດ 1 ລ້ານ 6 ​ແສນ​ຄົນ
ທີ່ຖືກ​ຈັບ​ໄດ້​ນັ້ນ.

ລັດຖະສະພາໂຈມຕີ ດຳລັດອະນຸໂລມໃຫ້ ຄົນເຂົ້າເມືອງຜິດກົດໝາຍ
ຂອງ ປ. ໂອບາມາ:

Obama’s Immigration Action Comes Under Attack in Congress
please wait

No media source currently available

0:00 0:02:37 0:00

XS
SM
MD
LG