ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາຍງານ ສຫລ ແຈ້ງວ່າ ເຄືອຂ່າຍ Al-Qaida ຍັງສືບຕໍ່ ເປັນໄພຂົ່ມຂູ່ ຮ້າຍແຮງ (ວີດີໂອ)


US Report: Al-Qaida Affiliates Pose Growing Threat
please wait

No media source currently available

0:00 0:01:58 0:00
ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ກຸ່ມກໍ່ການຮ້າຍ ​al-
Qaida ​ແລະ​ພວກ​ເຄືອຂ່າຍສາຂາຍັງສືບ​ຕໍ່​ເປັນ​ໄພ​ຂົ່ມຂູ່​ທີ່​ຮ້າຍ
​ແຮງຕໍ່​ສະຫະລັດ​ ແລະ​ພວກພັນທະ​ມິດ​ຂອງ​ຕົນ.

ລາຍ​ງານ​ປະຈຳ​ປີ ວ່າ​ດ້ວຍ​ການ​ກໍ່​ການ​ຮ້າຍ​ຂອງ​ກະຊວງ​ຕ່າງປະ​
ເທດ​ສະຫະລັດກ່າວ​ວ່າການ​ສູນ​ເສຍ​ບຸກຄົນ​ສຳຄັນ​ໃນ​ຄະນະ​ນຳ
ພາ​ຂອງກຸ່ມ​ດັ່ງກ່າວ​ໃນ​ປາ​ກິ​ສຖານແລະອັຟກາ​ນິສຖານ “​ໄດ້​ເລັ່ງ
ລັດ” ໃຫ້ມີ ການ​ກະຈາຍອຳນາດ ບໍລິຫານ ​ຂອງ​ເຄືອ​ຂ່າຍ. ລາຍ​
ງານ​ສະບັບ​ນີ້​ເວົ້າ​ຕື່ມ​ວ່າ ການກະທຳ​ເຊັ່ນ​ນີ້ໄດ້​ຍັງ​ຜົນ​ເຮັດ​ໃຫ້ “ມີ
ການ​ປະຕິບັດ​ງານ​ທີ່ເປັນອິດສະຫລະຫລາຍຂຶ້ນ” ແລະ “ແຂງຂັນ
ຫຼາຍຂຶ້ນ” ຂອງເຄືອຂ່າຍດັ່ງກ່າວ ໂດຍສະເພາະທີ່ເຢເມນ ຊີເຣຍ
ອີຣັກ ພາກຕາເວັນຕົກສຽງເໜືອຂອງທະວີບອາຟຣິກາແລະທີ່ໂຊມາເລຍ.

ລາຍງານສະບັບນີ້ ກ່າວຕື່ມວ່າ ອີຣ່ານ ຍັງເປັນປະເທດທີ່ສຳຄັນຢູ່ ທີ່ອຸບປະຖຳການກໍ່ການ ຮ້າຍແລະສືບຕໍ່ທ້າທາຍຕໍ່ຄຳຮຽກຮ້ອງຕ່າງໆ ທີ່ຢາກໃຫ້ອີຣ່ານພິສູດໃຫ້ເຫັນວ່າ ຄວາມກະ ຕືລືລົ້ນໃນດ້ານນີວເຄລຍ ຂອງຕົນນັ້ນ ແມ່ນມີຈຸດປະສົງໃນທາງສັນຕິ.

ລາຍງານສະບັບນີ້ກ່າວວ່າ ຄວາມຮຸນແຮງຂອງພວກກໍ່ການຮ້າຍໃນປີ 2013 ແມ່ນເພີ້ມທະ ວີຂຶ້ນ ດ້ວຍແຮງດົນໃຈ ຈາກສາສະໜານິກາຍຕ່າງໆ ໂດຍສະເພາະ ໃນຊີເຣຍ ເລບານອນ ແລະປາກິສຖານ ບ່ອນທີ່ພວກທີ່ໄດ້ຮັບເຄາະຮ້າຍສ່ວນຫຼາຍ ເປັນພວກພົນລະເຮືອນນັ້ນ.
XS
SM
MD
LG