ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຂັບໄລ່ພວກກະ​ບົດຮູຕີ ທີ່ທໍາການໂຈມຕີ ຂະບວນເຮືອສາກົນ ໃນຂົງເຂດທະເລແດງ


ແຟ້ມຮູບ-ໃນພາບ ເຫັນກໍາລັງບັນທຸກເຮືອບິນ USS Dwight D ພະລັງງານນິວເຄລຍ ວັນທີ 14 ກໍລະກົດ, 2012.
ແຟ້ມຮູບ-ໃນພາບ ເຫັນກໍາລັງບັນທຸກເຮືອບິນ USS Dwight D ພະລັງງານນິວເຄລຍ ວັນທີ 14 ກໍລະກົດ, 2012.

ເຮືອບິນເຮລິຄັອບເຕີ້ຂອງກອງທັບເຮືອສະຫະລັດ, ໃນວັນອາທິດວານນີ້ ໄດ້ຍິງເຮືອນ້ອຍ 3 ໃນຈຳ​ນວນ​ທັງ​ໝົດ 4 ລໍາ ທີ່ນໍາໃຊ້ໂດຍພວກກະບົດຮູຕີຂອງເຢເມນ ເ​ພື່ອໂຈມຕີເຮືອສິນຄ້າຢູ່ບໍລິເວນພາກໃຕ້ຂອງທະເລແດງ, ອີງຕາມການກ່າວຂອງສູນບັນຊາການສະຫະລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງຫຼື CENTCOM ຢູ່ໃນສື່ສັງຄົມອອນລາຍ X ເຊິ່ງໃນເມື່ອກ່ອນແມ່ນ Twitter.

ເຮືືອບິນເຮລິຄັອບເຕີ້​ຈາກ​ກຳ​ປັ່ນ​ USS Eisenhower ແລະ USS Gravely ຕອບສະຫນອງ ຕໍ່ການຮ້ອງ​ຂໍ ທີ່ມີຄວາມກັງວົນຈາກກໍາປັ່ນ ເມີ​ຣກ​ສ໌ ຫາງ​ໂຈ (Maersk Hangzhou) ໂດຍໄດ້ຈັດການຈູດເຮືອຂອງພວກກະບົດຮູຕີ ແລະ ເຮັດໃຫ້ມັນຈົມລົງ 3 ລໍາ ໂດຍບໍ່ມີຜູ້ໃດລອດຊີວິດ, ເຮືອລຳທີ 4 ໄດ້ໜີອອກຈາກພື້ນທີ່ໄປໄດ້.

ນີ້​ແມ່ນ​ຄັ້ງ​ທີ​ 2 ​ໃນ​ເວລາ​ບໍ່​ຮອດ 24 ຊົ່ວ​ໂມງ​ທີ່​ພວກ​ຫົວ​ຮຸນ​ແຮງຮູຕີ ເຊິ່ງ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີຣ່ານ ​ໄດ້​ທໍາການໂຈມ​ຕີ​ກຳ​ປັ່ນ​ບັນທຸກ​ສິນຄ້າ ເມີ​ຣກ​ສ໌
ຫາງ​ໂຈ ​ຂອງ​ສິງກະ​ໂປ.

ໃນ​ຕອນ​ເຊົ້າ ຂອງ​ມື້ວັນ​ອາທິດ​ວານ​ນີ້, ກອງທັບ​ສະຫະລັດ ​ໄດ້​ຍິງທຳ​ລາຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຕໍ່​ຕ້ານ​ກຳ​ປັ່ນ 2 ລູກ ທີ່ຍິງມາ​ໂດຍ​ພວກ​ກະບົດຮູຕີ ຢູ່ໃນບໍລິເວນ​ທະ​ເລ​ແດງ ເຊິ່ງ​ໄດ້ແນເປົ້າໝາຍ​ໃສ່​ກຳ​ປັ່ນ​ບັນທຸກ​ສິນຄ້າ.

ສູນບັນຊາການ CENTCOM ກ່າວວ່າ "ນີ້ແມ່ນການໂຈມຕີທີ່ຜິດກົດຫມາຍຄັ້ງທີ 23 ໂດຍພວກກະບົດຮູຕີ ຕໍ່ກໍາປັ່ນຂົນສົ່ງສິນຄ້າລະຫວ່າງປະເທດ ນັບຕັ້ງ ແຕ່ວັນທີ 19 ພະຈິກ ເປັນຕົ້ນມາ."

ການ​ໂຈມ​ຕີ​ທີ່​ເພີ້ມ​ຂຶ້ນ​ຢູ່​ທະ​ເລ​ແດງ ​ໄດ້​ຜັກດັນໃຫ້​ບໍ​ລິ​ສັດ​ຂົນ​ສົ່ງ​ຈຳ​ນວນ​ຫຼາຍ​ ປ່ຽນ ເສັ້ນ​ທາງລຳ​ລຽງໃນ​ຕົ້ນ​ເດືອນ​ທັນ​ວາແລ້ວນີ້ ເພື່ອຫຼີກ​ເວັ້ນການເດີນເຮືອຜ່ານບໍລິເວນທະ​ເລ​ແດງ ​ຈົນ​ກວ່າຈະ​ມີ​ການ​ເຕືອນໃຫ້​ຊາບ​ຕື່ມ.

ການໂຈມຕີຂອງພວກກະບົດຮູຕີ, ເປັນການສະແດງໃຫ້ເຫັນການສະໜັບສະໜຸນກຸ່ມຫົວຮຸນແຮງປາແລັສໄຕນ໌ຮາມາສ ທີ່ດໍາເນີນການສູ້ລົບກັບອິສຣາແອລ ຢູ່ຂົງ ເຂດກາຊາ ເຊິ່ງແນເປົ້າໝາຍໃສ່ເສັ້ນທາງທີ່ໄດ້ຮັບການອະນຸຍາດເດີນເຮືອ ລະ ຫວ່າງການຄ້າຕາເວັນອອກ ຫາຕາເວັນຕົກ ໂດຍສະເພາະການຂົນສົ່ງນ້ຳມັນທີ່ ມີການນໍາໃຊ້ຄອງຊູເອສ (Suez) ເພື່ອປະຢັດເວລາ ແລະຄ່າໃຊ້ຈ່າຍໃນການເດີນເຮືອອ້ອມທະວີບອາຟຣິກາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG