ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງຜູ້ຖືກກ່າວຫາ ເປັນຜູ້ຂົ່ມຂືນ ແລະ ຄາດຕະກອນຂ້າພວກຄົນປ່ຽນເພດ 3 ຄົນ ກັບຄືນໄປປາກິສຖານ


ແຟ້ມພາບ - ເຄື່ອງໝາຍເຈົ້າໜ້າທີ່ປະຕິບັດການ ສຳລັບສຳນັກງານປະຕິບັດການບັງຄັບໃຊ້ກົດໝາຍແລະການຖອດຖອນອອກ ຂອງກົມກວດຄົນເຂົ້າເມືອງ ແລະພາສີ ສະຫະລັດ ຫຼື (ICE) ໃນເມືອງຮໍໂຕນ (Hawthorne) ລັດຄາລີຟໍເນຍ, ເມື່ອວັນທີ 1 ມີນາ 2020.
ແຟ້ມພາບ - ເຄື່ອງໝາຍເຈົ້າໜ້າທີ່ປະຕິບັດການ ສຳລັບສຳນັກງານປະຕິບັດການບັງຄັບໃຊ້ກົດໝາຍແລະການຖອດຖອນອອກ ຂອງກົມກວດຄົນເຂົ້າເມືອງ ແລະພາສີ ສະຫະລັດ ຫຼື (ICE) ໃນເມືອງຮໍໂຕນ (Hawthorne) ລັດຄາລີຟໍເນຍ, ເມື່ອວັນທີ 1 ມີນາ 2020.

ສະຫະລັດ ໄດ້ເນລະເທດຊາຍຄົນນຶ່ງ ຜູ້ທີ່ມີອິດທິພົນດ້ານການເມືອງ ກັບຄືນພູມລຳເນົາຂອງລາວ ຄືປະເທດປາກິສຖານ ບ່ອນທີ່ລາວ ເປັນຜູ້ທີ່ທາງການຕ້ອງການຕົວ ຍ້ອນ​ຖືກ່າວຫາ​ວ່າ ຄາດຕະກຳພວກ​ປ່ຽນເພດສາມຄົນ ພາຍຫຼັງຈາກທີ່ໄດ້ຂົ່ມຂືນພວກເຂົາ.

ສຳນັກງານບັງຄັບໃຊ້ກົດໝາຍ ແລະປະ​ຕິ​ບັດ​ງານ​ໃນ​ການ​ເນ​ລະ​ເທດ ຂອງກົມກວດຄົນເຂົ້າເມືອງສະຫະລັດ ຫຼື ERO ໃນລັດນິວຢອກ ໄດ້ກ່າວໃນຖະແຫລງການ ເມື່ອວັນພະຫັດວານນີ້ ວ່າ ຕົນໄດ້ສົ່ງຜູ້ຫລົບໜີຄະດີອາຍາ ທ້າວອາມາດ ບີລາລ ຊີມາ (Ahmad Bilal Cheema) ກັບໄປປະເທດບ້ານເກີດຂອງລາວ ໂດຍເຮືອບິນພານິດ ໃນວັນທີ 12 ກໍລະກົດ ບ່ອນທີ່ລາວ ໄດ້ຖືກມອບຕົວ ໃຫ້ແກ່ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ຂອງປາກິສຖານ.

ບັນດາເຈົ້າໜ້າທີ່ໃນປາກິສຖານ ບໍ່ໄດ້ໃຫ້ຄຳເຫັນໃນທັນທີທັນໃດ ກ່ຽວກັບການປະກາດ ຂອງກົມ ERO.

ຊາຍດັ່ງກ່າວ ອາຍຸ 42 ປີ ພ້ອມດ້ວຍຜູ້ສົມຮູ້ຮ່ວມຄິດສອງຄົນ ເຊິ່ງຖືກກ່າວຫາວ່າ ຄາດຕະກຳພວກປ່ຽນເພດສາມຄົນ ໃນເດືອນພະຈິກ ປີ 2008 ໃນເມືອງ ຊຽວໂຄຕ (Sialkot) ຊຶ່ງເປັນເມືອງອຸດສາຫະກຳ ໃນແຂວງປັນຈາບ​ທາງ​ພາກກາງ​ຂອງ​ປະ​ເທດ ກ່ອນທີ່ຈະຫລົບໜີມາຍັງສະຫະລັດ ຫຼາຍອາທິດຫຼັງຈາກນັ້ນ ອີງຕາມຕຳຫຼວດຂອງປາກິສຖານ.

ກົມ ERO ໄດ້ກ່າວວ່າ ທ້າວຊີມາ “ເປັນຜູ້ທີ່ທາງການຕ້ອງການຕົວ ​ໃນການຄາດຕະກຳ ຢູ່ປາກິສຖານ. ອີງຕາມເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງປາກິສຖານ ທ້າວຊີມາ ພ້ອມດ້ວຍຜູ້ສົມຮູ້ຮ່ວມຄິດສອງຄົນ ຖືກກ່າວຫາວ່າ ຄາດຕະກຳສາມຄົນໃນມື້ ຫຼືວ່າປະມານວັນທີ 5 ພະຈິກ ປີ 2008.”

ກົມ ERO ກ່າວຕື່ມວ່າ ຜູ້ທີ່ມີສັນຊາດປາກິສຖານ​ຄົນນີ້ ໄດ້ເຂົ້າມາໃນສະຫະລັດຖືກຕ້ອງຕາມກົດໝາຍ ຄັ້ງທຳອິດ ໃນວັນທີ 24 ມັງກອນ 2009, ຫຼາຍອາທິດກ່ອນໜ້ານີ້ “ລາວໄດ້ຖືກຈັບກຸມ ແລະຖືກແຈ້ງຂໍ້ຫາຂັບຍານພາຫະນະໃນຂະນະ ຢູ່ພາຍໃຕ້ຄວາມມືນເມົາ.”

ທ້າວຊີມາ ມາຈາກຄອບຄົວຊາວປາກິສຖານທີ່ມີອິດທິພົນດ້ານການເມືອງ ແລະເປັນລູກຊາຍຂອງ ທ່ານ ອາຈາມອລ ຊີມາ (Ajamal Cheema) ອະດີດລັດ ຖະມົນຕີອຸດສາຫະກຳຂອງແຂວງປັນຈາບ.

ໃນເດືອນທັນວາ 2009 ສານລັດນິວຢອກ ໄດ້ຕັດສິນຄະດີຂອງ ຜູ້ຫລົບ​ລີ້​ກົດ​ໝາຍອາຍາ ສັນຊາດປາກິສຖານ ວ່າມີຄວາມຜິດໃນຖານ “ຂັບລົດໃນຂະນະທີ່ຂາດສະຕິມືນເມົາ ຍ້ອນການດື່ມເຫຼົ້າ ແລະໄດ້ຖືກລົງໂທດໃຫ້ປັບໃໝລາວແລະ ຖອນໃບຂັບຂີ່ ເປັນເວລາ 90 ວັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG