ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ຕ່ຳສະຫະລັດ ທ່ານ ຈອຣ໌ຈ ຊານໂຕສ (George Santos) ໄດ້ຖືກຈັບໃນຂໍ້ຫາທາງອາຍາ ຂອງລັດຖະບານກາງ


ແຟ້ມພາບ - ຜູ້ແທນຂອງພັກຣີພັບບລີກັນ ລັດນິວຢອກ ຈອຣ໌ຈ ຊານໂຕສ (George Santos), ອອກຈາກ ການປະຊຸມຢູ່ທີ່ ຫໍປະຊຸມຂອງພັກຣີພັບບຣິກັນ ຢູ່ Capitol Hill ໃນນະຄອນຫຼວງວໍຊິງຕັນ ໃນວັນທີ 25 ມັງກອນ 2023
ແຟ້ມພາບ - ຜູ້ແທນຂອງພັກຣີພັບບລີກັນ ລັດນິວຢອກ ຈອຣ໌ຈ ຊານໂຕສ (George Santos), ອອກຈາກ ການປະຊຸມຢູ່ທີ່ ຫໍປະຊຸມຂອງພັກຣີພັບບຣິກັນ ຢູ່ Capitol Hill ໃນນະຄອນຫຼວງວໍຊິງຕັນ ໃນວັນທີ 25 ມັງກອນ 2023

ສະ​ມາ​ຊິກ​ສະ​ພາ​ຕ່ຳສະຫະລັດ ທ່ານ ຈອຣ໌ຈ ຊານໂຕສ (George Santos) ໄດ້ຖືກຈັບໃນຂໍ້ຫາທາງອາຍາຂອງລັດຖະບານກາງ ອີງຕາມ​ລາຍ​ງານ​ຂອງ​ອົງ​ການຂ່າວເອພີ. ຄໍາກ່າວຟ້ອງລະບຸວ່າ ທ່ານ ຊານໂຕສ (Santos) ໄດ້ຊັກຈູງບັນດາຜູ້ສະຫນັບສະຫນູນ ໃຫ້ບໍລິຈາກເງິນໃຫ້ແກ່ບໍລິສັດນຶ່ງ ພາຍໃຕ້ການນຳສະເໜີທີ່ບໍ່ຖືກຕ້ອງວ່າ ເງິນດັ່ງກ່າວຈະຖືກນຳໄປໃຊ້ເພື່ອສະຫນັບສະຫນູນການໂຄສະນາຫາ​ສຽງຂອງລາວ. ທະນາຍຄວາມຂອງສະຫະລັດ ທ່ານ ບຣີອອນ ພີຊ (Breon Peace) ກ່າວໃນວັນພຸດວານນີ້ວ່າ ການກ່າວຟ້ອງດັ່ງກ່າວ “ພະ ຍາຍາມທີ່ຈະໃຫ້ທ່ານຊານໂຕສ (Santos) ຮັບຜິດຊອບຕໍ່ແຜນການຫຼອກລວງຕ່າງໆ ທີ່ຖືກກ່າວຫາ ແລະການບິດເບືອນຄວາມຈິງຢ່າງຈະແຈ້ງ.” ສະມາຊິກສະ​ພາ​ຕ່ຳ ຂອງພັກຣີພັບບລີກັນ​ທ່ານນີ້ ຍັງໄດ້ປະເຊີນກັບຄວາມຄຽດແຄ້ນ ຕໍ່ການເປີດເຜີຍ ທີ່ລາວໄດ້ສ້າງເລື້ອງລາວຕ່າງໆຂອງຊີວິດຂອງລາວຂຶ້ນມາເອງ, ລວມທັງການເວົ້າຕົວະກ່ຽວກັບການເປັນຕົວແທນ Wall Street ທີ່ຮັ່ງມີ. ທ່ານ ຊານໂຕສ (Santos) ໄດ້ຖືກຈັບໃນວັນພຸດວານນີ້. ທ່ານ ຊານໂຕສ (Santos) ກ່າວຕໍ່ອົງການຂ່າວເອພີ ໃນວັນອັງຄານ​ຜ່ານ​ມານີ້ວ່າລາວບໍ່ໄດ້ຖື​ແຈ້ງກ່ຽວກັບຂໍ້ກ່າວຫາ​ຕ່າງໆ.

ອ່ານຂ່າວນີ້ ເປັນພາສາອັງກິດຕື່ມ

XS
SM
MD
LG