ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣໍາເວົ້າວ່າ ທ່ານເອງ ທີ່ເປັນຜູ້ຕັດສິນໃຈ ໃນການເປີດປະເທດຄືນ ບໍ່ແມ່ນຜູ້ປົກຄອງລັດ


ປະທານາທິບໍດີ ທຣໍາ ກ່າວກ່ຽວກັບໄວຣັສ ໂຄໂຣນາ ຢູ່ຫ້ອງປະຊຸມຖະແຫລງຂ່າວ James Brady ໃນທໍານຽບຂາວໃນວັນຈັນ, ທີ 13 ເມສາ, 2020 (ພາບຖ່າຍໂດຍ AP Photo/Alex Brandon)
ປະທານາທິບໍດີ ທຣໍາ ກ່າວກ່ຽວກັບໄວຣັສ ໂຄໂຣນາ ຢູ່ຫ້ອງປະຊຸມຖະແຫລງຂ່າວ James Brady ໃນທໍານຽບຂາວໃນວັນຈັນ, ທີ 13 ເມສາ, 2020 (ພາບຖ່າຍໂດຍ AP Photo/Alex Brandon)

ປະທານາທິບໍດີ ດໍໂນລ ທຣໍາຂອງສະຫະລັດ ກ່າວໃນວັນຈັນວານນີ້ວ່າ ແມ່ນທ່ານເອງ ບໍ່ແມ່ນຜູ້ປົກຄອງລັດ ຈະເປັນຜູ້ຕັດສິນໃຈໃນໄວໆນີ້ ວ່າ ຈະເປີດສະຫະລັດ ໃຫ້ເຮັດການຄ້າຂາຍຄືນ ຫລືບໍ່ ໃນຂະນະທີ່ບັນດານັກຊ່ຽວຊານໄດ້ສະແດງຄວາມ ຫວັງໃນແງ່ດີອອກມາວ່າ ການລະບາດລະດັບໂລກຂອງໄວຣັສ ໂຄໂຣນາຢູ່ໃນ ປະເທດອາດຈະຍຸຕິລົງໃນໄວໆນີ້.

ຜູ້ປົກຄອງຂອງ 42 ລັດໃນຈໍານວນ 50 ລັດຢູ່ໃນສະຫະລັດ, ໄດ້ອອກຄໍາສັ່ງ ໃຫ້ຄົນຢູ່ເຮືອນໃນຂະນະທີ່ໄວຣັສໄດ້ລະບາດໄປທົ່ວປະເທດ. ທ່ານ ທຣໍາໄດ້ ແນະນໍາໃຫ້ຄົນອາເມຣິກັນຢູ່ຫ່າງກັນ ໄປຈົນຮອດທ້າຍເດືອນເມສານີ້ ແຕ່ວ່າກໍ ຍັງຈະພິຈາລະນາຢູ່ວ່າ ຈະເປີດປະເທດໂດຍທັງໝົດ ຫລືເປັນບາງພາກສ່ວນ ຫລືບໍ່ ໃນວັນທີ 1 ພຶດສະພາຈະມາເຖິງນີ້.

ໃນຂະນະທີ່ຂ່າວຄາວຕ່າງໆ ໃນສະຫະລັດໄດ້ສະແດງໃຫ້ເຫັນວ່າ ມັນຂຶ້ນຢູ່ກັບ ຜູ້ປົກຄອງລັດ ທີ່ຈະຕັດສິນໃຈວ່າ ຕອນໃດຄວນຈະຍົກເລີກຄໍາສັ່ງ ສໍາລັບລັດ ຂອງພວກເພິ່ນ, ທ່ານທຣໍາກໍໄດ້ຂຽນລົງໃນທວີດເຕີ ວ່າ “ຈົ່ງມາພາກັນໃຫ້ເຂົ້າ ໃຈ ຢ່າງແຈ່ມແຈ້ງຊະວ່າ ອັນນີ້ແມ່ນບໍ່ຖືກຕ້ອງ.”

ທ່ານທຣໍາ ຂຽນຕໍ່ໄປອີກວ່າ “ມັນເປັນການຕັດສິນໃຈຂອງປະທານາທິບໍດີ ແລະ ແມ່ນຍ້ອນເຫດຜົນຫລາຍຢ່າງ. ເມື່ອເວົ້າເຖິງເລື້ອງນັ້ນແລ້ວ ຄະນະລັດຖະບານ ແລະຂ້າພະເຈົ້າ ກໍາລັງເຮັດວຽກຮ່ວມກັບບັນດາຜູ້ປົກຄອງລັດຢ່າງໃກ້ຊິດ ແລະ ການເຮັດແນວນີ້ຈະສືບຕໍ່ມີຂຶ້ນ. ການຕັດສິນໃຈຂອງຂ້າພະເຈົ້າ, ຮ່ວມກັນກັບ ພວກຜູ້ປົກຄອງລັດ ແລະຄໍາເຫັນຈາກຄົນອື່ນໆ ຈະມີຂຶ້ນໃນໄວໆນີ້.”

ບັນດານັກຊ່ຽວຊານດ້ານການແພດໄດ້ສະແດງຄວາມຫວັງໃນແງ່ດີອອກມາແບບລະມັດລະວັງວ່າ ການລະບາດຂອງໄວຣັສໂຄໂຣນາຢູ່ໃນປະເທດກໍາລັງຄ່ອຍໆ ຊ້າລົງ. ຫົວໜ້າດ້ານສາທາລະນະສຸກ ຂອງສະຫະລັດ, ທ່ານ ເຈໂຣມມີ ອາດາມສ໌ (Jerome Adams) ຂຽນລົງໃນທວີດເຕີວ່າ “ທ້າມກາງໂສກນາດ ຕະກໍາ, ແມ່ນຍັງມີຄວາມຫວັງຢູ່.”

ທ່ານກ່າວວ່າ ລັດຄາລິຟໍເນຍ ແລະລັດວໍຊິງຕັນ ທີ່ຢູ່ໃນພາກຕາເວັນຕົກ ຍັງ “ມີສະພາບທີ່ໝັ້ນຄົງຢູ່” ໃນເລື້ອງຈໍານວນຂອງຄົນຕິດເຊື້ອ. ທ່ານອາດາມສ໌ ກ່າວອີກວ່າ ສໍາລັບລັດນິວຢອກ ແລະນິວເຈີຊີ ຢູ່ທາງພາກຕາເວັນອອກຂອງປະ ເທດ ແລະນະຄອນດີທຣອຍ ຢູ່ທາງພາກຕາເວັນຕົກຕອນກາງ ແລະນະຄອນ ນີວໂອລີນ ຢູ່ທາງພາກໃຕ້ “ປາກົດວ່າຢູ່ໃນລະດັບທີ່ຄົງຕົວແລ້ວ.”

“ມາດຕະການໃຫ້ຄົນຢູ່ຫ່າງຈາກກັນ ແລະການຫລຸດຜ່ອນລົງ ແມ່ນໃຊ້ການໄດ້. ມັນມີແສງສະຫວ່າງໃຫ້ເຫັນຢູ່ສົ້ນອຸໂມງອັດມືດມົນອັນນີ້,” ນັ້ນຄືຄໍາເວົ້າ ຂອງ ທ່ານ ອາດາມສ໌ ໃນຂະນະທີ່ທ່ານຊຸກຍູ້ໃຫ້ຊາວອາເມຣິກັນສືບຕໍ່ຮັກສາການຢູ່ ຫ່າງຈາກກັນ ຢ່າງໜ້ອຍ 2 ແມັດຢູ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG