ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ມີ ຄົນຕິດພະຍາດ ໂຄວິດ-19 ເຖິງ 1 ລ້ານຄົນ ພາຍໃນ 10 ມື້ ຂອງເດືອນນີ້


ຄົນໃຊ້ເຄື່ອງກວດຫາໄວຣັສໂຄໂຣນາຢູ່ສູນກວດພະຍາດ Central Family Life ໃນຄຸ້ມ Stapleton ຂອງນະຄອນນິວຢອກ, ວັນທີ 10 ພະຈິກ, 2020
ຄົນໃຊ້ເຄື່ອງກວດຫາໄວຣັສໂຄໂຣນາຢູ່ສູນກວດພະຍາດ Central Family Life ໃນຄຸ້ມ Stapleton ຂອງນະຄອນນິວຢອກ, ວັນທີ 10 ພະຈິກ, 2020

ສະຫະລັດໃນວັນຈັນຜ່ານມານີ້ໄດ້ລາຍງານວ່າ ກໍລະນີຄົນຕິດພະຍາດໂຄວິດ-19 ລາຍໃໝ່ມີຫຼາຍກວ່າ 1 ລ້ານຄົນຢູ່ໃນເວລາພຽງແຕ່ 10 ມື້ທຳອິດຂອງເດືອນພະຈິກເທົ່ານັ້ນ.

ສະຫະລັດໄດ້ບັນທຶກວ່າມີຫຼາຍກວ່າ 10 ລ້ານຄົນເປັນພະຍາດໂຄວິດ-19 -ເຊິ່ງເປັນປະເທດທີ່ມີຈໍານວນຄົນປ່ວຍຍ້ອນພະຍາດນີ້ສູງທີ່ສຸດໃນໂລກ -ອີງຕາມສູນຂໍ້ມູນຂອງສູນຊັບພະຍາກອນ ກ່ຽວກັບໄວຣັສໂຄໂຣນາຂອງມະຫາວິທະຍາໄລ ຈອນສ໌ ຮອບຄິນສ໌.

ບັນດາລັດໃນພາກຕາເວັນຕົກຕອນກາງ ແມ່ນໄດ້ຮັບຄວາມເດືອດຮ້ອນທີ່ສຸດ, ເຊິ່ງອັດຕາການເຂົ້າໂຮງໝໍຢູ່ໃນຂົງເຂດດັ່ງກ່າວ ແມ່ນຂຶ້ນສູ່ຈຸດສູງທີ່ສຸດ. ໂຄງການຕິດຕາມພະຍາດໂຄວິດ-19 ກ່າວວ່າມີຫຼາຍກວ່າ 59,000 ຄົນໄດ້ເຂົ້າໂຮງໝໍໃນທົ່ວປະເທດໃນວັນຈັນຜ່ານມາ.

ໃນມື້ດຽວກັນທີ່ສະຫະລັດໄດ້ບັນທຶກການເພີ່ມຂຶ້ນດັ່ງກ່າວນີ້, ສອງບໍລິສັດຜະລິດຢາຂອງສະຫະລັດກໍໄດ້ປະກາດການພັດທະນາໃນການຕໍ່ສູ້ຕ້ານກັບເຊື້ອໄວຣັສດັ່ງກ່າວ. ບໍລິສັດ ຟາຍເຊີ (Pfizer) ປະກາດວ່າຢາວັກຊີນໃນຂັ້ນທົດລອງຂອງຕົນມີປະສິດທິພາບ 90% ໃນການປ້ອງກັນເຊື້ອໄວຣັສຢູ່ໃນຜູ້ເຂົ້າຮ່ວມທີ່ບໍ່ມີຫຼັກຖານສະແດງໃຫ້ເຫັນວ່າມີການຕິດເຊື້ອມາກ່ອນ.

ອ່ານຂ່າວນີ້ເພີ້ມເປັນພານສາອັງກິດ

XS
SM
MD
LG