ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຜ່ອນຜັນ ​​ຂໍ້ຈຳກັດຮັດ​ແຄບ ​ຕໍ່​ຄິວ​ບາ ຕື່ມອີກ


ພະນັກງານຄົນນຶ່ງກຳລັງກວດເຫລົ້າ rum ຢູ່ໂຮງງານ Havana Club rum ທີ່ນະຄອນ Havana ປະເທດ Cuba.
ພະນັກງານຄົນນຶ່ງກຳລັງກວດເຫລົ້າ rum ຢູ່ໂຮງງານ Havana Club rum ທີ່ນະຄອນ Havana ປະເທດ Cuba.

ລັດຖະບານ ​ປະທານາທິບໍດີ Barack Obama ​ໄດ້​ປະກາດ​ກ່ຽວ​ກັບ ​ການ​ຜ່ອນຜັນຂໍ້ ຈຳກັດຮັດ​ແຄບ​ຕໍ່​ຄິວ​ບາ ​ໃນ​ຄວາມພະ​ຍາ​ຍາມ​ເພື່ອເປີດ​ໂອກາດທາງ​ດ້ານ​ເສດຖະກິດ​ເພີ້ມຂຶ້ນ ລະຫວ່າງ​ສອງ​ປະເທດ.

​ໃນ​ວັນ​ສຸກ​ວານ​ນີ້ ​ລັດຖະບານ​ສະຫະລັດໄດ້ໃຫ້ການອະນຸມັດຕໍ່​ກົດ​ລະບຽບ​ປ່ຽນ​ແປງ​ທີ່​ມີ​ຈຸດປະສົງ​ແນ​ໃສ່​ເພື່ອ​ຂະຫຍາຍ​ໂອກາດ​ທາງດ້ານ​ວິທະຍາສາດ ມະນຸດ ສະ​ທໍາ ​ການ​ຄ້າແລະພານິດ ລະຫວ່າງສະຫະລັດ ​ແລະ​ຄິວ​ບາ.

ປະທານາທິບໍດີ Obama ກ່າວ​ວ່າ “​ຄວາມແຕກ​ຕ່າງທີ່​ແທ້​ຈິງ" ກ່ຽວ​ກັບເລື້ອງ ປະຊາທິປະ​ໄຕ ​ແລະ​ສິດທິ​ມະນຸດແມ່ນຍັງມີ​ຢູ່​ລະຫວ່າງ​ສອງ​ປະ​ເທດ ​ແຕ່​ວ່າ ທາງ​ທີ່​ດີ​ທີ່ສຸດ ​ທີ່​ຈະ​ແກ້​ໄຂຄວາມ​ແຕກ​ຕ່າງເຫຼົ່ານີ້ ກໍ​ແມ່ນ​ໂດຍ​ຜ່ານ​ການ​ພົວພັນ​ກັນ.

ຫົວໜ້າ​ກະຊວງ​ຕ່າງປະ​ເທດ​ຄິວ​ບາ​ທີ່​ຮັບຜິດຊອບ​ກ່ຽວກັບກິດຈະການ​ສະຫະລັດ ທ່ານ​ນາງ Josefina Vidal ​ໃຫ້​ຄວາມ​ເຫັນ ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ໂດຍຮ້ອງ​ວ່າ​ເປັນ​ບາດກ້າວ​ໃນ​ທາງ​ບວກ “​ໃນ​ຂັ້ນຕອນໄປ​ສູ່ການ​ຍົກ​ເລີກ​ການປິດ​ລ້ອ​ມຫຼືຂວ້ຳ​ບາດ”
​ແລະ​ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ສະຫະລັດ​ແລະ​ຄິວ​ບາ. ທ່ານ​ນາງ Vidal ​ເຖິງ​ຢ່າງ​ໃດ ​ກໍດີ​ໄດ້​ຕິຕຽນດຳລັດ​ດັ່ງກ່າວ​ຂອງລັດຖະບານທ່ານ Obama ທີ່ໄດ້​ສະ​ແດງ​ໃຫ້​ເຫັນຢ່າງ​ແຈ້ງ​ຂາວວ່າມີ​ຈຸດປະສົງແນໃສ່​ເພື່ອ "ສົ່ງ​ເສີມການປ່ຽ​ນແປງຕໍ່​ລະບົບ​ເສດຖະກິດ​ ການ​ເມືອງ ​ແລະສັງຄົມທີ່ “ລົ້ມ​ແຫລວ​ຂອງ​ຄິວ​ບາ ​ໂດຍ​ບໍ່​ໃຫ້​ການເຄົາລົບ​ຕໍ່​ອະທິປະ​ໄຕ​ຂອງ​ປະ​ເທດ​ດັ່ງກ່າວ.

ພະນັກງານກຳລັງເລືອກກອກຢາ cigar ທີ່ໂຮງງານ H. Upmann ໃນນະຄອນ Havana, Cuba.
ພະນັກງານກຳລັງເລືອກກອກຢາ cigar ທີ່ໂຮງງານ H. Upmann ໃນນະຄອນ Havana, Cuba.

ແຜ​ນຫລ້າ​ສຸດ​ຂອງລັດຖະບານ Obama ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ສົ່ງ​ເສີມ​ການຄົ້ນຄວ້າ​ດ້ານ​ການແພດ​ຮ່ວມ ລະຫວ່າງ​ສອງ​ປະ​ເທດ ການ​ຂາຍ​ເພ​ຊັດສະ​ກຳຄິວ​ບາ ​ຢູ່​ໃນ​ສະຫະລັດ ​ແລະ​ໂອກາດທາງ​ທະນາຄານສຳລັບ​ຊາວ​ອາ​ເມຣິກັນ​ຢູ່​ໃນ​ຄິວ​ບາ.

ການ​ລິ​ເລີ້ມ​ພົວພັນ​ດ້ານ​ມະນຸດສະທຳ ​ແມ່ນຮວມ​ທັງ​ໃຫ້ທຶນ​ການ​ສຶກສາ​ແກ່​ການ​ຄົ້​ນຄວ້າ ດ້ານ​ວິທະຍາສາດ ​ແລະການ​ປັບ​ປຸງໂຄງລ່າງ​ພື້ນຖານຂອງຄິວ​ບາ​ກໍ​ຈະ ​ໄດ້​ຮັບ​ການຂະ ຫຍາຍໂຕ​ເຊັ່ນ​ດຽວ​ກັນ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG