ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ລະ​ນຶກ​ເຖິງຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ວິ​ລະ​ຊົນ ເນື່ອງ​ໃນ​ວັນ​​ນັກ​ລົບ​ເກົ່າ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ໃນຂະນະທີ່ທ່ານເຂົ້າຮ່ວມພິທີຄົບຮອບ 100 ປີ ຂອງສົງຄາມໂລກ ຄັງທີ 1 ຫຼື Armistice Day
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ໃນຂະນະທີ່ທ່ານເຂົ້າຮ່ວມພິທີຄົບຮອບ 100 ປີ ຂອງສົງຄາມໂລກ ຄັງທີ 1 ຫຼື Armistice Day

​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ພາ​ກັນ​ສະ​ເຫຼີມ​ສະ​ຫຼອງວັນ​ນັກ​ລົບ​ເກົ່າ ໃນ​ວັນ​ອາ​ທິດ​ວານ​ນີ້
ຊຶ່ງ​ເປັນ​ວັນ​ຢຸດ​ລັດ​ຖະ​ການປະ​ຈຳ​ປີ ເພື່ອ​ລະ​ນຶກ​ພວກຜູ້ຊາຍແລະແມ່ນຍິງ ​ຫຼາຍ​ລ້ານ​
ຄົນ ທີ່​ໄດ້​ຮັບ​ໃຊ້​ປະເທດຊາດຊຶ່ງມັກຈະເປັນການສະ​ຫຼະຊີ​ວິດເລືອດເນື້ອຂອງຕົນ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ຂ​ຽນ​ລົງ​ໃນ​ທວິດ​ເຕີ​ຣ໌ ຈາກ​ປະ​ເທດ​ຝ​ຣັ່ງ ວ່າ “ໃນ​ວັນ​
ນັກ​ລົບ​ເກົ່າ, ຄົບ​ຮອບ 100 ປີ ອັນເປັນການສິ້ນສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 1, ພວກ​ເຮົາ​ພາກັນໃຫ້ກຽດແລະ​ຮູ້​ບຸນ​ຄຸນ​ບັນ​ດາ​ວິ​ລະ​ຊົນ​ທັງ​ຫຼາຍ ທີ່​ໄດ້​ຕໍ່​ສູ້​ເພື່ອ​ອາ​ເມ​ຣິ​ກາ
ໃນ​ສົງ​ຄາມອັນຍິ່ງໃຫຍ່ (Great War) ແລະ​ບັນ​ດາ​ນັກ​ລົບ​ເກົ່າ ຜູ້​ຊຶ່ງ​ໄດ້​ຢູ່​ໃນ​
ເຄື່ອງ​ແບບ ແລະ​ປົກ​ປ້ອງ​ປະ​ຊາ​ຊົນແລະ​ປະ​ເທດ​ຊາດໃຫ້​ມີ​ຄວາມ​ປອດ​ໄພ:
ເຂັ້ມແຂງ ແລະ​ມີ​ອິດ​ສະ​ຫຼະ​ເສ​ລິ.”

ໃນ​ຂໍ້​ຄວາມ​ຂອງວັນ​ນັກ​ລົບ​ເກົ່າ​ມື້​ນີ້ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຣັກ ໂອ​ບາ​ມາ ກໍໄດ້
​ຂ​ຽນ​ລົງ​ໃນ​ທວິດ​ເຕີ​ຣ໌ ​ວ່າ “ເຖິງ​ບັນ​ດານັກ​ລົບ​ເກົ່າ ພ້ອມ​ດ້ວຍ​ຄອບ​ຄົວ​ຂອງ​ທ່ານ:
ຂອບ​ໃຈ, ຈະ​ບໍ່​ມີອັນໃດ​ດີ​ ທີ່​ຈະ​ສາ​ມາດ​ປຽບ​ປານ​ໄດ້ ກັບຄວາມ​ຍິ່ງ​ໃຫຍ່ ທີ່​ພວກ​
ທ່ານ​ໄດ້​ເສຍ​ສະ​ຫຼະ​ເພື່ອ​ປະ​ເທດ​ຊາດ ໃນ​ພາ​ລະ​ໜ້າ​ທີ່​ຂອງ​ພວກ​ທ່ານ.”

ທ່ານ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ “ແຕ່​ວ່າ​ພວກ​ເຮົາ​ທັງ​ໝົດ​ຈະສາ​ມາດ​ທີ່​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ການ​ດຳ​ລົງ​ຊີ​ວິດແບບ​ມີ​ຄຸນ​ຄ່າ​ຂອງ​ຊາວ​ອາ​ເມ​ຣິ​ກັນ, ມີ​ຄວາມ​ຮັບ​ຜິດ​ຊອບ, ຄວາມ​ໃຈ​ດີ ແລະ​ການ​ເປັນ​ສັນ​ຊາດ​ທີ່​ພວກ​ທ່ານ ໄດ້​ຊ່ອຍ​ປົກ​ປ້ອງ​ໄວ້​.”

ໃນ​ສະ​ຫະ​ລັດ ວັນນັກ​ລົບ​ເກົ່າ ດັ້ງ​ເດີມ​ແລ້ວ​ ແມ່ນ​ເອີ້ນ​ວ່າ “Armistice Day,” ຫຼືວັນສະຫງົບເສິກ ເພື່ອ​ລະນຶກເຖິງການ​ສິ້ນສຸດຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ 1,​ສະ​ພາ​ ໄດ້​ຮັບ​ຜ່ານ ຮ່າງກົດໝາຍ​ໃນ​ປີ 1926 ໃຫ້ມີການ​ສະ​ເຫຼີມ​ສະ​ຫຼອງປະ​ຈຳ​ປີ. ໃນວັນ​ທີ 11 ພະ​ຈິກ. ວັນ​ທີ 11 ພະ​ຈິກ​ຂອງ​ແຕ່​ລະ​ປີ ໄດ້​ກາຍ​ມາ​ເປັນ​ວັນ​ຢຸດ​ພັກ​ການ. ວັນ​ທີ 11 ພະ​ຈິກ ໃນ​ແຕ່​ລະ​ປີ ໄດ້​ກາຍ​ມາ​ເປັນ​ວັນ​ຢຸດ​ທີ່​ເລີ້ມ​ຂຶ້ນ​ໃນ​ປີ 1938 ເປັນ​ຕົ້ນ​ມາ, ເລີ້ມແຕ່​ປີ 1938, ທີ່​ການ​ພັກ​ຢຸດ​ຢ່າງເປັນທາງ​ການ​ປີ​ນີ້​ແມ່ນວັນ​ຈັນ​ເພາະວ່າ ວັນ​ຢຸດພັກ​ແທ້ໆຕົກຖືກວັນອາທິດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເຊີນ​ຊົມ: ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ທ​ຣຳ ເປັນ​ຂ່າວນອງ​ນັນ

Trump's Visit to France Marked by Controversy
please wait

No media source currently available

0:00 0:02:49 0:00

XS
SM
MD
LG