ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈກ ຊູລລີວານ ກ່າວໃນວັນອາທິດວານນີ້ວ່າ ລັດຖະບານທ່ານໄບເດັນ ຍັງສືບຕໍ່ມີຄວາມວິຕົກກັງວົນຢ້ານວ່າເກົາຫຼີເໜືອຈະທຳການທົດລອງລູກສອນໄຟຂີປະນາວຸດຂ້າມທະວີບອີກເທື່ອນຶ່ງ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
“ຂ້າພະເຈົ້າມີຄວາມວິຕົກເປັນຫ່ວງ ມາໄດ້ຊົ່ວຂະນະນຶ່ງວ່າ ເກົາຫຼີເໜືອອາດຈະທຳການໃນອັນທີ່ອາດຈະເປັນການທົດລອງນິວເຄລຍຄັ້ງທີເຈັດ” ທ່ານຊູລລີວານກ່າວໃນລະຫວ່າງການໃຫ້ສຳພາດ ແກ່ລາຍການ “Face the Nation” ຂອງໂທລະພາບ CBS.
ທ່ານກ່າວວ່າ “ຂ້າພະເຈົ້າຍັງບໍ່ເຫັນຮ່ອງຮອຍໃດໆທີ່ວ່າມັນຈະເກີດຂຶ້ນ ແຕ່ມັນຈະບໍ່ເປັນການຕື່ນຕົກໃຈເລີຍຖ້າເກົາຫຼີເໜືອທຳການເຄື່ອນໄຫວໄປສູ່ການຍິງທົດລອງອີກເທື່ອນຶ່ງເມື່ອເວົ້າເຖິງລູກສອນໄຟຂີປະນາວຸດຂ້າມທະວີບ.”
ໃນເດືອນມິຖຸນາຜ່ານມາ ເກົາຫຼີເໜືອລູກສອນໄຟໄລຍະໃກ້ 2 ລູກ ຈາກແຄມຝັ່ງທະເລກ້ຳຕາເວັນອອກຂອງຕົນ ໃນຂະນະທີ່ທ່ານຊູລລີວານ ພົບປະກັບຄູ່ຕຳແໜ່ງຝ່າຍຍີ່ປຸ່ນ ແລະເກົາຫຼີໃຕ້ ທີ່ນະຄອນໂຕກຽວ.
ໂຄສົກກະຊວງປ້ອງກັນປະເທດຂອງເກົາຫຼີເໜືອກ່າວໃນເວລານັ້ນວ່າ ການຊ້ອມລົບທີ່ຈັດຂຶ້ນໂດຍເກົາຫຼີໃຕ້ແລະສະຫະລັດ ເຮັດໃຫ້ຄວາມເຄັ່ງຕຶງທາງທະຫານເພີ້ມທະວີຂຶ້ນຢູ່ໃນຂົງເຂດ ແລະກຳລັງຂອງຕົນອາດຈະຕອບໂຕ້ “ຕໍ່ທຸກການປະທ້ວງຫຼືທ້າທາຍເກາະຜິດໂດຍພວກສັດຕູ.”
ໂຄງການລູກສອນໄຟຂີປະນາວຸດແລະອາວຸດນິວເຄລຍແມ່ນຖືກຫ້າມໂດຍມະຕິຕ່າງໆຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ໄດ້ລົງໂທດຕໍ່ເກົາຫຼີເໜືອ.
ການດຳເນີນຄວາມພະຍາຍາມທາງດ້ານການທູດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຫຼືຊັກຊວນໃຫ້ເກົາຫຼີເໜືອ ປະຖິ້ມໂຄງການໂຄງການອາວຸດນິວເຄລຍຂອງຕົນໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ.