ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຣ່ານຍັງສືບຕໍ່ຝ່າຝືນ ເສລີພາບ ດ້ານສາສະໜາ ຂອງຊົນກຸ່ມນ້ອຍ (ເບິ່ງວີດີໂອລາວ/ອັງກິດ)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງຮິລເລີຣີ ຄລິນຕັນ ນໍາສະເໜີລາຍງານປະຈໍາປີ ກ່ຽວກັບເສລີພາບທາງສາສະໜາ ຢູ່ໃນທົ່ວໂລກ, ວັນທີ 13 ກັນຍາ 2011.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງຮິລເລີຣີ ຄລິນຕັນ ນໍາສະເໜີລາຍງານປະຈໍາປີ ກ່ຽວກັບເສລີພາບທາງສາສະໜາ ຢູ່ໃນທົ່ວໂລກ, ວັນທີ 13 ກັນຍາ 2011.

ເມື່ອວັນອັງຄານອາທິດ​ແລ້ວນີ້ ກະຊວງຕ່າງປະເທດສະຫະລັດໄດ້ນໍາອອກເຜີຍແຜ່ລາຍງານ ປະ​ຈໍາປີກ່ຽວກັບເສລີພາບດ້ານສາສະໜາ. ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີ ຕ່າງປະເທດສະຫະລັດ ກ່າວວ່າ ການຝ່າຝືນເສລີພາບດ້ານສາສະໜາໃດໆກໍຕາມ ແມ່ນ​ເຮັດ​ໃຫ້ພວກຫົວຮຸນແຮງມີ​ຄວາມ​ກ້າຫານ​ຂຶ້ນ. ແລະທ່ານນາງກ່າວວ່າ ອິຣ່ານ​ແມ່ນ​ຮວມຢູ່​ໃນ​ພວກ ປະເທດທີ່ມີ​ການຝ່າຝືນຮ້າຍ​ແຮງທີ່ສຸດ ​ໄຕ​ຢ່າງ​ນຶ່ງ​ຂອງ​ການ​ຝ່າຝືນ​ຂອງ​ອິຣ່ານ ​ແມ່ນ​ຈະ​ເຫັນ​ໄດ້ຈາກ​ກໍລະນີ​ຂອງນາງ​ ມາ​ຕາບ ຟາຣີດ ທີ່ພໍ່ຂອງ ລາວຖືກຈັບ ຫລັງຈາກພະຍາ ຍາມຈະຫລົບຫລີກຂໍ້ຫ້າມກ່ຽວກັບການສຶກສາໃນລະດັບມະຫາວິທະຍາໄລ ສໍາລັບພວກຊົນ ກຸ່ມນ້ອຍທີ່​ນັບຖື​ສາສະໜາ ບາຮາຍ. ທອງປານມີລາຍ​ລະອຽດມາສະເໜີທ່ານ.

“ນີ້ແມ່ນຮູບພໍ່ຂ້ອຍ ຮູບນີ້ຖ່າຍ​ເມື່ອສອງປີກ່ອນ ຕອນເພິ່ນມາຢ້ຽມຢາມ ສະຫະລັດ”

ນາຍ Kamran ພໍ່ຂອງນາງ ມາ​ຕາບ ຟາຣີດ(Mahtab Farid) ຖືກຈັບ ໃນອິຣ່ານເມື່ອ ວັນທີ່ 22 ເດືອນພຶດສະພາ ມື້ດຽວກັບທີ່ນາງຈົບໂຮງຮຽນ ມະຫາວິທະຍາໄລໃນສະຫະລັດ.

ນາງ ຟາຣີດ ກ່າວວ່າ ຄວາມ​ຜິດ​ຂອງ​ພໍ່​ຂອງ​ນາງ ກໍ​ຄື​ກາ​ນບໍລິຫານ ດູແລມະຫາວິທະຍາ ໄລສໍາລັບຊາວໜຸ່ມບາຮາຍ ທີ່ບໍ່​ໄດ້​ຮັບອະນຸຍາດໃຫ້ ເຂົ້າຮຽນໃນມະຫາວິທະຍາໄລ ຂອງອິຣ່ານ.

ນາງ ຟາຣີດ ​ໄດ້​ເຂົ້າ​ຮ່ວມໃນການສົນທະນາ​ກັນບັ້ນນຶ່ງໃນວໍຊິງຕັນກ່ຽວກັບຊະຕາກໍາຂອງ ຊາວບາຮາຍ ໃນອິຣ່ານ.

ນາງກ່າວວ່າ ນາງສົງໃສວ່າ ພໍ່ຂອງນາງຄົງຈະບໍ່ໄດ້ຮັບການດໍາເນີນ ຄະດີທີ່ເປັນທໍາ.

“ພວກເຮົາທຸກ​ຄົນເປັນຫ່ວງຫລາຍ​ແທ້​ໆ ແລະສິ້ນຫວັງທີ່ສຸດ. ຂ້ອຍໝາຍເຖິງວ່າ ສິ່ງດຽວທີ່ພວກເຮົາພໍເຮັດໄດ້ແທ້ໆນັ້ນ ກໍຄືສວດມົນພາວະນາ ແລະພະຍາຍາມຍຶດ ໝັ້ນຢູ່ໃນຄວາມເຊື່ອຖືຂອງພວກເຮົາເອົາໄວ້.”

ພວກປະຊາຊົນທີ່ນັບຖືສາສະໜາບາຮາຍ ດໍາລົງຊີວິດຢູ່ຢ່າງເສລີແລະຜາສຸກຢູ່ໃນ ສະຫະລັດ ແລະໃນແຫ່ງອື່ນໆ ແຕ່ຢູ່​ໃນ​ອິຣ່ານນັ້ນ ລາຍງານຂອງກະຊວງຕ່າງປະເທດສະຫະລັດກ່ຽວ ກັບເສລີພາບດ້ານສາສະໜາ ໄດ້ ອ້າງ​ເຖິງ​ຫລາຍໆ​ກໍລະນີ​ຂອງການຈໍາຄຸກກັກຂັງ ການຮາວີ ກັ່ນ​ແກ້ງ ການນາບ​ຂູ່​ໃຫ້​ຢ້ານ​ກົວ ແລະການຈໍາແນກກີດກັນ ພາຍໃຕ້ລະບົບ​ສາສະໜາ​ອິສລາມ ນິກາຍ Shi’ite ຂອງ​ອິຣ່ານນັ້ນ.

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອ ພາສາລາວ

ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດກ່າວວ່າ ຊາວບາຮາຍ ​ແມ່ນ​ຮວມຢູ່​ໃນພວກຊົນກຸ່ມນ້ອຍທີ່ຖືກປະຫັດປະຫານຢູ່ ຕະຫລອດມາ ​ໃນ​ອິຣ່ານນັ້ນ.

“ຢູ່ໃນອີຣ່ານ ເວລານີ້ ພວກເຈົ້າໜ້າທີ່ຍັງສືບຕໍ່ປາບປາມພວກຊາວມຸສລິມ ຊູ​ຟີ ພວກຊາວຄຣີສອີ​ແວັນ​ເຈີ​ລິ​ເກິລ ຊາວຢີວ ບາຮາຍ ຊຸນນີ ອາມາດີ ແລະພວກ ອື່ນໆທີ່ບໍ່ມີທັດສະນາດ້ານສາສະໜາຄື​ກັນ​ກັບລັດຖະບານ.”

ແຕ່ວ່າ ລາຍງານຂອງກະຊວງຕ່າງປະເທດສະຫະລັດຈະຊ່ວຍພໍ່ຂອງນາງ ຟາຣີດ ໄດ້ບໍ່?

ນາງ ຊູ ກູນາ​ວາ​ດີ​ນາ ວອນ(Sue Gunawardena-Vaughn) ປະຈໍາ Freedom House ຫລືເຄຫາ​ເສລີພາບ ຊຶ່ງເປັນອົງການສະໜັບສະໜຸນ ປະຊາທິປະໄຕນັ້ນ ເວົ້າວ່າ “ຊ່ວຍໄດ້” ແລະກໍກ່າວຕໍ່ໄປວ່າ:

“ພວກສິ່ງເຫລົ່ານີ້ມີນໍ້າໜັກຫລາຍ ໃນແງ່ຂອງການມີຄວາມ​ເປັນ​ເອກະ​ພາບ ການສ້າງຄວາມ​ເປັນ​ນໍ້າ​ນຶ່ງ​ໃຈດຽວ​ກັນ ແລະສໍາລັບປະຊາຊົນພວກ ທີ່ບໍ່ຮູ້ວ່າ ມີ​ຫຍັງ​ເກີດ​ຂຶ້ນ​ແດ່ຢູ່ໃນແຫ່ງອື່ນໆນັ້ນ ພວກເຂົາເຈົ້າ​ແມ່ນ​ມອງ​ເບິ່ງ​ມາ​ຍັງສະຫະລັດ ​ເພື່ອ​ໃຫ້ເປັນປາກເປັນສຽງໃຫ້ແກ່ພວກທີ່ປາກເວົ້າ ຫຍັງບໍ່ໄດ້ນັ້ນ.”

ນາງ ມາ​ຕາບ ຟາຣີດ ກ່າວວ່າ ບໍ່ວ່າສິ່ງໃດຈະເກີດຂຶ້ນກໍຕາມ ນາງຮູ້ດີວ່າ ພໍ່ຂອງນາງ​ເປັນ​ຄົນ​ກ້າຫານ.

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG