ກົດໝາຍທີ່ລັດຖະສະພາສະຫະລັດໄດ້ຮັບຮອງເອົາໃນປີ 1998 ທີ່ບັງຄັບໃຫ້ເຮັດລາຍງານ
ປະຈຳປີ ວ່າດ້ວຍອິດສະຫຼະພາບໃນການເຊື່ອຖືສາສະໜານັ້ນ ບໍ່ໄດ້ລະບຸການລົງໂທດຢ່າງ
ຮ້າຍແຮງໃດໆຕໍ່ບັນດາປະເທດທີ່ຈຳກັດຮັດແຄບອິດສະຫຼະພາບໃນການນັບຖືສາສະໜາ.
ແຕ່ໃນພິທີນຳເຜີຍແຜ່ລາຍງານສະບັບໃໝ່ ເມື່ອໄວໆມານີ້ ລັດຖະມົນຕີການຕ່າງປະເທດສະ
ຫະລັດ ທ່ານນາງ Hillary Clinton ກ່າວວ່າ ລາຍງານປະຈຳປີດັ່ງກ່າວ ແມ່ນອົງປະກອບ
ທີ່ສຳຄັນຂອງນະໂຍບາຍການຕ່າງປະເທດຂອງສະຫະລັດແລະການອະນຸໂລມຜ່ອນຜັນທາງ
ດ້ານສາສະໜາແມ່ນເປັນສິ່ງຈຳເປັນ ສຳລັບຄວາມຍືນຍົງຂອງປະຊາທິປະໄຕ ແລະສັງຄົມທີ່
ມີສັນຕິສຸກ. ທ່ານນາງ Clinton ກ່າວກ່ຽວກັບເລື່ອງນີ້ວ່າ.
“ປະຊາຊົນທີ່ມີປາກມີສຽງໄດ້ ກ່ຽວກັບວ່າເຂົາເຈົ້າຖືກປົກຄອງແບບໃດນັ້ນ ແມ່ນ
ມີທ່າທາງຫຼາຍຂຶ້ນ ທີ່ຈະມີສ່ວນໄດ້ສ່ວນເສຍໃນທັງຄວາມສຳເລັດ ຂອງທັງລັດ ຖະບານແລະສັງຄົມຂອງພວກເຂົາເຈົ້າ ໂດຍບໍ່ສຳຄັນວ່າ ພວກເຂົາເຈົ້າຈະເປັນ
ໃຜ ຊົນເຜົ່າໃດ ແລະນັບຖືສາສະໜາໃດ. ນັ້ນແມ່ນເປັນສິ່ງທີ່ດີ ສຳລັບສະຖຽນ
ລະພາບ ສຳລັບຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດອະເມຣິກາແລະສຳລັບ ຄວາມໝັ້ນຄົງຂອງໂລກນຳດ້ວຍ.”
ລາຍງານສະບັບໃໝ່ໄດ້ລະບຸຊື່ 8 ປະເທດດຽວກັນ ກັບທີ່ມີຊື່ຢູ່ໃນລາຍງານສະບັບທີ່ອອກປີ
ກາຍນີ້ວ່າ ເປັນປະເທດທີ່ໄດ້ລ່ວງລະເມີດອິດສະຫຼະພາບໃນການເຊື່ອຖືສາສະໜາຮ້າຍແຮງ
ສຸດ ທີ່ເອີ້ນກັນວ່າ “ບັນດາປະເທດທີ່ໜ້າວິຕົກກັງວົນເປັນພິເສດ” ນັ້ນ.
ບັນດາປະເທດເຫຼົ່ານີ້ ແມ່ນປະກອບດ້ວຍມຽນມາ ຈີນ ແລະເກົາຫຼີເໜືອ ໃນເຂດເອເຊຍ ອີ
ຣ່ານ ແລະ Uzbekistan Saudi Arabia ຊຶ່ງເປັນພັນທະມິດຂອງສະຫະລັດໃນພາກຕາ
ເວັນອອກກາງ ຕະຫຼອດທັງ Sudan ແລະ Eritrea ທີ່ເປັນເພື່ອນບ້ານໃກ້ຄຽງ ໃນອາຟຣິ
ການັ້ນ.
ທ່ານນາງ Clinton ກ່າວວ່າ ພວກເຈົ້າໜ້າທີ່ອີຣ່ານ ຍັງສືບຕໍ່ກົດຂີ່ສາສະໜາໂປຣແຕັສຕັງ
ສາສະໜາຢິວ ສາສະໜາບາຮາຍ ແລະສາສະນາອິສລາມນິກາຍອື່ນໆທີ່ບໍ່ແມ່ນຊີໄອທ໌.
ແຕ່ທ່ານນາງກ່າວວ່າ ຢູ່ໃນເຂດພາກຕາເວັນອອກກາງນັ້ນ ໄພຂົ່ມຂູ່ ບໍ່ແມ່ນວ່າໄດ້ຮັບການ
ກະຕຸກຊຸກຍູ້ຈາກລັດຖະບານໂດຍທັງໝົດຊຶ່ງທ່ານນາງໄດ້ຍົກໂຕຢ່າງການສັງຫານພວກສະ
ແຫວງບຸນຊາວຊີໄອທ໌ 22 ຄົນໃນສັບປະດາແລ້ວນີ້ໂດຍພວກຫົວຮຸນແຮງຈັດຢູ່ໃນອີຣັກນັ້ນ.
ທ່ານນາງກ່າວວ່າການເຄົາລົບຕໍ່ຄວາມຫຼາກຫຼາຍທາງດ້ານສາສະໜາຈະເປັນກະແຈສຳຄັນຕໍ່
ຄວາມສຳເລັດໄລຍະຍາວ ຂອງບັນດາລັດຖະບານໃໝ່ໃນພາກຕາເວັນອອກກາງແລະອາຟຣິ
ກາເໜືອທີ່ພວມກໍ່ຮ່າງສ້າງໂຕຂຶ້ນມາຫຼັງຈາກອັນທີ່ເອີ້ນວ່າ ການລຸກຮືຂຶ້ນໃນລະດູບານໃໝ່
ຂອງຊາວອາຣັບນັ້ນ. ທ່ານນາງ Clin ton ກ່າວວ່າ.
“ປະຊາຊົນຢູ່ໃນຂົງເຂດນັ້ນ ພວມເອົາບາດກ້າວຕ່າງໆທີ່ຕື່ນເຕັ້ນ ໄປສູ່ປະຊາທິ
ປະໄຕ. ແຕ່ວ່າ ຖ້າພວກເຂົາເຈົ້າຫວັງທີ່ຈະເຮັດໃຫ້ຜົນຂອງການຕໍ່ສູ້ທີ່ພວກເຂົາ
ເຈົ້າໄດ້ຮັບມານັ້ນ ມີຄວາມໝັ້ນຄົງຕື່ມຂຶ້ນ ພວກເຂົາເຈົ້າແມ່ນຈະນຳເອົາການກົດ
ຂີ່ໃນຮູບແບບນຶ່ງໄປແທນທີ່ການກົດຂີ່ໃນອີກຮູບນຶ່ງບໍ່ໄດ້.”
ລັດຖະມົນຕີການຕ່າງປະເທດ Clinton ໄດ້ຕົບມືຊົມເຊີຍການອອກດຳລັດຂອງລັດຖະບານ
ເທີກີເມື່ອໄວໆມານີ້ທີ່ອະນຸຍາດໃຫ້ພວກທີ່ບໍ່ໄດ້ນັບຖືສາສະໜາອິສລາມ ໄປອ້າງເອົາກຳມະ
ສິດຄືນວັດແຫ່ງຕ່າງໆຂອງພວກນັບຖືສາສະໜາຄຣິສຕ໌ແລະສາສະໜາຢິວທີ່ຖືກລັດຖະບານ
ຢຶດເອົາເມື່ອ 75 ປີກ່ອນ ແລະການຕັດສິນຂອງສານທີ່ໃຫ້ຍົກເລີກ ຂໍ້ຫ້າມໃຫ້ພວກນັກສຶກ ສາມະຫາວິທະຍາໄລແມ່ຍິງໃສ່ຜ້າຄຸມຫົວນັ້ນ.
ສ່ວນລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບ ກ່ຽວກັບ
ເລື່ອງປະຊາທິປະໄຕ ສິດທິມະນຸດ ແລະແຮງງານທ່ານ Micheal Posner ໄດ້ສະແດງ
ຄວາມຍິນດີກ່ຽວກັບການເອົາມາດຕະການຂອງລັດຖະບານປາກິສຖານ ລຸນຫຼັງທີ່ໄດ້ມີການ
ຄາດຕະກຳພວກຄັດຄ້ານຕໍ່ກົດໝາຍໝິ່ນປະໝາດສາສະໜາອິສລາມທີ່ສຳຄັນ 2 ຄົນ ຮວມ
ທັງການສ້າງຕັ້ງກະຊວງສ້າງຄວາມປອງດອງສາມັກຄີຊາດ ເພື່ອປົກປ້ອງພວກທີ່ນັບຖືສາສະ
ໜາກຸ່ມນ້ອຍນັ້ນ.
ແຕ່ຂະນະດຽວກັນ ທ່ານກໍໄດ້ສະແດງຄວາມເສົ້າເສຍໃຈຕໍ່ການເຄື່ອນໄຫວຂອງລັດຖະບານ
ຈີນເມື່ອບໍ່ດົນມານີ້ ຕໍ່ກຸ່ມສາສະໜາທີ່ບໍ່ໄດ້ຮັບການອະນຸຍາດຈາກທາງການ ທີ່ທ່ານເວົ້າວ່າ ເປັນພາກສ່ວນນຶ່ງຂອງສະພາບການທົ່ວໄປ ທີ່ພວມຊຸດໂຊມລົງກ່ຽວກັບການເຄົາລົບນັບຖື ສິດທິມະນຸດຢູ່ໃນປະເທດດັ່ງກ່າວນັບແຕ່ຕົ້ນປີນີ້ມາ.
ທ່ານ Posner ເວົ້າວ່າ “ພວກເຮົາມີຄວາມວິຕົກກັງວົນກ່ຽວກັບປະຊາຄົມຊາວວີເກີ້ ແລະການຈຳກັດຮັດແຄບ ຕໍ່ສາສະໜາອິສລາມ. ພວກເຮົາມີຄວາມວິຕົກກັງວົນ
ກ່ຽວກັບປະຊາຄົມຊາວທິເບດ ຄືຢູ່ທີ່ວັດ Kirti ບ່ອນທີ່ພະສົງ ຂອງພຸດທະສາສະ
ໜາ 300 ອົງໄດ້ຖືກຄຸມໂຕໄປຈາກວັດ ແລ້ວກໍນຳໄປຂັງໄວ້. ດັ່ງນັ້ນ ຈຶ່ງມີແບບ
ຢ່າງ ໃນຂອບເຂດທີ່ກວ້າງຂວາງ ກ່ຽວກັບການປະຫັດປະຫານ ທາງດ້ານສາສະ
ໜາແລະອື່ນໆອັນເປັນພາກສ່ວນນຶ່ງຂອງບັນຫາໃນຂອບເຂດທີ່ກວ້າງຂວາງກ່ວາ ໃນດ້ານການເຄົາລົບນັບຖືສິດທິມະນຸດນັ້ນ.”
ທ່ານ Posner ກ່າວວ່າສະຫະລັດຈະສືບຕໍ່ກ່າວສະແດງການຄັດຄ້ານຢູ່ໃນກອງປະຊຸມນາໆ
ຊາດ ຕໍ່ການຈຳກັດຮັດແຄບການປະຕິບັດສາສະໜາກິດຢູ່ໃນອີຣ່ານແລະເກົາຫຼີເໜືອຊຶ່ງເປັນ
ປະເທດທີ່ສະຫະລັດບໍ່ມີຄວາມສຳພັນທາງດ້ານການທູດນຳນັ້ນ.
ທ່ານເວົ້າວ່າ ການກະທຳແບບນີ້ ຈະເປັນການສະໜັບສະໜຸນຕໍ່ພວກນັກເຄື່ອນໄຫວຢູ່ໃນປະ
ເທດເຫຼົ່ານັ້ນທີ່ເຂົ້າໃຈແລະຮູ້ດີວ່າ ສະຫະລັດພວມຮັບຟັງແລະໃຫ້ຄວາມສົນໃຈກ່ຽວກັບເລື່ອງ
ນີ້.