ສະຫະລັດໄດ້ພິມເຜີຍແຜ່ລາຍງານປະຈຳປີຂອງຕົນ ກ່ຽວກັບອິດສະຫຼະພາບໃນການເຊື່ອຖື
ສາສະໜາຢູ່ໃນທົ່ວໂລກ ໂດຍສະແດງຄວາມວິຕົກກັງວົນ ກ່ຽວກັບສະຖານະການ ຢູ່ໃນ 8
ປະເທດປະກອບມີມຽນມາ ຈີນ ເອຣິເທຣຍ ອີຣ່ານ ເກົາຫຼີເໜືອ ຊາອຸດີອາຣາເບຍ ຊູດານ
ແລະອຸສເບັກກິສຖານ.
ໃນກອງປະຊຸມຖະແຫຼງຂ່າວເພື່ອເປີດເຜີຍລາຍງານດັ່ງກ່າວໃນມື້ວັນພຸດວານນີ້ ລັດຖະມົນຕີ
ການຕ່າງປະເທດສະຫະລັດ ທ່ານ Hillary Clinton ເອີ້ນອິດສະຫຼະພາບໃນການເຊື່ອຖືສາ
ສະໜາວ່າ ເປັນສິດທິພື້ນຖານອັນນຶ່ງຂອງມະນຸດແລະເປັນອົງປະກອບແກນກາງຂອງນະໂຍ
ບາຍການຕ່າງປະເທດຂອງສະຫະລັດ.
ທ່ານນາງ Clinton ກ່າວວ່າ ລາຍງານຂ່າວຈາກຈີນແຈ້ງໃຫ້ຊາບວ່າພວກເຈົ້າໜ້າທີ່ໄດ້ຮາວີ
ລົບກວນພະສົງສາສະໜາພຸດ ກຸ່ມສາສະໜາຄຣິສຕ໌ຕ່າງໆ ທີ່ບໍ່ໄດ້ຈົດທະບຽນ ແລະພວກ
ມຸສລິມເຜົ່າວີເກີ້. ທ່ານນາງເວົ້າວ່າ ອຳນາດການປົກຄອງຜະເດັດການ ແລະບັນດາກຸ່ມຫົວ
ຮຸນແຮງຈັດ ໃນເຂດຕ່າງໆຂອງໂລກ ພວມທຳການຂົ່ມຂູ່ຕໍ່ອິດສະຫຼະພາບໃນການເຊື່ອຖື
ສາສະໜາ.
ສໍາລັບເກົາຫລີເໜືອແລະອິຣ່ານ ຊຶ່ງໂຮມຢູ່ໃນບັນດາປະເທດທີ່ຖືກຈັດໄວ້ໃນກຸ່ມທີ່ໜ້າວິຕົກ
ກັງວົນນັ້ນ ລາຍງານເວົ້າວ່າ ບໍ່ໄດ້ມີການປ່ຽນແປງໃດໆເກີດຂຶ້ນ ໃນອິດສະຫຼະພາບ ດ້ານ
ການເຊື່ອຖືສາສະໜາຂອງເກົາຫຼີເໜືອທີ່ຢູ່ໃນລະດັບທີ່ຂີ້ຮ້າຍທີ່ສຸດນັ້ນແລະການເຄົາລົບນັບ ຖືອິດສະຫຼະພາບໃນການເຊື່ອຖືສາສະໜາຂອງລັດຖະບານອີຣ່ານແມ່ນຍັງສືບຕໍ່ຊຸດໂຊມລົງ
ໄປເລື້ອຍໆ.