ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ລາຍງານດ້ານເສລີພາບ ໃນການນັບຖືສາສະໜາ ຂອງສະຫະລັດ


ຊາວກາໂຕລິກຫວຽດນາມກຳລັງພາກັນສວດມົນ ຢູ່ໃນໂບດ St. Anthony ຢູ່ນະຄອນຫລວງຮາໂນ່ຍ, ຫວຽດນາມ. ( AP Photo/David Longstreath)
ຊາວກາໂຕລິກຫວຽດນາມກຳລັງພາກັນສວດມົນ ຢູ່ໃນໂບດ St. Anthony ຢູ່ນະຄອນຫລວງຮາໂນ່ຍ, ຫວຽດນາມ. ( AP Photo/David Longstreath)

ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ວ່າ​ດ້ວຍເສລີ​ພາບໃນ​ການນັບຖື​ສາສະໜາ​ໃນ ​ທົ່ວ​ໂລກ​ ທີ່​ນໍາອອກເປີດ​ເຜີຍ​​ໃນ​ວັນ​ພຸດ​ ທີ 17 ຜ່ານ​ມາ​ນັ້ນ ໄດ້​ຈັດ​ອິຣ່ານ ​ເກົາຫລີ​ເໜືອ​ ​ແລະ​ຊາ​ອຸ​ດີ​ອາຣາ​ເບຍ ພັນ ທະ​ມິດ​ຂອງ​ສະຫະລັດ​ໃນ​ອ່າວ​ເປີ​ເຊຍ ​​ເຂົ້າໃນ​ພວກ​ປະ​ເທດ​ທີ່​ລະ​ເມີດ​ສິດທິ​ໃນ​ການ​ເຄົາລົບ​ນັບຖື​ສາສະ​ໜາຢ່າງ​ ຮ້າຍ​ແຮງ​ທີ່​ສຸດ​. ມີ​ພວກ​ປະ​ເທດ​ຈໍານວນ​ນຶ່ງ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ ວ່າໄດ້​ເອົາ​ບາດກ້າວ​ຕ່າງໆ​ເພື່ອ​ປົກ​ປ້ອງ​ສິດທິ​ໃນການນັບຖື​ສາສະໜາ​ນັ້ນ.

ລາຍ​ງານ​ປະ​ຈໍາ​ປີ​ສະບັບ​ນີ້ຂອງ​ກະຊວງ​ການ​ຕ່າງ​ປະ​ເທດ
ແມ່ນ​ຕ້ອງ​ໄດ້​ເຮັດ​ຂຶ້ນ ​ພາຍ​ໃຕ້ກົດໝາຍຂອງ​ລັດຖະສະພາ
ສະຫະລັດ ສະບັບ​ປີ 1998 ​ແລະ​ປະ​ເທດ​ໃດ ​ທີ່ລາຍ​ງານ
ສະບັບ​ນີ້​ເວົ້າ​ວ່າ ​ລະ​ເມີດ​ສິດ​ເສລີພາບ​ໃນ​ດ້ານ​ການ​ເຄົາລົບ​
ນັບຖື​ສາສະໜາ​ ສາມາດ​ຖືກ​ລົງ​ໂທດ​ຈາກ​ສະຫະລັດ​ໄດ້.

ລາຍງານຂອງກະຊວງການຕ່າງປະເທດ ສຫລ ວ່າ ດ້ວຍເສລີພາບໃນການນັບຖືສາສະໜາໃນທົ່ວໂລກ ທີ່ນໍາອອກເປີດເຜີຍໃນວັນພຸດ ທີ 17 ພະຈິກ, 2010
ລາຍງານຂອງກະຊວງການຕ່າງປະເທດ ສຫລ ວ່າ ດ້ວຍເສລີພາບໃນການນັບຖືສາສະໜາໃນທົ່ວໂລກ ທີ່ນໍາອອກເປີດເຜີຍໃນວັນພຸດ ທີ 17 ພະຈິກ, 2010

ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ​ການ
ຕ່າງປະ​ເທດ​ກ່າວ​ວ່າ ​ເປົ້າ​ໝາຍ
ບໍ່​ແມ່ນການ​ລົງ​ໂທດ ​ແຕ່​ເພື່ອ
ສົ່ງ​ເສີມ​ໃຫ້​ປະເທດ​ຕ່າງໆປັບປຸງ
ປະວັດ​ຂອງເຂົາ​ເຈົ້າໃຫ້​ດີ​ຂຶ້ນ​ໃນ
ດ້ານກາ​ນນັບຖື​ສິດທິ​ມະນຸດ​ທີ່ ສໍາຄັນອັນ​ນຶ່ງ.

ໃນ​ກອງ​ປະຊຸມ​ນັກ​ຂ່າວ​ ​ເພື່ອ
ເປີດ​ເຜີຍ​ລາຍ​ງານ​ນີ້​ ທ່ານ​ນາງ
ຮີນລາຣີ ຄລິນ​ຕັນ ລັດຖະມົນ
ຕີ​ການ​ຕ່າງປະ​ເທດ​ສະຫະລັດ​
ເອີ້ນ​ເສລີພາບດ້ານ​ສາສະໜາ
ວ່າ ​ເປັນສິດທິພື້ນຖານຢ່າງ​ນຶ່ງ
ຂອງ​ມະນຸດ​ ​ແລະ​ເປັນອົງ​ປະ
ກອບ​ຫລັກຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ຊຶ່ງທ່ານນາງຄລິນ​ຕັນກ່າວ​ຊີ້ ​ແຈງ​ວ່າ :

“​ໃນ​ການ​ເຮັດລາຍ​ງານ​ສະບັບ​ນີ້ອອກ​ມາ ​ພວກ​ເຮົາບໍ່​ໄດ້ມີ​ເຈດ​ຕະນາ​ທີ່​ຈະທຳ​ໂຕ​
ເປັນ​ຜູ້​ຕັດສິນ​ປະ​ເທດ​ອື່ນໆ ຫລືວ່າ ຖືພວກ​ເຮົາເອງເປັນແບບຢ່າງທີ່​ສົມບູນ​ແບບ​
ໃຫ້​ແກ່​ປະ​ເທດ​ອື່ນ. ​ແຕ່​ວ່າ​ສະຫະລັດ ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ນໍາ​ເລື້ອງ​ເສລີ
ພາບ​ໃນ​ການ​ນັບຖື​ສາສະ ໜາ ​ແລະພວກ​ເຮົາກໍໄດ້ເຮັດ​ວຽກຢ່າງໜັກ ​ເພື່ອ​ເຮັດ​
ໃຫ້​ມີ​ການປະຕິບັດເສລີພາບ​ທາງ​ສາສະໜາ, ພວກ​ເຮົາຢາກ​ເຫັນເສລີພາບ​ທາງ​
ສາສະໜາ ມີ​ຢູ່​ທຸກ​ແຫ່ງ​ໃນທົ່ວຈັກກະວານ ​ແລະ ພວກ​ເຮົາກໍຢາກ​ສະໜັບສະໜູນ
ພວກ​ຜູ້​ຊາຍ ​ແລະ ຜູ້ຍິງ​ທັງຫລາຍ​ໃນ​ທົ່ວ​ໂລກ ​ທີ່​ມີ​ຄວາມ​ກ້າຫານ ບໍ່ລົດ​ລະ​ໃນ​
ການ​ປະຕິບັດ​ສາສະໜາຕາ​ມຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ​ເຈົ້າ ເຖິງແມ່ນ​ຈະຖືກ
ຕໍ່ຕ້ານ ​ແລະ ຖືກ​ປາມ​ປາບ​ດ້ວຍ​ຄວາມຮຸນ​ແຮງກໍ​ຕາມ.”

ໃນ​ຈໍານວນ​ເກືອບ 200 ປະ​ເທດ​ທີ່​ມີ​ການ​ປະ​ເມິ​ນ​ເບິ່ງ​ເລື້ອງເສລີພາບໃນ​ດ້ານສາສະໜາ​ໃນ
ລາຍ​ງານ​ສະບັບ​ນີ້ ມີ 8 ປະ​ເທດຖືກຈັດ​ຢູ່​ໃນ​ບັນຊີ​ CPC ຫລື ລາຍ​ຊື່ພວກ​ປະ​ເທດທີ່​ໜ້າ
ເປັນ​ຫ່ວງ​ເປັນພິ​ເສດ ​ອັນ​ມີ ປະ​ເທດມຽນມາ ຈີນ ​ເອຣິ​ເທຍ ອິຣ່ານ ​ເກົາຫລີ​ເໜືອ ຊາ​ອຸ​ດີ​
ອາຣາ​ເບຍ ຊູ​ແດນ​ ແລະ​ອັຟກາ​ນິສຖານ.

ລາຍ​ຊື່​ພວກ​ປະ​ເທດ​ທີ່​ໜ້າ​ເປັນ​ຫ່ວງ​ເປັນ​ພິ​ເສດ​ນີ້ ​ແມ່ນ​ບໍ່​ມີ​ການ​ປ່ຽນ​ແປງ​ຈາກ​ເມື່ອ​ນຶ່ງ​ປີ
ຜ່ານມາ ​ແຕ່​ທາງ​ກະຊວງ​ມີກໍານົດ​ທີ່ຈະ​ທົບ​ທວນຄືນ​ເບິ່ງໃໝ່ໃນ​ອີກ​ 2-3 ​ເດືອນຂ້າງໜ້າ​.

ອິຣ່ານແມ່ນໄດ້​ຖືກ​ຈັດ​ຢູ່​ໃນ​ລາຍ​ຊື່​ພວກ​ປະ​ເທດ​ດັ່ງກ່າວ​ມາ​ທຸກໆ​ປີ ນັບ​ແຕ່ໄດ້​ມີ​ການ​ເຮັດ
ລາຍ​ງານ​ສະບັບ​ທໍາ​ອິດ​ອອກມາ​ໃນ​ປີ 1999. ລາຍ​ງານ​ສະບັບ​ໃໝ່​ກ່າວ​ວ່າ ລັດຖະບານ
ເຕ​ຮະຣ່ານຍັງສືບ​ຕໍ່​ຈໍາກັດ​ຮັດ​ແຄບ​ຢ່າງ​ເຂັ້ມ​ງວດ ​ຕໍ່ພວກ​ຊົນ​ກຸ່ມ​ນ້ອຍທີ່​ບໍ່ນັບ​ຖື​ນິກາຍ
Shi’ite ​ແລະ​ວ່າ ພວກ​ຖື​ນິກາຍ Bahai ​ແມ່ນ​ຕົກ​ເປັນ​ເປົ້າ​ໝາຍ​ໂດຍ​ສະ​ເພາະ. ​ລາຍ​ງານ
ເວົ້າ​ອີກວ່າ ປະທາ​ນາ​ທິບໍດີ Mahmoud Ahmadinejad ​ແຫ່ງ​ອິຣ່ານ​ໄດ້​ສືບ​ຕໍ່​ປຸກລະດົມ
ຕໍ່ຕ້ານ​ຊາວ​ຢີວຢ່າງ​ຮ້າຍ​ກາດ​ມາ ​ໂດຍ​ຕັ້ງ​ຂໍ້ສົງໄສຂຶ້ນ​ມາ​ກ່ຽວ​ກັບ​ການລົນນະ​ລົງ​ຂອງພວກ
Nazi ​ເພື່ອເຂ່ັນຂ້າດັບ​ສູນ​ຊາວ​ຢີວ ​ໃນປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງນັ້ນ ວ່າ​ມີ​ຂຶ້ນ​ແທ້
ຫລື​ບໍ່ ​ແລະຮ້າຍ​ແຮງ​ເທົ່າ​ກັບ​ຊາວ​ໂລກ​ປະນາມກັນ​ນັ້ນ ​ແທ້ຫລື​ບໍ?

ກ່ຽວ​ກັບ​ເກົາຫລີ​ເໜືອ​ນັ້ນ ລາຍ​ງານ​ເວົ້າ​ອອກ​ມາ​ຢ່າງ​ຈະ​ແຈ້ງວ່າ ​ເສລີພາບ​ໃນ​ດ້ານ​ການ
ນັບຖື​ສາສະໜາ​ແມ່ນ​ບໍ່​ມີ​ເລີຍ​ໃນ​ເກົາຫລີ​ເໜືອ ​ແລະ​ວ່າ ພວກ​ນັກ​ເຄື່ອນ​ໄຫວ​ທາງ​ສາສະ
ໜາ​ແມ່ນໂຮມຢູ່​ໃນ​ຈໍານວນ​ພວກ​ນັກ​ໂທດ​ການ​ເມືອງ ​ທີ່​ມີ​ຢ່າງຫລວງຫລາຍ​ໃນ​ປະ​ເທດ​ນັ້ນ.

ທ່ານ Michael Posner ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ວ່າ​ດ້ວຍ​ປະຊາທິປະ​ໄຕ ສິດທິ​ມະນຸດ​ແລະ​ແຮງ​ງານ ກ່າວ​ວ່າ ມີ​ສິ່ງງັດ​ງ້າງໜ້ອຍ​ຫລາຍ​ ທີ່ໃຊ້​ກົດ​ດັນ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ​ນັ້ນ ຍ້ອນການເລືອກ​ຢູ່​ຢ່າງ​ໂດດດ່ຽວ​ຂອງ​ລັດຄອມ​ມີ​ວນິດ​ດັ່ງກ່າວ ຊຶ່ງ​ທ່ານ Posner ກ່າວ​ຕໍ່​ໄປ​ວ່າ:

ທ່ານ Michael Posner ລມຕ ​ຊ່ອຍ​ ວ່າການ​ກະຊວງຕ່າງປະ​ເທດ ສຫລ ​ກ່າວກ່ຽວກັບເສລີພາບໃນການນັບຖື ສາສະໜາ ໃນເກົາຫລີເໜືອ ໃນວັນ ເປີດເຜີຍລາຍງານປະຈໍາປີຂອງກະ ຊວງ, ວັນທີ 17 ພະຈິກ 2010.
ທ່ານ Michael Posner ລມຕ ​ຊ່ອຍ​ ວ່າການ​ກະຊວງຕ່າງປະ​ເທດ ສຫລ ​ກ່າວກ່ຽວກັບເສລີພາບໃນການນັບຖື ສາສະໜາ ໃນເກົາຫລີເໜືອ ໃນວັນ ເປີດເຜີຍລາຍງານປະຈໍາປີຂອງກະ ຊວງ, ວັນທີ 17 ພະຈິກ 2010.
“ເວລານີ້ ສະຖານະການດ້ານສິດທິມະ
ນຸດໃນເກົາຫລີເໜືອ ແມ່ນເປັນເລຶ່ອງທີ່
ຮ້າຍແຮງ ຫລາຍ ແລະບໍ່ວ່າ​ເຮົາ​ຈະ​ໃຊ້​
ບັນທັດຖານ​ໃດໆ​ວັດ​ແທກ ເກົາຫລີເໜືອ
ກໍຖືວ່າເປັນປະເທດ ທີ່ລະ​ເມີດສິດທິມະ
ນຸດນັ້ນຢູ່ເປັນປະຈໍາ. ພວກເຮົາແມ່ນຈະ
ສືບຕໍ່ຍົກເອົາບັນຫາເຫລົ່ານີ້ຂຶ້ນ​ມາ​ເວົ້າ
ໃຫ້ມະຫາຊົນຮູ້ ໃນທາງ​ໃດ​ກໍ​ຕາມທີ່​
ພວກ​ເຮົາ​ສາມາດ​ເຮັດ​ໄດ້ ແລະກໍຈະ
ພະຍາຍາມຊຸກຍູ້ໃຫ້ພວກລັດຖະບານ ອື່ນໆນັ້ນ ​ເຮັດ​ຄື​ກັນ.”

ລາຍ​ງານ​ສະບັບ​ນີ້ເວົ້າ​ວ່າ ​ໄດ້ມີ​ການ​ປັບປຸງ
ດີ​ຂຶ້ນ​ມາ​ໃນບາງ​ດ້ານ​ໃນ​ເສລີພາບດ້ານ​ສາສະ
ໜາ​ໃນ​ຊາ​ອຸ​ດີ​ອາເຣ​ເບຍ​ນັ້ນ ​ແຕ່​ທ່ານ Pos-
ner ກ່າວ​ວ່າ ການ​ນັບຖື​ແລະປະຕິບັດຢ່າງ
ເປີດ​ເຜີຍ ສາສະໜາ​ທີ່​ບໍ່​ແມ່ນອີສລາມ​ນັ້ນ​
ຍັງ​ຄົງ​ເປັນ​ສິ່ງ​ເກືອດ​ຫ້າມ​ຢູ່ ​ແລະ​ວ່າລັດຖະບານ​ຊາ​ອຸ​ອາເຣ​ເບຍ​ຍັງ​ບໍ່​ທັນ​ໄດ້​ປະຕິບັດ​ຕາມ
ຄໍາ​ໝັ້ນສັນຍາ​ທີ່​ໃຫ້​ໄວ້​ ທີ່​ວ່າ​ຈະ​ລົບ​ລ້າງພາກສ່ວນ​ຕ່າງໆ ທີ່ມີ​ຂໍ້ຄວາມ​ຍຸຍົງທາງສາສະໜາ
ອອກ​ຈາກ​ປື້ມຮຽນນັ້ນ. ທ່ານ Posner ກ່າວ​ຕື່ມວ່າ:

“ລັດຖະບານ​ຊາ​ອູ​ດີ​ອາ​ເຣ​ເບຍໄດ້​ເຮັດ​ໄປ​ແດ່​ແລ້ວບາງ​ຢ່າງ ກ່ຽວ​ກັບ​ເລື້ອງ​ນີ້
ແຕ່ກໍຍັງມີຢູ່ຕໍ່ມາ ໃນຕໍາລາຮຽນ​ຂອງ​ຊາ​ອູ​ດີ​ນັ້ນ ຂໍ້ຄວາມ​ທີ່ ອ້າງອິງໃນທາງລົບ
ຫລາຍທີ່​ສຸດ ທີ່​ເປັນ​ທັດສະນະ​ຕາຍ​ໂຕ ກ່ຽວ​ກັບຊາວຄຣີສຕຽນ ຊາວຢີວ ແລະ
ພວກຖືສາສະໜາອື່ນໆ ທີ່​ຖື​ວ່າ​ເປັນ​ການ​ດູ​ຖູ​ກດູ​ໝິ່ນຕໍ່​ພວກ​ເຂົາ​ເຈົ້າ. ເລື່ອງ
ເຫລົ່ານີ້ແມ່ນສ້າງຄວາມເປັນຫ່ວງຢ່າງແທ້ຈິງ. ຈິງໆແລ້ວ ພວກເຮົາກໍມີຜົນປະ
ໂຫຍດອື່ນໆ ຫລາຍຢ່າງຫລາຍອັນ ກັບຊາອູດີ ແຕ່​ເລື້ອງນີ້ແມ່ນພາກສ່ວນນຶ່ງ
ຂອງນະໂຍບາຍສິດທິມະນຸດຂອງ​ພວກ​ເຮົາ ​ແລະ ພວກເຮົາກໍຈະສືບຕໍ່ຍົກເອົາ
ຄວາມເປັນຫ່ວງເຫລົ່ານີ້ ໃຫ້ທຸກໆຄົນໄດ້ຮູ້ ຢູ່ຕໍ່ໄປ.”

ລາຍ​ງານ​ໃຫ້​ຂໍ້​ສັງ​ເກດ​ວ່າ ມີ​ແນວ​ໂນ້ມ​ໃນ​ທາງ​ບວກ​ບາງ​ຢ່າງ​ໃນ​ຈີນ ຊຶ່ງ​ໄດ້​ຖືກ​ຈັດ​ເຂົ້າໃນ
ລາຍ​ຊື່ CPC ຫລື​ລາຍ​ຊື່ພວກ​ປະ​ເທດທີ່​ໜ້າ​ເປັນ​ຫ່ວງ​ນໍາ​ໂດຍ​ສະ​ເພາະນັ້ນ ​ເທື່ອ​ທໍາ​ອິດ
ໃນ​ປີ 2004 ​ແຕ່​ທ່ານ​ນາງ​ຮີນ​ລາ​ຣີ ຄລິນ​ຕັນ ​ກ່າວ​ວ່າ ຍັງ​ມີການ​ຮາວີ​ລົບ​ກວນພວກ​ຊາວ
ພຸດ​ທິ​ເບ​ດ ພວກ​ກຸ່ມ​ຖືສາສະໜາ​ຄຣິສຕຽນ​ທີ່​ບໍ່​ລົງທະບຽນ ​ແລະ​ພວກ​ຊາວ​ມຸສລິ​ມ Uighur ນັ້ນ ຢູ່​ຕໍ່​ມາ.

ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ​ເສລີພາບ​ໃນການ​ນັບຖື​ສາສະໜາ​ກໍາລັງ​ຖືກ​ໂຈມ​ຕີ ບໍ່​ພຽງ​ແຕ່​ຈາກ​ພວກ​ລັດຖະບານ​ຜະ​ເດັດ​ການ​ເທົ່າ​ນັ້ນ ​ແຕ່​ຈາກພວກ​ກຸ່ມ​ຫັວຮຸນ​ແຮງ​ຈັດນໍາ ​ເຊ່ນ​ກຸ່ມ​ al-Quaida ທີ່​ພະຍາຍາມ​ຊອກຫາ​ທາງ​ສ້າງ​ຄວາມເຄັ່ງ​ຕຶງຂຶ້ນລະຫວ່າງ​ນິກາຍຕ່າງ ຊຶ່ງ​ທ່ານ​ນາງ ໄດ້​ໃຫ້​ຂໍ້ສັງ​ເກດ​ກ່ຽວ​ກັບການວາງ​ລະ​ເບີດ​ໃສ່​ໂບດ Sufi ໃນ​ປາ​ກິ​ສຖານ ​ຫວ່າງ​ໄວໆ​ມາ​ນີ້​ ແລະ​ໂບດ​ກາ​ໂຕ​ລິກ​ແຫ່ງ​ນຶ່ງ​ຂອງ​ຊາວຊີ​ເຣຍ​ ໃນ​ກຸງ​ແບກ​ແດ໊ດນັ້ນ.

ມີຫລາຍໆ​ປະ​ເທດ ທີ່ລາຍ​ງານ​ສະບັບ​ນີ້​ໄດ້ເລົ່າ​ເຖິງການລະ​ເມີດ​ສິດທິ​ຕ່າງໆ ແຕ່ວ່າ​ໃນ​ຂະນະ​ດຽວ​ກັນ​ ກໍ​ໄດ້ຍ້ອງຍໍ​ສັນລະ​ເສິນພວກ​ປະ​ເທດ​ເຫລົ່າ​ນັ້ນ​ ວ່າ​ໄດ້ເອົາ​ບາດກ້າວ​ເພື່ອ​ສົ່ງ​ເສີມ​ການ​ໂຍະຍານອະນຸ​ໂລມກຸ່ມ​ສາສະໜາ​ອື່ນໆ ຮວມທັງ​ຂໍ້​ຕົກລົງສະບັບ​ນຶ່ງ ທີ່ຈະ​ອໍານວຍ ໃຫ້ ບັນດາ​ເຈົ້າ​ໜ້າ​ທີ່​ ສປປ ລາວ ໄດ້​ຮັບ​ການ​ເຝິກອົບ​ລົມ​ເລື້ອງ​ເສລີພາບ​ ດ້ານ​ສາສະ ໜາ ການກໍ່​ສ້າງຄືນ​ໃໝ່ໂບດ​ຊາວ​ຢິວ​ແຫ່ງ​ນຶ່ງໃນ​ກຸງ​ເບຣຸດ ທີ່​ໄດ້​ເພພັງ​ລົງ​ຍ້ອນການ​ລະດົມ ​ຍິງ​ປືນ​ໃຫຍ່​ຕໍ່ສູ້​ກັນ ໃນ​ປາງ​ສົງຄາມ​ກາງເມືອງ​ໃນ​ປະ​ເທດ​ເລ​ບາ​ນອນ ​ແລະ​ການອຸບປະ ຖໍາຂອງ​ອິນ​ໂດ​ເນ​ເຊຍ​ ​ໃນການຈັດການ​ໂອ້ລົມ​ສົນທະນາຂຶ້ນລະຫວ່າງ​ນິກາຍ​ຕ່າງໆ​ນັ້ນ.

ການ​ລົງ​ໂທດທີ່​ໄດ້​ຮັບ​ການ​ອະນຸມັດໃຫ້ພາຍ​ໃຕ້​ກົດໝາຍ​ວ່າ​ດ້ວຍ​ເສລີ ພາບ​ໃນ​ດ້ານ​ສາສະ ໜາ​ ສະບັບ​ປີ 1998 ນັ້ນ ​ແມ່ນ​ບໍ່​ສູ້​ໄດ້ມີ​ການ​ນໍາ​ໃຊ້​ກັນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງເມື່ອ​ວັນ​ພຸດ​ສັບປະດາແລ້ວ​ນີ້ ຄະນະ​ກໍາມາ​ທິການ​ອິດ​ສະລະ ວ່າ​ດ້ວຍ​ເສລີພາບ​ໃນ​ດ້ານ​ສາສະໜາ​ລະຫວ່າງ​ຊາດ​ຂອງ​ສະຫະລັດ ທີ່​ໄດ້​ຈັດ​ຕັ້ງ​ຂຶ້ນມາ ​ພາຍ​ໃຕ້​ກົດໝາຍ​ສະບັບ​ປີ 1998 ເຊ່ນ​ກັນນັ້ນ ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ທ່ານ​ໂອ​ບາ​ມາ ທໍາ​ການ​ເຄື່ອນ​ຢ່າງ​ເດັດຂາດ ​ແລະ​ໃຫ້​ຈັດ​ເອົາ​ຫລາຍປະ​ເທດຕື່ມ​ອີກ​ ​ເຂົ້າ​ໃນ​ລາຍ​ຊື່​ພວກ​ປະ​ເທດ​ທີ່ ໜ້າ​ເປັນ​ຫ່ວງເປັນ​ພິ​ເສດນັ້ນ ອັນ​ເປັນ​ສິ່ງ​ນຶ່ງ​ທີ່ທາງລັດຖະບານ​ຍັງ​ບໍ່​ທັນ​ໄດ້​ເຮັດ.

XS
SM
MD
LG