ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຈີນ​ຕໍາ​ໜິ ​ລາຍ​ງານຂອງ​ ສຫລ ​ກ່ຽວ​ກັບ​​ ການນັບຖື​ສາສະໜາ


ສື່​ຂອງ​ທາງ​ການ​ຈີນ​ໄດ້​ຕໍາ​ໜິ
ການ​ລາຍ​ງານ​ຂອງ​ສະຫະລັດ
​ກ່ຽວ​ກັບ​ສິດ​ເສລີພາບ​ໃນການ
​ນັບຖື​ສາສະໜາຢູ່​ໃນ​ທົ່ວ​ໂລກ
ວ່າ ​ການເປີດ​ເຜີຍ​ລາຍ​ງານ​ນີ້​
ແມ່ນບໍ່​ພາ​ໃຫ້​ເກີດ​ຜົນ​ໃດໆ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ
​ການ​ຈີນ ​ກ່າວ​ຢູ່​ໃນ​ບົດ​ວິຈານ​ໃນ​
ວັນ​ອັງຄານ​ມື້​ນີ້​ ​ວ່າ ລາຍ​ງານ
​ດັ່ງກ່າວແມ່ນ​ເປັນເຄື່ອງມື​ທາງ
​ການ​ເມືອງຢ່າງ​ນຶ່ງ ​ແລະ​ວ່າ
ສະຫະລັດ ​ກໍາລັງບັງຄັບ​ໃຫ້​
ປະ​ເທ​ດອື່ນໆ ຮັບ​ເອົາ​ມາດ
ຕະຖານ​ດ້ານນະ​ໂຍບາຍ​ທາງ​
ສາສະໜາຂອງ​ຕົນ.

ລາຍ​ງານ​ປະ​ຈໍ​າປີຂອງ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທີ່​ນໍາອອກເປີດ​ເຜີຍໃນ​ວັນ​ຈັນ​
ວານ​ນີ້​ ​ກ່າວ​ວ່​າ ການ​ເຄົາ​ລົບ​ຕໍ່​ເສລີພາບ​ໃນ​ການ​ນັບ​ຖືສາສະໜາຂອງ​ຈີນ​ນັ້ນ​ໄດ້ເສື່ອ​ມໂຊມ
ລົງ ​ຮວມທັງຢູ່ໃນຂົງ​ເຂດຂອງຊາວທິເບ​ດ ​ແລະ​ໃນການ​ປາບ​ປາມ​ຊາວ​ມຸສລິ​ມ ທີ່​ອາ​ໄສ​
ຢູ່​ເຂດ Xinjiang ນັ້ນ ນໍາ.

ລາຍ​ງານໄດ້​ບົ່ງ​ຊື່​ຈີນ​ວ່າ ເປັນ 1 ​ໃນ 8 ປະ​ເທດ​ທີ່​ໜ້າ​ເປັນ​ຫ່ວງ​ກັງ​ວັນ​ກ່ຽວ​ກັບ​ເລື່ອງ​ນີ້.
ປະ​ເທດ​ອື່ນໆ​ນັ້ນ​ກໍ​ມີ ມຽນມາ, Eritrea, Iran ​ເກົາຫຼີ​ເໜືອ, Saudi Arabia, Sudan, ​ແລະ Uzbekistan.

ລາຍ​ງານ​ດັ່ງກ່າວ​ຍັງ​ເນັ້ນ​ເຖິງການ​ໃຊ້ກົດໝາຍປາບ​ປາມ​ການ​ທໍາລາຍ​ຊື່​ສຽງຂອງສາສະໜາ
​ໃນ​ບັນດາ​ປະ​ເທດມຸສລິ​ມ ​ຮວມທັງ Saudi Arabia, Pakistan ​ແລະ Afghanistan.

​ແລະ​ຍັງ​ກ່າວ​ອີກ​ວ່າ ​ໃນເກົາຫຼີ​ເໜືອນັ້ນ ​ອິດ​ສະລະ​ພາບ​ໃນ​ການ​ນັບຖື​ສາສະໜາແມ່ນ​ບໍ່​ມີ​ເລີຍ.

XS
SM
MD
LG