ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ​ຮຽກ​ຮ້ອງ​ ໃຫ້​ເປີດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ລະ​ຫວ່າງ​ຢູ​ເຄ​ຣນ ກັບ ຣັດ​ເຊຍ


ຮູບນີ້​ມາ​ຈາກວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 16 ມີ​ນາ 2023 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ບິນ​ລົບ​ຣັດ​ເຊຍ Su-27 ພວມ​ບິນ​ເຂົ້າ​ໄປ​ໃກ້​ດ້ານ​ຫຼັງ​ຂອງ​ໂດ​ຣນ MQ-9 ແລະ​ເລີ້ມ​ປ່ອຍ​ເຊື້ອ​ໄຟ ເວ​ລາ​ມັນ​ບິນ​ຜ່ານ ຢູ່​ເໜືອ​ທະ​ເລ​ດຳ ອີງ​ຕາມ​ທຳ​ນຽບ​ຫ້າ​ແຈ.
ຮູບນີ້​ມາ​ຈາກວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 16 ມີ​ນາ 2023 ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ບິນ​ລົບ​ຣັດ​ເຊຍ Su-27 ພວມ​ບິນ​ເຂົ້າ​ໄປ​ໃກ້​ດ້ານ​ຫຼັງ​ຂອງ​ໂດ​ຣນ MQ-9 ແລະ​ເລີ້ມ​ປ່ອຍ​ເຊື້ອ​ໄຟ ເວ​ລາ​ມັນ​ບິນ​ຜ່ານ ຢູ່​ເໜືອ​ທະ​ເລ​ດຳ ອີງ​ຕາມ​ທຳ​ນຽບ​ຫ້າ​ແຈ.

ຈີນ​ຫວັງ​ວ່າ ຄົງ​ຈະ​ມີ​ການ​ແກ້​ໄຂ​ແບບ​ສັນ​ຕິ​ວິ​ທີ​ຕໍ່​ບັນ​ຫາ​ຂັດ​ແຍ້ງ​ໃນ​ຢູ​ເຄ​ຣນ​ແລະ​ຮຽກ​ຮ້ອງ​ໃຫ້​ຣັດ​ເຊຍ ແລະ​ຢູ​ເຄ​ຣນ ພົບ​ກັນ​ທີ່​ໂຕະ​ເຈ​ລະ​ຈາ​ສັນ​ຕິ​ພາບ ນັ້ນ​ຄື​ຄຳເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທີ່​ກ່າວ​ຕໍ່​ຄູ່​ຕຳ​ແໜ່ງ​ຝ່າຍ​ຢູ​ເຄ​ຣນ ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ ໃນ​ວັນ​ພະ​ຫັດ​ວານນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ທ່ານ​ຈິນ ກັງ ໄດ້ແຈ້ງ​ໃຫ້​ທ່ານ​ດ​ະ​ມິ​ໂຕ​ຣ ຄູ​ເລ​ບາ​ຊາບ​ວ່າ ຈີນ “ໄດ້​ໝັ້ນ​ໝາຍ​ໂຕ​ເອງ​ທີ່​ຈະ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ການ​ເຈ​ລະ​ຈາ ແລະ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ນາໆ​ຊາດ ສ້າງ​ເງື່ອນ​ໄຂ​ສຳ​ລັບ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.”

ນອກນັ້ນ ທ່ານ​ຈິນ ຍັງ​ກ່າວ​ວ່າ “ຈີນ​ຫວັງ​ວ່າ ທຸກ​ພັກ​ຝ່າຍ​ຍັງ​ຈະ​ສືບ​ຕໍ່​ຕັ້ງ​ຢູ່​ໃນ​ຄວາມ​ສະ​ຫງົບ ມີ​ເຫດ​ຜົນ​ແລະ​ໃຊ້​ຄວາມ​ຢັບ​ຢັ້ງ” ອີງ​ຕາມ​ຖະ​ແຫຼງ​ການ ໃນ​ຂະ​ນະ​ທີ່​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ ໄດ້​ກາຍ​ວັນ​ຄົບ​ຮອບ​ນຶ່ງ​ປີ​ເມື່ອ​ບໍ່​ດົນ​ມານີ້.

ກອງ​ທັບ​ສະ​ຫະ​ລັດ​ໄດ້​ນຳ​ອອກ​ເຜີຍ​ແຜ່​ວີ​ດີ​ໂອ​ໃນ​ວັນ​ພະ​ຫັດ​ວານນີ້​ທີ່​ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບ​ຣັດ​ເຊຍ​ໄດ້​ບິນ​ເຂົ້າ​ສະ​ກັດ​ກັ້ນ ຊຶ່ງ​ເປັນ​ເຫດ​ໃຫ້​ເຮືອ​ບິນ​ສັງ​ເກດ​ການ​ບໍ່​ມີ​ຄົນ​ຂັບຫຼື​ໂດ​ຣນ​ຂອງ​ສະ​ຫະ​ລັດ​ຕົກ ໃນ​ມື້​ວັນ​ອັງ​ຄານ​ຜ່ານ​ມາ​ຢູ່​ທີ່​ທະ​ເລ​ດຳ.

ວີ​ດີ​ໂອ ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮືອ​ບິ​ນ​ລົບ​ຊູ​ກອຍ Su-27 ໄດ້​ປ່ອຍ​ນ້ຳ​ມັນ​ຖິ້ມ​ໃນ​ຂະ​ນະ​ທີ່​ບິນ​ເຂົ້າ​ໄປ​ໃກ້​ໂດ​ຣນ MQ-9 ຂອງ​ສະ​ຫະ​ລັດ ຈາກ​ດ້ານ​ຫຼັງ​ ແລະ​ບິນ​ຂ້າມ​ດ້ານ​ເທິງ.

US Air Force MQ-9 Camera Footage: Russian Su-27 Black Sea Collision
please wait

No media source currently available

0:00 0:00:42 0:00

ເຮືອ​ບິນ​ລົບ​ຊູ​ກອຍ Su-27 ລຳ​ທີ​ສອງ​ໄດ້​ບິນ​ເຂົ້າ​ໄປ​ໃກ້ໆໃນ​ວິ​ທີ​ດຽວ​ກັນ ແລະເວ​ລາ​ທີ່​ມັນ​ບິນ​ໄປ​ຮອດ​ໂດ​ຣນ ວີ​ດີ​ໂອ​ໄດ້​ຖືກລົບ​ກວນ​ໃນ​ຊົ່ວ​ຂະ​ນະ​ ທີ່ກອງ​ທັບ​ສະ​ຫະ​ລັດ​ກ່າວ​ວ່າ ເຮືອ​ບິນ​ລົບ​ຂອງ​ຣັດ​ເຊຍ​ໄດ້​ຕຳ​ກັບ​ໂດ​ຣນ.

ຮູບ​ຕອນ​ສຸດ​ທ້າຍ​ສະ​ແດງ​ໃຫ້​ເຫັນ​ວ່າວີ​ດີ​ໂອ​ທີ່​ຖ່າຍ​ໄດ້​ກັບ​ຄືນ​ມາແລະ​ນຶ່ງ​ໃບ​ພັດ​ຂອງ​ໂດ​ຣນ​ໄດ້​ຄົດ.

ການ​ນຳ​ເອົາ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່ ​ມີ​ຂຶ້ນ​ນຶ່ງມື້ ຫຼັງ​ຈາກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ໄດ້​ລົມ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຣັດ​ເຊຍ ກ່ຽວ​ກັບ​ການ​ປ​ະ​ເຊີນ​ໜ້າ​ດັ່ງ​ກ່າວ.

“ສະ​ຫະ​ລັດ​ຈະ​ສືບ​ຕໍ່​ສົ່ງ​ເຮືອ​ບິນ​ແລະ​ປະ​ຕິ​ບັດ​ງານ​ຢູ່​ບ່ອນ​ໃດ​ກໍ​ຕາມ​ທີ່​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ​ອະ​ນຸ​ຍາດ​ໃຫ້ ແລະ​ມັນ​ເປັນ​ໜ້າ​ທີ່​ຂອງ​ຣັດ​ເຊຍ​ທີ່​ຈະ​ຕ້ອງ​ຂັບ​ເຮືອ​ບິນ​ທະ​ຫານ​ຂອງ​ຕົນ​ໃນ​ວິ​ທີ​ທີ່​ປອດ​ໄພ​ແລະ​ເປັນ​ມື​ອາ​ຊີບ” ລັດ​ຖະ​ມົນ​ຕີອອ​ສ​ຕິນ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫຼັງ​ຈາກ​ໄດ້​ປະ​ກາດ​ວ່າ ທ່ານ​ຫາ​ກໍ “​ແລ້ວ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ” ກັ​ບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ ທ່ານ​ເຊີ​ເກ ຊອຍ​ກູ.

ນີ້​ແມ່ນ​ການ​ໂທ​ລະ​ສັບ​ລົມ​ກັນ​ເທື່ອ​ທຳ​ອິດລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທັງ​ສອງ ນັບ​ແຕ່​ເດືອນ​ຕຸ​ລາ​ເປັນ​ຕົ້ນ​ມາ ອີງ​ຕາມ​ພວກ​ເຈົ້າ​ໜ້າ​ທີ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG