ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ປ່ອຍຕົວ ຜູ້ຍົກຍ້າຍຖິ່ນຖານຊາວ ເຮຕີ ຈຳນວນນຶ່ງ ໃນລັດ ເທັກຊັສ


ຊາວເຮຕີ ທີ່ຖືກປ່ອຍຕົວຈາກກ່າວຄວບຄຸມຕົວຂອງອົງການພາສີ ແລະ ຄົນເຂົ້າເມືອງ ລໍຖ້າຂຶ້ນລົດເມຢູ່ເມືອງ ແດລ ຣີໂອ, ລັດ ເທັກຊັສ. 20 ກັນຍາ,2021. (VOA/Jean Robert Philippe)
ຊາວເຮຕີ ທີ່ຖືກປ່ອຍຕົວຈາກກ່າວຄວບຄຸມຕົວຂອງອົງການພາສີ ແລະ ຄົນເຂົ້າເມືອງ ລໍຖ້າຂຶ້ນລົດເມຢູ່ເມືອງ ແດລ ຣີໂອ, ລັດ ເທັກຊັສ. 20 ກັນຍາ,2021. (VOA/Jean Robert Philippe)

ບັນດາເຈົ້າໜ້າທີ່ຄົນເຂົ້າເມືອງ ສະຫະລັດ ໄດ້ປ່ອຍຕົວຊາວ ເຮຕີ ປະມານ 20-30 ຄົນຈາກການກັກຂັງຢູ່ເມືອງ ແດລ ຣີໂອ, ລັດ ເທັກຊັສ ໃນວັນຈັນວານນີ້, ເຊິ່ງແມ່ນເມືອງນ້ອຍແຫ່ງນຶ່ງຕັ້ງຢູ່ເຂດຊາຍແດນ ທີ່ໄດ້ກາຍເປັນຂ່າວດັງຍ້ອນການຫຼັ່ງໄຫຼຂອງຜູ້ຍົກຍ້າຍຖິ່ນຖານທີ່ຫວັງຈະເຂົ້າມາໃນ ສະຫະລັດ.

ນາງ ມິແຊລລີນ ບັບຕິສ (Micheline Baptiste) ໄດ້ກ່າວຕໍ່ວີໂອເອພາສາ ເຄຣໂອລ (Creole) ວ່າ “ຂອບໃຈພະເຈົ້າທີ່ພວກເຮົາໄດ້ມາທີ່ນີ້. ຂ້າພະເຈົ້າ ຕື່ນເຕັ້ນ, ມັນແມ່ນພອນຈາກສະຫວັນ. ພວກເຮົາໄດ້ຕໍ່ສູ້ຢ່າງໜັກເພື່ອມາທີ່ນີ້.” ນາງໄດ້ອາໄສຢູ່ປະເທດ ຊີເລ ກ່ອນມາ ສະຫະລັດ ແລະ ໄດ້ກ່າວວ່າ ການ ເດີນທາງດ້ວຍການຍ່າງໃຊ້ເວລາສອງເດືອນເຄິ່ງ.

ນາງເວົ້າວ່າ “ມັນທຸກທໍລະມານຫຼາຍ. ຫຼາຍຄົນໄດ້ເສຍຊີວິດ. ພວກເຮົາໄດ້ຍ່າງ ຂ້າມສົບຄົນຕາຍ. ບາງຄົນໄດ້ຈົມນໍ້າຕາຍ. ຄົນອື່ນໄດ້ພະຍາຍາມຫຼົບໜີຈາກໂຈນ ເວລາທີ່ເຂົາເຈົ້າຕົກລົງໄປໃນນໍ້າ ແລະ ຈົມນໍ້າຕາຍ. ເດັກນ້ອຍໄດ້ສູນເສຍແມ່, ສູນເສຍພໍ່. ມັນລຳບາກແທ້ໆ.”

ນາງ ບັບຕິສ ແມ່ນນຶ່ງໃນຜູ້ທີ່ໂຊກດີບໍ່ເທົ່າໃດຄົນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າມາໃນ ສະຫະລັດ, ເຊິ່ງລາວຈະຕ້ອງໄດ້ໄປປາກົດຕົວຢູ່ສານພ້ອມກັບທະນາຍຄວາມເພື່ອຮ້ອງຂໍການລີ້ໄພ.

ອີງຕາມທ່ານ ເກີລີ ໂຈເຊັຟ (Guerline Jozef) ຈາກພັນທະມິດການເຊື່ອມຕໍ່ຊາວ ເຮຕີ ນັ້ນ, ປະ ມານ 300 ຄົນໄດ້ຖືກປ່ອຍຕົວຈາການເນລະເທດ ແລະ ບໍ່ແມ່ນຊາວ ເຮຕີ ໝົດທຸກຄົນ. ເຂົາເຈົ້າຖືກພິຈາລະນາວ່າມີຄວາມສ່ຽງ ແລະ ຕ້ອງໄດ້ເອົາທີ່ຢູ່ໃນ ສະຫະລັດ ໃຫ້ບັນດາເຈົ້າໜ້າທີ່ ບ່ອນທີ່ເຂົາເຈົ້າຈະອາໄສ ຢູ່ກັບພີ່ນ້ອງຜູ້ທີ່ອາໄສຢູ່ໃນ ສະຫະລັດ ຢ່າງຖືກຕ້ອງຕາມກົດໝາຍ ແລະ ເຂົາ ເຈົ້າຕ້ອງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະກັບຄືນໄປສານພ້ອມກັບທະນາຍຄວາມ ເພື່ອຮ້ອງຂໍສຳລັບການອາໄສຢູ່ໃນ ສະຫະລັດ.

ລັດຖະບານທ່ານ ໄບເດັນ ໄດ້ປະກາດໃນວັນເສົາທີ່ຜ່ານມາວ່າເຂົາເຈົ້າຈະເນລະເທດຜູ້ຍົກຍ້າຍຖິ່ນຖານທີ່ລວມຕົວກັນໃນສູນທີ່ພັກຊົ່ວຄາວຢູ່ກ້ອງຂົວສາກົນ ແດລ ຣີໂອ, ຢູ່ເຂດຊາຍແດນລັດເທັກຊັສ ຕິດກັບປະເທດ ເມັກຊິໂກ. ເຮືອບິນເນລະເທດສາມຖ້ຽວທີ່ນຳພາຜູ້ຍົກຍ້າຍຖິ່ນຖານຊາວ ເຮຕີ ຫຼາຍຮ້ອຍຄົນໄດ້ ເດີນທາງກັບໄປນະຄອນຫຼວງ ປອກ-ໂອ ແປຣັງສ໌ ໃນວັນອາທິດທີ່ຜ່ານມາ, ແລະ ອີກສາມຖ້ຽວບິນໃນວັນຈັນວານນີ້.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານ ອາເລຮານໂດຣ ມາຢໍຄາສ (Alejandro Mayorkas) ໄດ້ກ່າວຢໍ້າຂໍ້ຄວາມຂອງທ່ານຕໍ່ພວກຜູ້ຍົກຍ້າຍຖິ່ນຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG