ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຜີຍແຜ່ລາຍງານ ການເສຍຊີວິດ ຍ້ອນການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ


New Drone Report Reveals Details of Once Secret Program
please wait

No media source currently available

0:00 0:02:34 0:00

ທຳນຽບຂາວ ໄດ້ນຳ​ອອກ​ເຜີຍ​ແຜ່​ລາຍ​ງານ​ ທີ່​ມີ​ການລໍຖ້າ​ມາ​ດົນນານ​ແລ້ວກ່ຽວ​ກັບການເສຍ​ຊີວິດ​ຂອງ​ພົນ​ລະ​ເຮື​ອນ ຈາກ​ການ​ໂຈມ​ຕີ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບຫຼື Drone ຢູ່​ນອກ​ເຂດທີ່​ມີ​ການ​ຂັດ​ແຍ້ງກັນ ​ໂດຍ​ກ່າວ​ວ່າ ພົນລະ​ເຮືອນ​ລະຫວ່າງ 64 ​ຫາ 116 ຄົນ ​ໄດ້​ເສຍ​ຊີວິດ ​ແຕ່ປີ 2009 ​ຫາ​ປີ 2015.

​ໂຄສົກ​ທຳນຽບຂາວ ທ່ານ Josh Earnest ກ່າວ​ວ່າ ຍຸດ​ທະ​ສາດ​ຂອງ​ລັດຖະ ບານເພື່ອ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ ​ແມ່ນ​ມີ​ຄວາມໜ້າ​ເຊື່ອ​ຖື​ຫລາຍ​ຂຶ້ນ ​ເວລາມັນມີ​ຄວາມ​ໂປ່​ງ​ໃສ​
ຫລາຍ​ເທົ່າ​ທີ່​ເປັນ​ໄປ​ໄດ້ ​ແລະ​ປະທານາທິບໍດີ​ກຳລັງ​ປະກາດ​ດຳ ລັດສະບັບໃໝ່ ທີ່​ແນ​ໃສ່ເພື່ອ​ໃຫ້​ຂໍ້​ມູນ​ເພີ້ມຕື່ມ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຫຼີກ​ລ່ຽງ ການ​ເສຍ​ຊີວິດຂອງພົນລະ​ເຮືອນ ພ້ອມ​ທັງ​ຈົດ​ບັນທຶກແລະ​ເປີດ​ເຜີຍ​ໃນ​ສິ່ງ​ທີ່​ເກີດ ​ຂຶ້ນ​ເຫລົ່າ​ນັ້ນ.

ທ່ານ​ກ່າວ​ວ່າ “ປັດ​ຈຸ​ບັນ​ນີ້​ພວກ​ເຮົາ​ຢູ່​ໃນທ່າ​ທີ ບ່ອນ​ທີ່​ພວກ​ເຮົາສາມາດ​ກ່າວ​ໄດ້ວ່າ ຂັ້ນ ຕອນ​ໃນ​ການ​ຕັດສິນ​ໃຈ​ກ່ຽວ​ກັບ​ການ​ປະຕິບັດ​ງານ​ເຫລົ່ານີ້ ​ແລະ​ເຮັດໃຫ້​ມີ​ຄວາມ​ໂປ່​ງ​ໃສ ​ບໍ່ພຽງ​ແຕ່ສຳລັບສາທາລະນະ​ຊົນ​ອາ​ເມຣິກັນ​ເທົ່າ​ນັ້ນ​ແຕ່ຍັງ​ສຳ ລັບ​ໂລກນຳ​ດ້ວຍ ​ກ່ຽວ​ກັບ​ຜົນ​ຂອງ​ການ​ປະ​ຕິບັດ​ງານ​ເຫລົ່າ​ນັ້ນ ​ເຖິງ​ແມ່ນ​ວ່າ​ຜົນ​ທີ່​ອອກ​ມາ​ບໍ່​ໄດ້​ສອດຄ່ອງກັບຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຮົາກໍ​ຕາມ.”

ຊາວບ້ານທ້ອງຖິ່ນ ປາກິສຖານ ພາກັນຫູ້ມເບິ່ງລົດທີ່ຖືກໄຟໄໝ້ ຈາກການໂຈມຕີເຮືອບິນທີ່ບໍ່ມີຄົນຂັບ.
ຊາວບ້ານທ້ອງຖິ່ນ ປາກິສຖານ ພາກັນຫູ້ມເບິ່ງລົດທີ່ຖືກໄຟໄໝ້ ຈາກການໂຈມຕີເຮືອບິນທີ່ບໍ່ມີຄົນຂັບ.

ລາຍ​ງານ​ໄດ້​ກ່າວ​ເຖິງ​ການ​ເສຍ​ຊີວິດຈາກ​ການ​ໂຈມ​ຕີໂດຍ​ເຮືອບິນ​ບໍ່ມີ​ຄົນ​ຂັ​ບ ທີ່​ເກີດ​ຂຶ້ນ​ຢູ່ເຂດນອກ​ເຂດຕ່າງໆ ​ໃນອັນ​ທີ່​ລັດຖະບານ​ກ່າວ​ວ່າ “ເປັນເຂດ​ທີ່ຍັງ​ມີ ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ຢູ່.” ​ເຂດ​ເຫລົ່ານັ້ນ​ແມ່ນ​ຮວມ​ທັງ​ການ​ໂຈມ​ຕີ​ຢູ່​ໃນ​ປາ​ກິ​ສຖານ ​ເຢ​ເມນ ລີ​ເບຍ ​ແລະ​ໂຊ​ມາ​ເລຍ ​ແຕ່ບໍ່​ມີ​ແມ່ນ​ການ​ໂຈມ​ຕີຢູ່​ໃນອັ​ຟກາ ນິສຖານ ອີຣັກ ຫລື​ຊີ​ເຣຍ.

ຊາວເຢເມນຄົນນຶ່ງ ຢືນຢູ່ໃກ້ກັບບ່ອນທີລົດຖືກໄຟໄໝ້ ຈາກການໂຈມຕີເຮືອບິນບໍ່ມີຄົນຂັບ.
ຊາວເຢເມນຄົນນຶ່ງ ຢືນຢູ່ໃກ້ກັບບ່ອນທີລົດຖືກໄຟໄໝ້ ຈາກການໂຈມຕີເຮືອບິນບໍ່ມີຄົນຂັບ.

ຈຳນວນ​ຜູ້​ເສຍ​ຊີວິດ​ທັງ​ໝົດຂອງ​ທາງ​ການ​ແມ່ນ​ຕໍ່າ​ກວ່າ​ການ​ຄາດ​ຄະ​ເນ​ຂອງບັນດາກຸ່ມ ທີ່​ຢູ່​ຂ້າງ​ນອກ ຊຶ່ງ​ກະວ່າມີ​ແຕ່ 200 ​ໄປ​ຫາ​ຫລາຍ​ກວ່າ 1000 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG