ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານ ຢືນຢັດວ່າ ຕົນຈະບໍ່ປ່ຽນ ນັກການທູດ ປະຈຳ ສປຊ (ວີດີໂອ)


ທ່ານ Hamid Abutalebi ທີ່ ສຫລ ໄດ້ປະຕິເສດ ບໍ່ຍອມອອກວີຊ່າໃຫ້
ທ່ານ Hamid Abutalebi ທີ່ ສຫລ ໄດ້ປະຕິເສດ ບໍ່ຍອມອອກວີຊ່າໃຫ້
ອີຣ່ານກ່າວວ່າ ຕົນຈະບໍ່ພິຈາລະນາ ສົ່ງບຸກຄົນອື່ນໄປ
ແທນ ຜູ້ທີ່ຕົນໄດ້ແຕ່ງຕັ້ງໄປເປັນເອກອັກຄະລັດຖະທູດ
ຄົນໃໝ່ ປະຈຳອົງການສະຫະປະຊາຊາດເຖິງແມ່ນ ສະຫະລັດໄດ້ປະຕິເສດບໍ່ຍອມອອກວີຊ່າໃຫ້ແກ່ຜູ້ກ່ຽວ
ກໍຕາມ.

ເຈົ້າໜ້າທີ່ອະວຸໂສຄົນນຶ່ງປະຈຳກະຊວງການຕ່າງປະ
ເທດອີຣ່ານກ່າວໃນວັນເສົາ ມື້ນີ້ວ່າ ຈະບໍ່ມີການແຕ່ງ
ຕັ້ງຜູ້ໄປແທນທ່ານ Hamid Abutalebi ແລະອີຣ່ານ
ຈະສືບຕໍ່ດຳເນີນການ ກ່ຽວກັບການປະຕິເສດບໍ່ຍອມ
ອອກວີຊ່າ ໂດຍຜ່ານທາງ ກົນໄກກົດໝາຍທີ່ອົງການ
ສະຫະປະຊາຊາດ.

ທຳນຽບຂາວກ່າວ​ວ່່າ ຕົນ​ໄດ້​ແຈ້ງໃຫ້ສະຫະ​ປະຊາ​ຊາດ ​ແລະ​ອີ່ຣ່ານຊາບແລ້ວວ່າ
ສະຫະລັດ ຈະ​ບໍ່​ອອກວິຊ່າ ​ໃຫ້​ແກ່​ຜູ້​ຊາຍ​ ທີ່ອີຣ່ານຢາກ​ໃຫ້​ເປັນເອກ​ອັກຄະ​ລັດຖະ
ທູດຄົນໃໝ່ ປະຈຳສະຫະ​ປະຊາ​ຊາດນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດຄັດຄ້ານຕໍ່​ການ​ເລືອກ​ເອົາທ່ານ Hamid Abutalebi ​ເປັນເອກອັກຄະລັດຖະທູດ ເພາະມີການ​ກ່າວ​ຫາວ່າ ຜູ້ກ່ຽວ​ພົວພັນກ່ຽ​ວ​ກັບການ ບຸກເຂົ້າຢຶດສະຖານທູດສະຫະລັດ ໃນປີ 1979 ທີ່​ນະຄອນ​ເຕຫະຣ່ານ​. ທ່ານ ​ເປັນ
​ສະມາຊິກ​ຄົນ​ນຶ່ງຂອງກຸ່ມນັກສຶກສາມຸສລິມ ທີ່ໄດ້ຈັບພວກນັກ​ການ​ທູດສະ ຫະລັດ
52 ຄົນ ​ເປັນໂຕປະກັນ ເປັນ​ເວລາ 444 ມື້.

ທ່ານ Abtalebi ກ່າວ​ວ່າ ການ​ພົວພັນ​ຂອງ​ທ່ານ ຢູ່​ໃນ​ກຸ່ມ​ນັກສຶກສາ​ມຸສລິ​ມ ທີ່ ປະຕິ ບັດຕາມແນວທາງຂອງອີໝຳນັ້ນ ແມ່ນຈຳກັດຢູ່ໃນເຂດຂອງ​ການແປ​ພາສາ ​ແລະ
ເປັນຜູ້​ເຈລະຈາຕໍ່​ລອງເທົ່ານັ້ນ.
US IRAN ENVOY SOTVO
please wait
Embed

No media source currently available

0:00 0:00:43 0:00
XS
SM
MD
LG