ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການບູລະນະສ້າງສາ ອັຟການິສຖານ ແມ່ນແພງສຸດ ໃນ ປະຫວັດສາດ ສະຫະລັດ


ຜູ້ກວດກາພິເສດ John Sopko.
ຜູ້ກວດກາພິເສດ John Sopko.

ຜູ້ກວດກາພິເສດຂອງສະຫະລັດ ກ່ຽວກັບການບູລະນະສ້າງສາ
ອັຟການິສຖານ ກ່າວວ່າ ສະຫະລັດ ໄດ້ສະໜອງເງິນ ຫຼາຍກວ່າ
104 ຕື້ໂດລາ ເພື່ອສ້າງສາອັຟການິສຖານ ຄືນໃໝ່ ອັນເປັນຈຳ
ນວນເງິນທີ່ຫຼາຍທີ່ສຸດ ເທົ່າທີ່ສະຫະລັດເຄີຍໃຊ້ຈ່າຍມາໃນການ ບູລະສະສ້າງສາປະເທດໃດໆ ໃນປະຫວັດສາດ.

ທ່ານ John Sopko ເວົ້າວ່າ ເຖິງແມ່ນໄດ້ມີການລົງທຶນເປັນຈຳ
ນວນມະຫາສານກໍຈິງ ແຕ່ການສໍ້ລາດບັງຫຼວງ ແລະການຄ້າຢາ
ເສບຕິດທີ່ຜິດກົດໝາຍຍັງຈະເລີນງອກງາມແລະອັຟການິສຖານ ກໍຍັງບໍ່ສາມາດທີ່ຈະຈ່າຍ ຄ່າບົວລະບັດຮັກສາໂຄງການຕ່າງໆທີ່
ສະຫະລັດໄດ້ເລີ້ມດຳເນີນມາແລ້ວ.

ທ່ານ Sopko ກ່າວໃນການໃຫ້ຄວາມເຫັນຂອງທ່ານຢູ່ທີ່ມະຫາວິທະຍາໄລ Georgetown
ໃນມື້ວັນສຸກວານນີ້ວ່າ ແຕ່ໃນທີ່ສຸດກໍປາກົດວ່າ ພວກເຮົາໄດ້ສ້າງຕັ້ງລັດຖະບານ ທີ່ປະຊາ ຊົນຊາວອັຟການິສຖານບໍ່ສາມາດຄ້ຳຈຸນໄດ້.

ສະຫະລັດ ແລະບັນດາປະເທດທີ່ໃຫ້ການຊ່ອຍເຫຼືອ ໄດ້ໃຫ້ເງິນ ສະໜັບສະໜຸນ 60 ກວ່າ ເປີເຊັນ ແກ່ລັດຖະບານແຫ່ງຊາດອັຟການິສຖານ.

ເຖິງແມ່ນວ່າເສັ້ນຕາຍໃນການຖອນກຳລັງສູ້ລົບຂອງນາໆຊາດອອກຈາກປະເທດດັ່ງກ່າວ ຫຍັບໃກ້ເຂົ້າມາແລ້ວກໍຈິງລັດຖະສະພາສະຫະລັດຍັງໄດ້ຈັດສັນເງິນ 16 ຕື້ໂດລາເພີ້ມຕື່ມ ໃສ່ກອງທຶນບູລະນະສ້າງສາປະເທດດັ່ງກ່າວ.

ທ່ານ Sopko ກ່າວວ່າ ມາຮອດປັດຈຸບັນນີ້ ສະຫະລັດໄດ້ປະສົບກັບຄວາມລົ້ມແຫຼວເພື່ອ ຮັບມືກັບການສໍ້ລາດບັງຫລວງຢ່າງມີປະສິດທິຜົນຢູ່ໃນອັຟການິສຖານ. ທ່ານກ່າວຕື່ມວ່າ ຊ່ອງຫວ່າງກໍຄືວ່າ ມັນເປັນທີ່ແປກໃຈທີ່ອັຟການິສຖານໄດ້ຮັບສົມຍານາມວ່າ ເປັນນຶ່ງໃນ ບັນດາປະເທດທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດໃນໂລກແລະສະຫະລັດຍັງໃຊ້ຈ່າຍເງິນ ຫຼາຍພັນລ້ານໂດລາຢູ່ທີ່ນັ້ນ.

ພ້ອມກັນນີ້ ທ່ານຍັງໄດ້ຕຳໜິຕິຕຽນເຊັ່ນດຽວກັນກ່ຽວກັບການດຳເນີນຄວາມພະຍາຍາມ ຂອງວໍຊິງຕັນ ໃນມູນຄ່າ 7 ພັນ 600 ລ້ານໂດລາ ເພື່ອປາບປາມ ອຸດສາຫະກຳຝິ່ນ. ທ່ານ Sopko ເຕືອນວ່າ ການບໍ່ມີຍຸດທະສາດຕໍ່ຕ້ານຢາເສບຕິດທີ່ມີປະສິດທິຜົນແລະການຕັດ ສິນໃຈ ທາງດ້ານການເມືອງ ຢ່າງເດັດຂາດ ຂອງອັຟການິສຖານນັ້ນ ປະເທດດັ່ງກ່າວຈະ ກາຍເປັນລັດອາຊະຍາກອນຢາເສບຕິດ.

ທ່ານ Sopko ເວົ້າວ່າ ມັນເປັນເລື່ອງສຳຄັນທີີ່ຈະຕ້ອງມີການກຳກັບນຳຢ່າງເຂັ້ມງວດກ່ຽວ ກັບການໃຊ້ຈ່າຍ ຂອງສະຫະລັດ ຢູ່ໃນອັຟການິສຖານ ແຕ່ກໍ ໃຫ້ຂໍ້ສັງເກດວ່າ ດ້ວຍການ ຫລຸດກຳລັງທະຫານລົງການດຳເນີນງານໄປສູ່ການມີຄວາມຮັບຜິດຊອບຫຼາຍຂຶ້ນພາຍໃຕ້ ສະພາບການທີ່ເປັນອັນຕະລາຍຫຼາຍຂຶ້ນນັ້ນ ມັນຈະເປັນການທ້າທາຍຢ່າງແທ້ຈິງ.

ທ່ານ Sopko ຊຶ່ງເຄີຍເປັນໄອຍະການ ມາກ່ອນນັ້ນ ໄດ້ຖືກແຕ່ງຕັ້ງ ໃຫ້ເຂົ້າຮັບຕຳແໜ່ງ ເປັນຜູ້ກວດກາພິເສດ ໃນປີ 2012 ແລະ ເປັນທີ່ຮູ້ກັນດີ ຂອງຜູ້ຄົນ ໃນວໍຊິງຕັນ ກ່ຽວກັບ ການເອົາທ່າທີຢ່າງເຂັ້ມງວດຕໍ່ການສໍ້ລາດບັງຫຼວງ ແລະການຂາດປະສິດທິຜົນຂອງລັດ ຖະບານ.

XS
SM
MD
LG