ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ແນະ​ນຳ​ປະ​ຊາ​ຊົນ ໃຫ້​ພິ​ຈາ​ລະ​ນາ​ຄືນ ກ່ຽວ​ກັບ​ການ​ເດີນ​ທາງ​ໄປ​ຈີນ ຍ້ອນ​ກົດ​ໝາຍ​ການ​ຈັບ​ກຸມ​ຄຸມ​ຂັງ​ໂດຍ​ພະ​ລະ​ການ


ແຟ້ມ - ຄົນ​ຂາຍ​ເຄື່ອງ​ຜູ້​ນຶ່ງ ພວມ​ເອ້​ຮ້ານ​ຂາຍ​ອາ​ຫານ ແລະ​ເຄື່ອງ​ດື່ມ ທີ່​ມີ​ທຸງ​ຊາດ​ຈີນ ແລະ​ອາ​ເມ​ຣິ​ກັນ ໃນ​ລະ​ຫວ່າງ​ບຸນ​ລະ​ດ​ູ​ບານ​ໃໝ່ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 13 ພຶດ​ສະ​ພາ 2023.
ແຟ້ມ - ຄົນ​ຂາຍ​ເຄື່ອງ​ຜູ້​ນຶ່ງ ພວມ​ເອ້​ຮ້ານ​ຂາຍ​ອາ​ຫານ ແລະ​ເຄື່ອງ​ດື່ມ ທີ່​ມີ​ທຸງ​ຊາດ​ຈີນ ແລະ​ອາ​ເມ​ຣິ​ກັນ ໃນ​ລະ​ຫວ່າງ​ບຸນ​ລະ​ດ​ູ​ບານ​ໃໝ່ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 13 ພຶດ​ສະ​ພາ 2023.

ສະ​ຫະ​ລັດ ​ແນະ​ນຳ​ໃຫ້​ຊາວ​ອາ​ເມ​ຣິ​ກັນ ພິ​ຈາ​ລະ​ນາ​ຄືນ​ໃໝ່ ​ກ່ຽວ​ກັບ​ການ​ເດີ​ນ​ທາງ​ໄປ​ຢ້ຽມ​ຢາມ​ຈີນຍ້ອນ​ກົດ​ໝາຍ​ການ​ຈັບ​ກຸມ​ຄຸມ​ຂັງ​ໂດຍ​ພະ​ລະ​ການ ມີ​ການ​ຫ້າມ​ເດີນ​ທາງ​ອອກນອກ​ປະ​ເທດ ແລະ​ຄວາມ​ສ່ຽງ​ຕໍ່​ການ​ຖືກ​ຄຸມ​ຂັງ​ດ້ວຍ​ຄວາມ​ຜິດ​ພາດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ບໍ່​ມີ​ການ​ອ້າງ​ກໍ​ລະ​ນີ​ທີ່​ສະ​ເພາະ​ເຈາະ​ຈົງໃດໆ ​ກ່ຽວ​ກັບ​ເລື້ອງນີ້ ແຕ່​ມີ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງໄດ້​ຖືກ​ຕັດ​ສິນ​ໂທ​ຈຳ​ຄຸກ​ຕະ​ຫຼອດ​ຊີ​ວິດໃນ​ຄະ​ດີ​ສອດ​ແນມ​ເມື່ອ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ.

ການ​ອອກ​ຄຳ​ແນະ​ນຳ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ໄດ້​ມີກ​ານ​ຮັບ​ຜ່ານ​ໃນ​ອາ​ທິດ​ແລ້ວ​ກົດ​ໝາຍ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດ ທີ່​ເປັນ​ມາດ​ຕະ​ການ​ຕໍ່​ຕ້ານ​ການ​ຄຸກ​ຄາມ​ພວກ​ທີ່​ຖືກ​ເບິ່ງ​ກັນ​ວ່າ ເປັນ​ໄພ​ອັນ​ຕະ​ລາຍ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ຈີນ.

ນອກນັ້ນ ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້ ຈີນ​ກໍໄດ້​ຮັບ​ຜ່ານກົດ​ໝາຍ​ຕໍ່​ຕ້ານ​ຈາ​ລະ​ກຳ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ສະ​ບັບ​ໃໝ່ ທີ່​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່​ປະ​ຊາ​ຄົມ​ທຸ​ລະ​ກິດ​ຕ່າງ​ປະ​ເທດ ຕະ​ຫຼອດ​ເຖິງ​ກົດ​ໝາຍ​ທີ່​ຈະ​ລົງ​ໂທດ​ພວກ​ຕ້ອງ​ຕິ​ຊາວ​ຕ່າງ​ປະ​ເທດ.

ຜ່ານ​ມາ ສະ​ຫະ​ລັດ​ເຄີຍ​ໄດ້​ອອກ​ຄຳ​ແນະ​ນຳ​ທີ່​ຄ້າຍ​ຄື​ກັນ​ນີ້ ແຕ່​ໃນ​ໄລ​ຍະ​ສອງ​ສາມ​ປີມານີ້ ສ່ວນ​ໃຫຍ່ແລ້ວ​ ແມ່​ນ​ແນ​ໃສ່​ຄວາມ​ສ່ຽງ ​ກ່ຽວ​ກັບ​ການ​ຖືກ​ກັກ​ຍ້ອນ​ໂຄວິດ-19.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG