ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ປະຕິເສດຢ່າງແຂງຂັນ ຕໍ່ຄໍາຕ້ອງຕິຂອງນັກຊ່ຽວຊານ ແຫ່ງອົງການ ສປຊ


ແຟ້ມຮູບ- ພະນັກງານຊາວອັຟການິສຖານ ກໍາລັງກະກຽມອາຫານເພື່ອແຈກຢາຍ ໃນລະຫວ່າງການລົນນະລົງການຊ່ວຍເຫຼືອທາງດ້ານມະນຸດສະທໍາ ສໍາລັບຄອບຄົວທີ່ທຸກຍາກ, ໃນນະຄອນຫຼວງກາບູລ, ອັຟການິສຖານ, ເມື່ອວັນທີ 16 ກຸມພາ 2022.
ແຟ້ມຮູບ- ພະນັກງານຊາວອັຟການິສຖານ ກໍາລັງກະກຽມອາຫານເພື່ອແຈກຢາຍ ໃນລະຫວ່າງການລົນນະລົງການຊ່ວຍເຫຼືອທາງດ້ານມະນຸດສະທໍາ ສໍາລັບຄອບຄົວທີ່ທຸກຍາກ, ໃນນະຄອນຫຼວງກາບູລ, ອັຟການິສຖານ, ເມື່ອວັນທີ 16 ກຸມພາ 2022.

ລັດຖະບານສະຫະລັດ ສະແດງປະຕິກິລິຍາຢ່າງແຂງຂັນຕໍ່ຖະແຫຼງການຂອງກຸ່ມນັກຊ່ຽວຊານອິດສະຫຼະແຫ່ງອົງການສະຫະປະຊາຊາດ 14 ຄົນ ທີ່ກ່າວວ່າ ນະໂຍບາຍບາງຢ່າງຂອງສະຫະລັດກ່ຽວກັບອັຟການິສຖານນັ້ນ ມີສ່ວນເຮັດໃຫ້ເກີດຄວາມທຸກທໍລະມານຕໍ່ປະຊາຊົນຊາວອັຟການິສຖານໂດຍສະເພາະຢ່າງຍິ່ງພວກ ແມ່ຍິງ ແລະເດັກນ້ອຍ.

ພວກຜູ້ຊ່ຽວຊານໄດ້ເຕືອນວ່າ ຊັບສິນຂອງປະເທດອັຟການິສຖານໃນ​ມູນ​ຄ່າ 7 ຕື້ໂດລາ ທີ່ຖືກກັກຢູ່ໃນສະຫະລັດ ລວມເຖິງຂໍ້ກໍານົດໃນ​ການລົງໂທດທາງດ້ານການເງິນຂອງສາກົນຕໍ່ກຸ່ມຕາລິບານ ຍິ່ງເຮັດໃຫ້ສະຖານະການທາງດ້ານມະນຸດສະທໍາຢູ່ໃນອັຟການິສຖານນັ້ນ ຮ້າຍແຮງຂຶ້ນຕື່ມ.

ນັກຊ່ຽວຊານກ່າວຢູ່ໃນຖະແຫຼງການທີ່​ອອກ​ໃນມື້ວັນຈັນວານນີ້ວ່າ “ໃນລະຫວ່າງຄວາມຮຸນແຮງທາງດ້ານເພດ ເປັນພື້ນຖານຂອງໄພຄຸກຄາມທີ່ຮຸນແຮງ ແລະເປັນໄລຍະເວລາທີ່ດົນນານຕໍ່ພວກແມ່ຍິງ ແລະເດັກນ້ອຍ, ມັນຍິ່ງເພີ້ມຄວາມຮຸນແຮງຂຶ້ນດ້ວຍມາດຕະການທີ່ກໍານົດອອກມາໂດຍສະຫະລັດ, ພ້ອມທັງໄພແຫ້ງແລ້ງທີ່ຮຸນແຮງ ແລະການແບ່ງແຍກທາງເພດທີ່ແຜ່ລາມໄປໃນວົງກວ້າງ ເຊິ່ງນໍາມາໃຊ້ໂດຍເຈົ້າໜ້າທີ່ທີ່ແທ້ຈິງ.”

ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ຮ້ອງຖະແຫຼງການນີ້ວ່າບໍ່ຖືກ ຕ້ອງ ແລະບິດເບືອນຄວາມຈິງ.

ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ກ່າວຕໍ່ VOA ວ່າ “ຖະແຫຼງ ການຂອງນັກຊ່ຽວຊານອິດສະຫຼະຜູ້ທີ່ໃຫ້ຄໍາແນະນໍາແກ່ສະພາສິດທິມະນຸດແຫ່ງອົງການສະຫະປະຊາຊາດ ແຕ່ບໍ່ແມ່ນພະນັກງານ ຂອງອົງການສະຫະປະຊາຊາດ ທີ່ຂັດແຍ້ງກັບບັນດາສະມາຊິກຜູ້ນໍາ ຂອງອົງການສະຫະປະຊາຊາດ ທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ນໍາຢ່າງເປີດເຜີຍຕໍ່ມວນຊົນເມື່ອວັນທີ 11 ກຸມພາທີ່ຜ່ານມາ, ພວກເຮົາເຂົ້າໃຈວ່າ ນີ້ຄືຄວາມພະຍາຍາມທີ່ຈະປົກປ້ອງ ແລະເຮັດໃຫ້ສະດວກໃນການເຂົ້າເຖິງເງິນ 3 ຕື້ 500 ລ້ານໂດລາຢູ່ໃນທະນາຄານກາງ ຂອງອັຟການິສຖານ ເພື່ອປະໂຫຍດຂອງປະຊາຊົນຊາວອັຟການິສຖານ.”

ໃນການອອກດຳ​ລັດຂອງຝ່າຍບໍລິຫານ, ປະທານາທິບໍດີ ໂຈ ໄບເດັນ ໄດ້ປ່ອຍຊັບສິນຂອງປະເທດອັຟການິສຖານ ທີ່ຖືກກັກເຄິ່ງນຶ່ງ ເພື່ອການຊ່ວຍເຫຼືອທາງດ້ານມະນຸດສະທໍາ, ແຕ່ວ່າ ເກັບອີກເຄິ່ງນຶ່ງໄວ້ ສໍາລັບການດໍາເນີນຄະດີທີ່ຍັງຄົງດໍາເນີນຢູ່ ໂດຍບາງຄອບຄົວຊາວອາເມຣິກັນທີ່ສູນເສຍຄົນທີ່ຕົນເອງຮັກໄປໃນເຫດການກໍ່ການຮ້າຍ 11 ກັນຍາ ປີ 2001. ຜູ້ພິພາກສາຂອງລັດຖະບານກາງຈະເປັນຄົນຕັດສິນວ່າ ເງິນຈໍານວນເງິນ 3 ຕື້ 500 ລ້ານໂດລານັ້ນ ສາ ມາດມອບ​ໃຫ້​ພວກ​ໂຈດໄດ້​ຫຼື​ບໍ່.

ໂຄສົກຂອງທໍານຽບຂາວກ່າວວ່າ “ການດໍາເນີນງານໃນວັນທີ 11 ກຸມພາ ໄດ້ກາຍມາເປັນບາດກ້າວທີ່ສໍາຄັນຂອງສະຫະລັດ ໃນຄວາມພະຍາຍາມອໍານວຍຄວາມສະດວກໃນການເຂົ້າເຖິງເງິນທຶນທີ່ເປັນສ່ວນສໍາຄັນ ສໍາລັບຜົນປະໂຫຍດຂອງປະຊາຊົນຊາວອັຟການິສຖານ. ຖ້າພວກເຮົາຫາກບໍ່ເຮັດຫຍັງເລີຍ ຈໍານວນເງິນທັງໝົດນັ້ນ ແມ່ນບໍ່ສາມາດເຂົ້າເຖິງໄດ້ ຢ່າງບໍ່ມີກໍານົດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG