ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຄໍ້າປະກັນ ພັນທະມິດ ເອເຊຍ ກ່ຽວກັບ ຂໍ້ຂັດແຍ້ງ ໃນທະເລຈີນໃຕ້


ໂຄງຮ່າງການກໍ່ສ້າງ ແລະເດີ່ນເຮືອບິນທີ່ຈີນສ້າງຂຶ້ນຢູ່ເທິງ ໝູ່ເກາະ Spratly ໃນທະເລຈີນໃຕ້ ໂດຍເບິ່ງຈາກເຮືອບິນ C-130 ຂອງກອງທັບອາກາດຟິລິບປີນ.
ໂຄງຮ່າງການກໍ່ສ້າງ ແລະເດີ່ນເຮືອບິນທີ່ຈີນສ້າງຂຶ້ນຢູ່ເທິງ ໝູ່ເກາະ Spratly ໃນທະເລຈີນໃຕ້ ໂດຍເບິ່ງຈາກເຮືອບິນ C-130 ຂອງກອງທັບອາກາດຟິລິບປີນ.

ສະຫະລັດ ໃຫ້ການ​ຢືນຢັນ​ອີກ​ເທື່ອ​ນຶ່ງ ​ໃນການ​ພົວພັນຂອງ​ຕົນ​ກັບ​ບັນດາ​ປະ​ເທດ​
ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ເວລາ​ທີ່​ພວກ​ນັກວິ​ເຄາະ​ກ່າວ​ວ່າ ມີ​ຄວາມ​ເປັນ
​ຫ່ວງ​ທີ່​ວ່າ ​ໄພຂົ່ມຂູ່​ຂອງ​ເກົາຫລີ​ເໜືອ ອາດ​ຈະ​ເປັນ​ເງົາ​ບົດ​ບັງ​ຕໍ່​ບັນຫາ​ຂັດ​ແຍ້​ງ ​
ເລື່ອງເຂດ​ນ້ຳ​ແດນ​ດິນ ໃນ​ທະ​ເລ​ຈີນ​ໃຕ້.

ນັບ​ແຕ່​ໄດ້ເປັນ​ປະທານາທິບໍດີ ທ່ານ Donald Trump ​ໄດ້​ອ່ອນ​ນໍ້າ​ສຽງລົງ ຊຶ່ງຄັ້ງ​ນຶ່ງ
​ເຄີຍ​ເປັນນໍ້າ​ສຽງ​ທີ່ຮຸນແຮງ​ຕໍ່ຈີນພວມຍື່ນ​ມື​ໄປ​ຫາ​ປັກ​ກິ່ງ​ເພື່ອ​ໃຫ້​ຊ່ວຍ​ກົດ​ດັນ​ເກົາຫລີ
​ເໜືອ ​ໃຫ້​ຍຸຕິ​ການ​ທ້າຍ​ທາງ​ດ້ານ​ນິວ​ເຄລຍ ​ແລະ​ໂຄງການ​ລູກ​ສອນ​ໄຟ.

ປະທານາທິບໍດີ Trump ​ໄດ້ຂຽນ​ລົງ​ໃນ Twitter ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ຈີນ​ເປັນ​ເສັ້ນ
​ຊີ​ວີ​ດທາງ​ເສດຖະກິດ​ທີ່​ສຳຄັນ ​ສຳລັບ​ເກົາຫລີ​ເໜືອ ​ໃນ​ຂະນະ​ທີ່ມັນບໍ່​ມີຫຍັງງ່າຍ ຖ້າ​
ຫາກ​ເຂົາ​ເຈົ້າ​ຕ້ອງການ​ແກ້​ໄຂ​ບັນຫາ​ເກົາຫລີ​ເໜືອ ​ເຂົາ​ເຈົ້າ​ກໍຈະ​ເຮັດ.”

ຮອງປະທານາທິບໍດີສະຫະລັດ ທ່ານ Mike Pence, ຊ້າຍ, ຍ່າງກັບຄູ່ຕຳແໜ່ງອິນໂດເນເຊຍ ທ່ານ Jusuf Kalla (ຂວາ) ຫລັງຈາກກອງປະຊຸມ ທີ່ນະຄອນ Jakarta ປະທດ Indonesia.
ຮອງປະທານາທິບໍດີສະຫະລັດ ທ່ານ Mike Pence, ຊ້າຍ, ຍ່າງກັບຄູ່ຕຳແໜ່ງອິນໂດເນເຊຍ ທ່ານ Jusuf Kalla (ຂວາ) ຫລັງຈາກກອງປະຊຸມ ທີ່ນະຄອນ Jakarta ປະທດ Indonesia.

ໃນ​ການ​ປຽບທຽບນັ້ນ ​ຂໍ້ຄວາມທີ່​ທ່ານ​ຂຽນລົງ​ທາງ Twitter ເທື່ອສຸດ​ທ້າ​ຍຂອງທ່າ​ນ
ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້ ​ຊຶ່ງມີຂຶ້ນ​ໃນ​ເດືອນ​ທັນວາ​ ຫລັງຈາກກອງທັບ​ເຮືອ​ຈີນ ຍຶດ​ເອົາ
​ເຄື່ອງສຳ​ຫຼວດພື້ນທະ​ເລ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງອາ​ເມຣິກັນ​.

ທ່ານ Trump ​ໄດ້ຂຽນ​ລົງ​ໃນ Twitter ເມື່ອ​ວັນ​ທີ 17 ທັນວາ ປີ​ກາຍ​ນີ້ ​ບໍ່​ດົນຫລັງ​ຈາກ
​ທ່ານ​ເຂົ້າ​ຮັບ​ຕຳ​ແໜ່​ງວ່າ “ຈີນ​ລັກ​ເອົາ​ເຄື່ອງສຳ​ຫຼວດ ບໍ່​ມີ​ຄົນ​ຂັບ​ຂອງ ສະຫະລັດຢູ່ໃນ
​ເຂດນ່ານ​ນໍ້າສາກົນ ​ໂດຍດຶງ​ເອົາເຄື່ອງ​ດັ່ງກ່າວຂຶ້ນ​ຈາກ​ນໍ້າແລະ ​ນຳເອົາ​ໄປປະ​ເທດຈີນ
ຊຶ່ງ​ເປັນ​ການ​ກະທຳທີ່​ບໍ່​ເຄີຍມີ​ມາ​ກ່ອນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Pence Australia
please wait
Embed

No media source currently available

0:00 0:02:38 0:00

XS
SM
MD
LG