ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ຫະ​ລັດ ໝັ້ນໃຈວ່າ ທະ​ຫານ ຈະບໍ່​ກໍ່ ລັດຖະປະຫານ ຢູ່ໄທ


ທ່ານນາງ ຍິ່ງລັກ ຊີນນະວັດ ອະດີດ ນາຍົກລັດຖະມົນຕີໄທ ທີ່ຖືກປົດອອກຈາກຕຳແໜ່ງ ໂດຍ​ສານ​ລັດ​ຖະ​ທຳ​ມະ​ນູນ
ທ່ານນາງ ຍິ່ງລັກ ຊີນນະວັດ ອະດີດ ນາຍົກລັດຖະມົນຕີໄທ ທີ່ຖືກປົດອອກຈາກຕຳແໜ່ງ ໂດຍ​ສານ​ລັດ​ຖະ​ທຳ​ມະ​ນູນ
ເຈົ້າ​ໜ້າ​ທີ່ລັດຖະບານທ່ານໂອ​ບາ​ມາສອງ​ຄົນ ​ໄດ້​ຊີ້ໃຫ້​
ເຫັນ​ວ່າ ​ເຖິງ​ແມ່ນ​ພວມ​ເກີດວິ​ກິດ​ການ​ທາງ​ດ້ານ​ເມືອງ
ໃນ​ປະ​ເທດໄທ ປັດ​ຈຸ​ບັນ​ນີ້ກໍ​ຈິງ​ຢູ່ ແຕ່ເຂົາ​ເຈົ້າ​ບໍ່​ເຊື່ອ​ວ່າ
ພວກທະຫານ​ຈະ​ເຂົ້າແຊກ​ແຊງ​ເທຶື່ອ ດັ່ງ​ທີ່​ໄດ້​ມີ​ການ​ກໍ່​
ລັດ​ຖະປະ ຫານ ແບບ​ບໍ່​ມີ​ການນອງ​ເລືອດ​ ໃນ​ປີ 2006.

ນັກ​ຂ່າວວີ​ໂອ​ເອ Victor Bittie ລາຍ​ງານວ່າ ​ເຈົ້າ​ໜ້າ​ທີ່​
ທັງສອງ​ຄົນ​ນີ້ ​ແມ່ນໄດ້​ເຂົ້າຮ່​ວມ ​ການສົນທະນາ ​ທີ່ນະ
ຄອນ​ຫລວງວໍ​ຊິງ​ຕັນ ​ໃນ​ວັນ​ອັງຄານ ​ອາ​ທິດແລ້ວ ​ໃນ
ອັນ ​ທີ່​ບັນ​ລະ​ຍາຍ​ກັນ​ວ່່າ ​ເປັນ​ການດີ້ນ​ຮົນ​ຕໍ່​ສູ້ “ຄັ້ງ​ນຶ່ງ
ໃນ​ຮອບ​ສັດ​ຕະວັດ” ຂອງ​ປະ​ເທດ​ໄທ ກ່ຽວ​ກັບ​ອະນາ
ຄົດ​ທາງ​ດ້ານ​ການເມືອງ​ຂອງ​ຕົນ ຊຶ່ງ ກິ່ງ​ສະຫວັນ ຈະ​
ນຳ​ລາຍລະ​ອຽດ​ຂອງ ເລື່ອງນີ້​ມາສະ​ເໜີ​ທ່ານ.
ລິງໂດຍກົງ


ທ່ານ​ນາງ Amy Searight ຮອງລັດຖະມົນຕີກະ​ຊວງປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ຮັ​ບ​
ຜິດ​ຊອບ​ກ່ຽວ​ກັບ​ເຂດ​ເອເຊຍ​ໃຕ້ ແລະ​ເອ​ເຊຍ​ອາ​ຄະ​ເນ ຮັບ​ຮູ້​ວ່າ ປະ​ເທດ​ໄທ​ ກຳລັງ​
ຢູ່​ທ່າ​ມກາງ ​ວິ​ກິດ​ການທາງ​ດ້ານ​ການ​ເມືອງ. ໃນ​ການ​ກ່າວແຫຼງ​ເມື່ອວັນ​ອັງຄານ​ແລ້ວ
ນີ້ທີ່ສູນ​ກາງຍຸດທະ​ສາດ ແລະການ​ສຶກ​ສານາໆ​ຊາດ ທີ່​ນະຄອນຫລວງວໍ​ຊິງ​ຕັນ ທ່ານ​
ນາງ Searight ກ່າວ​ວ່າ ສະຫະລັດໃຫ້​ການນັບຖືແກ່ປະ​ເທດ​ໄທ ທີ່​ຕ້ອງການ​ແກ້​ໄຂ​
ບັນຫາ​ພາຍ​ໃນ​ຕ່າງໆ ​ແລະ​ຊອກ​ຫາ​ຊອງ​ທາງ​ເພື່ອ​ຈະ​ກ້າວ​ໄປ​ໜ້າ ທີ່ຈະ​ເປັນ​ຜົນ​ດີແກ່
​ປະຊາຊົນ​ໄທ.

ທ່ານ​ນາງ Searight ເວົ້າວ່າ “​ແຕ່​ໃນທ່າມກາງວິ​ກິດ​ການ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​
ສະ​ຫະ​ລັດ ​ຂໍ​ສັນ​ລະ​ເສີນ ​ໃນຄວາມຢັບ​ຢັ້ງ​ຂອງກອງທັບ ​ພະລາດ​ຊະ​ອານາ​ຈັກ​ໄທ
ແລະ​ຄວາມ​ເປັນ​ມື​ອາ​ຊີບ ທີ່​ພວກ​ເຂົາ​ເຈົ້າ​ໄດ້ສະ​ແດງ​ໃຫ້​ເຫັນ​ມາ ໂດຍ​ຕະຫລອດ​. ​ທີ່
ຈິງ​ແລ້ວ​ມັນ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ວິ​ວັດ​ທະ​ນາ​ການ​ກ່ຽວ​ກັບ​ຄວາມ​ສຳ​ພັນ ລະ​ຫວ່າງ​
ພົນ​ລະ​ເ​ຮືອນ​ກັບ​ກອງ​ທັບ ໃນທິດ​ທາງທີ່ດີ​ຂຶ້ນ.”


ທ່ານ​ນາງ Searight ກ່າວ​ອີກ​ວ່າ ​ຄວາມ​ຢັບ​ຢັ້ງ​ຂອງກອງ​ທັບ​ໄທ ແມ່ນການ​ຕັດ​ສິນ​
ໃ​ຈ​ຍຸດ​ທະ​ສາດ ​ແລະ​ບໍ່​ມີ​ຄວາມ​ສົນ​ໃຈ​ໃນການ​ທີ່​ຈະ​ເຂົ້າໄປພົວພັນເພື່ອ ບໍ​ລິ​ຫານ​
ການ​ເມືອງໄທ​ອີກ ຫລັງ​ຈາກ​ໄດ້​ຖອດ​ຖອນບົດຮຽນ ​ຈາກການ​ເຮັດ​ລັດຖະປະຫານ
​ໃນ​ປີ 2006. ທ່ານ​ນາງ Searight ເວົ້າວ່າ

“ພວກ​ເຮົາ​ໝັ້ນໃຈ​ບໍວ່າ​ ເຂົາ​ເຈົ້າ​ຈະສືບ​ຕໍ່​ໃຊ້​ຄວາມຢັບ​ຢັ້ງແລະ​ການ​ເປັນ​ມື​ອາ​ຊີບ
ຢູ່​ໃນ​ທັງ​ໝົດ​ນີ້. ພວກ​ເຮົາ​ມີ​ຄວາມເຊື່ອ​ໝັ້ນ​ດ້ວຍ ເຫດ​ຜົນແບບ​ທີ່​ວ່າພວກ​ເຮົາ
ຂ້າ​ພະ​ເຈົ້າໝາ​ຍຄວາ​ມວ່າ ​ເບິ່ງ​ດຸ ນີ້​ເປັນ​ສະຖານະ​ການ​ທີ່ສະ​ລັບ​ຊັບ​ຊ້ອນ ​ແລະ​
ຫລາຍ​ສິ່ງ​ຫລາຍ​ຢ່າງ​ ອາດ​ເກີດ​ຂື້ນ ​ແລະ​ພວກ​ເຮົາ​ກຳລັງ​ສີ້​ງຊອມ​ເບິ່ງ ດ້ວຍ​ເຫດ​
ນີ້​ເອງ ພວກ​ເຮົາ​ກຳລັງ​ສີ້​ງຊອມ​ເບິ່ງ ​ຢ່າງ​ໃກ້ຊິດ ແລະ​ກໍ​ໄດ້​ຕິດຕໍ່​ໄປ​ຫາ​ ຄູ່​ຕຳ​ແໜ່​ງ​
ຝ່າຍ​ໄທ​ຂອງ​ພວກ​ເຮົາ. ​ເພາະສະ​ນັ້ນ ຂ້າພະ​ເຈົ້າຈຶ່ງ​ບໍ່​ຢາກ​ເວົ້າ​ວ່າ ພວກ​ເຮົາ​ໝັ້ນ​
ໃຈ​ຈົນ​ເກີນ​ໄປ ກ່ຽວ​ກັບຜົນ ​ທີ່​ຈະ​ເກີດ​ຂຶ້ນ ໃດໆກໍ​ຕາມ. ​ໃນເວລາ​ນີ້ ພວກ​ເຮົາ​ບໍ່​ມີ
ເຫດຜົນທີ່​ຄາດ​ວ່າ ທະຫານ​ໄທ ຈະ​ປ່ຽນທ່າ​ທີ​ໃນ​ປັດຈຸບັນ​ຂອງ​ພວກ​ເຂົາ​ເຈົ້າ.”


ທ່ານ​ນາງກ່າວ​ວ່າ ສະຫະລັດຢືນ​ຄຽງ​ບ່າ​ຄຽງ​ໄຫລ່​ກັບປະ​ເທດ​ໄທ ​ໃນ​ລະຍະເວລາ​
ທີ່​ສັບ​ສົນ​ຫ​ຍຸ້ງຍາກນີ້ ​ແລະ​ກ່າວ​ວ່າ ການ​ຮ່ວມ​ມື​ໃນ​ດ້ານ​ປ້ອງ​ກັນ​ປ​ະ​ເທດ ບໍ່​ເຄີຍ​ດີ
​ຂື້ນ​ເໜືອ​ນດັ່ງ​ປັດຈຸບັນນີ້​ເລີຍ.

ປະ​ເທດ​ໄທ ມີ​ລັ​ດ​ຖະບານ​ຮັກ​ສາ​ການ ຫລັງ​ຈາກ​ທ່າງ​ນາງຍິ່ງລັກ ຊິນນະ​ວັດໄດ້ຖືກ​
ປົດອອກ​ຈາກ​ຕຳ​ແໜ່ງນາຍົກລັດຖະມົນຕີໃນອາ​ທິດ​ແລ້ວນີ້ ພ້ອມ​ຄະນະ​ລັດ ຖະມົນ
ຕີ​ອີກເກົ້າ​ຄົນ ​ໂດຍສານ​ລັດ​ຖະ​ທຳ​ມະນູນ ຫລັງ​ຈາກ​ ໄດ້​ຖືກ​ກ່າວ​ຫາ​ວ່າ​ໃຊ້​ອຳ​ນາດ
​ເຖື່ອນ. ຜົນ​ຂອງການ​ເລືອກ​ຕັ້ງ​ໃນ​ວັນ​ທີ 2 ​ເດືອນກຸມພາ​ໄດ້​ຖືກ​ປະ ກາດ​ໃຫ້​ເປັນ​ໂມ
​ຂະ ແລະ​ລັດຖະບານກ່າວ​ວ່າ ຕົນ​ມີ​ຄວາມ​ຫວັງ​ ທີ່​ຈະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່ ​ໃນ
​ວັນ​ທີ 20 ​ເ​ດືອນກໍລະກົດ​ຈະ​ມາ​ເຖິງນີ້.

ສ່ວນທ່ານ Scot Marciel ຮອງ​ລັດຖະມົນຕີ​ຊ່ວຍ​ວ່າ​ການກະຊວງ​ການ​ຕ່າງປະ​ເທດ​
ສ​ະ​ຫະ​ລັດ ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ກິດ​ຈະ​ການເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ປາຊິີ ຟິກກ່າວ
​ວ່າ ວໍຊິງ​ຕັນ ບໍ່ໄດ້ພະຍາຍ​າມທີ່​ຈະນຳ​ໃຊ້​ໃບ​ສັ່ງຢາຂອງ​ສະ​ຫະ​ລັດ​ເພື່ອ ແກ້​ໄຂ​ວິ​ກິດ
​ການ. ທ່ານຮ້ອງ​ປະ​ເທດ​ໄທ​ວ່າ​ ເປັນ​ພັນທະ​ມິດ​ສົນທິສັນຍາ ​ເພື່ອນ​ໃກ້ຊິດ ​ແລະ​ຄູ່​
ການ​ຄ້າ​ທີ່​ສຳຄັນ​ແລະ​ບັນ​ລະ​ຍາຍ​ກ່ຽວ​ກັບສາຍສຳພັນ​ວ່າ​ເປັນ​ປະ​ ເທດ​ຄູ່​ພາ​ຄີ ​ແລະ
​ວ່າປະ​ເທດ​ໄທ ​ເປັນ​ທີ່​ສຳຄັນ​ເປັນ​ພິ​ເສດ. ທ່ານ Scot Marciel ເວົ້າ​ວ່າ

“ພວກ​ເຮົາເປັນ​ຫ່ວງ​ນຳ​ ສະຖຽນ​ລະ​ພາບທາງ ດ້ານການເມືອງ ​ແລະ​ປະຊາທິປະ​ໄຕ
ຂອງ​ໄທ ​ແລະ​ພວກ​ເຮົາ​ຫວັງ​ຢ່າງ​ຍິ່ງວ່າ ຈະສາມາດ​ແກ້​ໄຂ​ບັນ​ຫາ​ດັ່ງກ່າວໃນ​ບໍ່​ຊ້າ
ນີ້. ​ແລະ​ພວກ​ເຮົາ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ທັດສະນະ​ຂອງ​ພວກ​ເຮົາ​ແລ້ວ ມັນ​ເປັນ​ເລື່ອງ​
ສຳຄັນ​ທີ່​ບັນ​ຫາ​ການ​ເມືອງ ​ຄືທ່ານ​ຮູ້​ ພວກ​ເຮົາ​ບໍ່​ໄດ້​ກ່າວ​ວ່າ ຈະ​ຕ້ອງແກ້​ໄຂຢ່າງ​ນີ້
​ແຕ່​ວິ​ທີທາງ​ທີ່​ຈະ​ແກ້​ໄຂ ມັນ​ເປັນ​ສິ່ງສຳຄັນທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຕາມລັດ
ຖະທຳ​ມະນູນແລະ​ຢ່າງ​ເປັນ​ປະຊາທິປະ​ໄຕ ​ແລະ ​ແນ່ນອນ ​ດ້ວຍສັນຕິ​ວິ​ທີ​.”


ທ່ານ Ernest Bower ນັກ​ຊ່ຽວ​ຊານ​ຂອງ​ອົງ​ການ CSIS ກ່ຽວ​ກັບ​ເຂດ​ເອ​ເຊຍ
ອາ​ຄະ​ເນ ມອງ​ເຫັນ​ວ່າ ຍັງ​ຈະ​ມີ​ການ​ສືບ​ຕໍ່​ຂັດ​ແຍ້ງ ຢູ່​ໃນ​ປະ​ເທດ​ໄທ. ທ່ານ
Bower ເວົ້າ​ວ່າ :

“ນີ້​ແມ່ນ​ບັນ​ຫາການ​ຕໍ່​ສູ້​ຍາດ​ແຍ່ງ​ອຳ​ນາດທີ່​ມີ​ມາ​ໃນ​ທຸກ 100 ປີ​. ສິ່ງ​ສຳຄັນ​ກໍ​ຄື ​ໃຜ​
ມີ​ອຳນາດ ​ເວລາມີ​ການ​ສືບ​ສັນ​ຕິ​ວົງເກີດ​ຂື້ນ ​ແລະ​ເວລາກະສັດພູມີ​ພົນ ອະ​ດຸ​ນຍະ​
ເດດ ຜ່ານ​ຈາກເຫ​ດການດັ່ງ​ກ່າວ ບໍ່​ວ່າ​ຈະເປັນ​ຢ່າງ​ໃດ ຮ່ອງ​ຮອຍແຫ່ງ​ຄວາມ​ຫວັງ​
ທີ່​ພວ​ກ​ເຮົາ​ກຳລັງ​ເຫັນ ບໍ່​ວ່າ​ຈະ​ເປັນນາຍົກ ລັດຖະມົນຕີຄົນ​ໃດ ທີ່​ຖືກ​ໄລ່​ອອກໃນ
ໄລ​ຍະໃກ້ໆ​ນີ້ ການດີ້ນ​ຮົນດັ່ງກ່າວ​ນີ້ ​ຍັງບໍ່​ທັນ​ສີ້​ນສຸດເທື່ອຈົນ​ກວ່າ​ວ່າມີ​ການ​ສືບ​
ສັນ​ຕິ​ວົງເກີດຂື້ນ. ພວກ​ເຮົ​າຈະ​ບໍ່​ແລະ​ບໍ່ຄວນຄາດຫວັງ​ວ່າ ຈະ​ມີ​ການແກ້​ໄຂ ຫລື​
ມີສະຖຽນ​ລະ​ພາບ​ໃນ​ປະ​ເທດ​ໄທຈົນ​ກວ່າ​ເວລາ​ນັ້ນ​ເກີດ​ຂື້ນ ​ແລະ​ເວລາມັນ​ເກີດ​
ຂື້ນປະ​ເທດ​ໄທຈະ​ຕ້ອງການ​ບັນດາເພື່ອນ​ມິດ ​ແລະ​ພວ​ກ​ເຮົາ ສະຫະລັດຈຳ​ເປັນ
ຕ້ອງໄດ້ຢູ່​ທີ່​ນັ້ນ.”


​ໃນອາທິດແລ້ວ​ນີ້ ກະສັດພູມີ​ພົນ ອະ​ດຸ​ນຍະ​ເດດ ຊຶ່ງ​ມີ​ພະ​ຊົນ​ມາ​ຍຸ 86 ພັນ​ສາ ​ໄດ້
ຊົງປະກົດ​ໂຕ​ແບບ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ ເນື່ອງ​ໃນ​ຂີດ​ໝາຍລາ​ຊາ​ພິ​ເສກຄົບ​ຮອບ 64
ປີ​. ທ່ານ Bower ກ່າວ​ວ່າ ວໍ​ຊິງ​ຕັນມີ​ອິດ​ທິ​ພົນ​ຢູ່​ໃນປະ​ເທດ​ໄທ ຮວມ​ທັງ​ຄວາມສຳ
ພັນ​ທີ່​ດີກັບ​ກອງ​ທັບ ການ​ຕິດ​ຕໍ່​ທີ່​ດີ ກັບ​ຊາວໄທ​ທຸກພັກ​ຝ່າຍ​ ໃນ​ວິ​ກິດ​ການທາງ
ດ້ານການເມືອງ​ຂອງປະ​ເທດ ​ແລະ​ອັນ​ທີ່​ທ່ານ​ຮ້ອງວ່າ “​ຄວາມສຳພັນດີ​ທີ່​ຢ່າງ​ບໍ່​ໜ້າ
​ເ​ຊື່ອ” ​ກັບ​ປະຊາ​ຄົມ​ທຸລະ​ກິດ​ຂອງ​ໄທ.

ທ່ານກ່າວ​ວ່າ ​ປະ​ເທດ​ໄທ​ທີ່​ມີຄວາມເຂັ້ມແຂງ​ ​ແລະທຸ່ນທ່ຽງ ​ແມ່ນ​ມີ​ຄວາມ​ສຳ ຄັນ​ຕໍ່
ສະຫະລັດ ​ເພາະວ່າ ການ​ປະກອບສ່ວນ​ຂອງ​ໄທເຂົ້າ​ໃນ​ເສດ​ຖະ​ກິດ​ຂອງ ໂລກ​ແລະ​
ຂອງ​ຂົງ​ເຂດ ​ຕະ​ຫຼອດ​ທັງ​ຄວາມ​ສຳພັນ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ໄທ​ ກັບ​ວໍ​ຊິງ​ຕັນ​ນຳ​ດ້ວຍ.
XS
SM
MD
LG