ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຢືນຢັນ​ອີກຄັ້ງນຶ່ງ​ ໃນ​ການ​ສະໜັບສະໜູນ ຕໍ່ນາຍົກອີຣັກ


ທະຫານອີຣັກຄົນນຶ່ງ ກຳລັງອູ້ມເດັກນ້ອຍຜູ້ຍິງ ຂ້າມຂົວຢູ່ນອກ ນະຄອນຫລວງ Bagdad.
ທະຫານອີຣັກຄົນນຶ່ງ ກຳລັງອູ້ມເດັກນ້ອຍຜູ້ຍິງ ຂ້າມຂົວຢູ່ນອກ ນະຄອນຫລວງ Bagdad.

ປະທານາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້ “​ຢືນ
ຢັນ​ອີກຄັ້ງນຶ່ງ ​ເຖິງ​ການ​ສະໜັບສະໜູນຢ່າງ​ແຂງຂັນ ​ຂອງ​ສະ
ຫະລັດ” ຕໍ່​ນາຍົກ​ລັດຖະມົນ​ຕີ ອີຣັກ ທ່ານ Haider al-Abadi
​ແລະ​ການບຸກ​ໂຈມຕີ​ຄັ້ງໃໝ່​ ຂອງກຳລັງ​ປະ ກອບອາວຸດເພື່ອ
ເຂົ້າ​ຍຶດ​ເອົາ​ເມຶຶ​ອງ Ramadi ຂອງ​ອີຣັກ ຄືນຈາກພວກກະບົດ
ລັດ​ອິສລາມ.

ຄຳ​ປະກາດ​ຂອງ ປະ​ທານາ​ທິບໍດີ ໄດ້​ມີ​ຂື້ນ​ຢູ່​ກອງ​ປະຊຸມ​ໃນ
​ວັນ​ອັງຄານ​ວານ​ນີ້ ກັບ​ບັນດາ​ທີ່​ປຶກສາ​ຄວາມ​ໝັ້ນ​ຄົງ​ສູງ​ສຸດ
​ໃນ​ການ​ສົນທະນາຫາລື​ເຖິງ​ສະຖານະ​ການ​ໃນອີຣັກ ຫລັງ​
ຈາກ​ເມືອງ Ramadi ​ໄດ້​ຕົກຢູ່ໃນກຳມືຂອງພວກ​ຫົວ​ຮຸນ​ແຮງ
ລັດ​ອິສລາມ.

ກ່ອນ​ໜ້າ​ນັ້ນ ​ໂຄສົກ​ທຳນຽບຫ້າ​ແຈ ພັນເອກ Steve Warren ກ່າວ​ວ່່າ ຄວາມ​ພະຍາຍາ
​ມທີ່​ຈະ​ຕີເອົາ​ເມືອງ​ຫລວງ​ຂອງແຂວງ Anbar ຄືນ​ມາ​ນັ້ນ ​ໄດ້​ກາຍ​ມາ​ເປັນບັນຫາທ້າ​ທາຍ
​ຫລາຍ​ຂື້ນ ​ເວລາກຳລັງ​ຮັກສາ​ຄວາມ​ປອດ​ໄພອີຣັກ ​ປະຖິ້ມ​ອຸ​ປະກອນ​ຕ່າງໆຢ່າງ​ຫລວງ
ຫລາຍ​ຂອງສະຫະລັດ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ຫລົບໜີ​ຈາກເມືອງ Ramadi ທ່າມກາງ
ການບຸກໂຈມຕີຂອງພວກນັກລົບ ລັດອິສລາມໃນ​ວັນ​ອາທິດແລ້ວນີ້.

ທ່ານ Warren ກ່່າວ​ວ່າ ທະຫານ​ອີຣັກ ​ໄດ້​ປະຖິ້ມລົດ​ທະຫານ​ສະຫະລັດຫຼາຍ​ສິບ​ຄັນຮວມ
ທັງ​ລົດ​ຖັງ​ ​ລົດ​ຫຸ້ມ​ເກາະລຳລຽງພົນ ​ແລະປືນ​ໃຫຍ່. ທ່ານ​ກ່າວ​ວ່າ ລົດ​ຈຳນວນ​ນຶ່ງ​ຍັງ​ປະຕິ
ບັດ​ງານໄດ້ ​ແລະ​ອີກ​ຈຳນວນ​ນຶ່ງ​ບໍ່​ໄດ້.

ການ​ເຂົ້າຍຶດ​ເອົາ​ເມືອງ Ramadi ​ຂອງກຸ່ມລັດ​ອິສລາມ ​ໄດ້​ພາໃຫ້ມີການຕິຕຽນ​ຢ່າງ​ແຮງ​
ຕໍ່ນະ​ໂຍບາຍ​ປະທານ​າທິບໍດີ Barack Obama ​ຢູ່ໃນບັນຫາຂັດ​ແຍ້​ງ ອີຣັກ ທີ່​ຮວມ​ທັງ​
ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ພວກ​ກະບົດ ​ແຕ່​ບໍ່ມີການສົ່ງກຳລັງ ​ທາງ​ພາກ​ພື້ນ​ດິນ​ຂອງ
ສະຫະລັດ ໄປ​ຊ່ວຍ​ເຫລືອອີຣັກ.

In Ramadi’s Wake, No Hint of New US Strategy
please wait

No media source currently available

0:00 0:01:26 0:00

XS
SM
MD
LG