ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຊ່ອຍເງິນ 40 ລ້ານ ເພື່ອສ້າງ ຄວາມທຸ່ນທ່ຽງ ໃນ ອາຟຣິກາກາງ (ສະໄລດ໌)


ຜູ້ຄົນພາກັນໜີຈາກການປະຫັດປະຫານທາງສາສະໜາ
ແລະການລະ​ເມີດ​ສິດທິ​ຂອງ​ພົນລະເຮືອນ.
ຜູ້ຄົນພາກັນໜີຈາກການປະຫັດປະຫານທາງສາສະໜາ ແລະການລະ​ເມີດ​ສິດທິ​ຂອງ​ພົນລະເຮືອນ.
ສະຫະລັດ​ພວມ​ກະກຽມ​ທີ່​ຈະສົ່ງ​ເງິນ​ຊ່ອຍ​ເຫຼືອຈໍານວນ 40
ລ້ານ​ໂດ​ລ່າ​ ເພື່ອ​ຊ່ອຍສ້າງ ຄວາມທຸ່ນ​ທ່ຽງ ​ໃນ​ສາທາລະນະ​
ລັດອາຟຣິກາກາງ.

ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານ John
Kerry ​ໄດ້​ປະກາດການໃຫ້ການ​ຊ່ອຍ​ເຫຼືອ ​ໃນ​ແລງ​ວັນ​ພຸດ
​ວານນີ້ ​ໂດຍ​ກ່າວ​ເນັ້ນ​ ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ລະດັບ​ຂອງ
ຄວາມ​ຮຸນ​ແຮງ ແລະ​ສະພາບ​ບ້ານ​ເມືອງ​ບໍ່​ມີ​ຂື່​ມີ​ແປ
ທີ່​ບໍ່​ໜ້າ​ໃຫ້​ອະ​ໄພ​ໄດ້”
ຕະຫລອດ​ທັງ ການ​ເພີ້ມຂຶ້ນຂອງ
​ຄວາມ​ຮຸນ​ແຮງ​ທາງ​ດ້ານ​ສາສະໜາ ​ແລະ​ການລະ​ເມີດ​ສິດທິ​ຂອງ​ພົນລະເຮືອນ.

ສ່ວນ​ໃຫຍ່​ຂອງສາທາລະນະ​ລັດອາຟຣິກາກາງ ​ແມ່ນ​ໄດ້​ກ້າວ​ເຂົ້າສູ່​ສະພາບ​ຄວາມ​ວຸ້ນວາຍ
​ນັບ​ຕັ້ງ​ແຕ່ພວກ​ກະບົດ​ແນວໂຮມ Seleka ​ໄດ້​ໂ​ຄ່ນລົ້ມປະທານາທິບໍດີ Francois Bozize
​ໃນ​ເດືອນ​ມີນາ​ແລ້ວ​ນີ້.

ສະຫະພາບອາຟຣິກາ ມີ​ກຳນົດ​ທີ່​ຈະ​ເປັນ​ຜູ້​ຄວບ​ຄຸມ​ແຜນການ​ສົ່ງ​ກຳລັງ​ທະຫານ 3,500 ຄົນ
​ໄປ​ຍັງ​ປະ​ເທດ​ດັ່ງກ່າວໃນ​ເດືອນ​ໜ້າ​ນີ້ ຊຶ່ງ​ຈະ​ມີໜ້າ​ທີີ່​ເຮັດ​ໃຫ້​ອາ​ຟຣິກາ​ກາງ​ກັບ​ຄືນ​ສູ່​
ຄວາມ​ເປັນລະບຽບ​ຮຽບຮ້ອຍ ປົກ​ປ້ອງ​ພົນລະ​ເຮືອນ ​ແລະ​ຟື້ນຟູ​ອຳນາດຂອງ​ລັດ​ຖະບານ​ກາງ​.
ມາ​ຮອດ​ປັດຈຸບັນ​ນີ້ ​ມີການ​ສົ່ງທະຫານ​ໄປ​ແລ້ວ 2,500 ຄົນ.

ທ່ານ Kerry ໄດ້ກ່າວ​ວ່າ ກຳລັງ​ຮັກສາ​ສັນຕິພາບ​ ​ແມ່ນ​ຢູ່​ທ່າ​ທີທີ່​ດີທີ່​ສຸດ ທີ່​ຈະ​ແກ້​ໄຂ​ບັນຫາ
ຄວາມ​ຮຸນ​ແຮງ​ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາໃນ​ສາທາລະນະ​ລັດອາຟຣິກາກາງ ​ແລະ​ວ່າ ​ການ​ຊ່ອຍ​
ເຫຼືອດັ່ງກ່າວ​ນີ້ ຈະ​ສະໜອງ​ການ​ສະໜັບສະໜຸນ ທາງ​ດ້ານ​ພະລາ​ທິການ ​ເຄື່ອງ​ອຸບປະກອນ
ທີ່​ບໍ່​ແມ່ນອາ​ວຸດ ​ແລະ ການ​ຝຶກ​ແອບ​ອື່ນໆ.​

XS
SM
MD
LG