ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ກຽມຖີ້ມສະບຽງ ທາງອາກາດ ແຕ່ຍັງຖ້າ ອະນຸຍາດ ຈາກ ລັດຖະບານຊີເຣຍ


ພວກຜູ້ຊາຍກຳລັງກວດເບິ່ງຄວາມເສຍຫາຍ ຫລັງຈາກການ ໂຈມຕີທາງອາກາດຢູ່ທີ່ໝັ້ນ ພວກຕໍ່ຕ້ານລັດຖະບານ ທີ່ເມືອງ Aleppo.
ພວກຜູ້ຊາຍກຳລັງກວດເບິ່ງຄວາມເສຍຫາຍ ຫລັງຈາກການ ໂຈມຕີທາງອາກາດຢູ່ທີ່ໝັ້ນ ພວກຕໍ່ຕ້ານລັດຖະບານ ທີ່ເມືອງ Aleppo.

​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຕົນ​ພ້ອມ​ແລ້ວ​ທີ່​ຈະ​ຖີ້ມອາຫານ​ ຢາ​ປົວ​ພ​ະຍາດ ​ແລະ​ການ​ ຊ່ວຍ​ເຫລືອອຶ່ນໆ ລົງທາງ​ອາກາດ​ໃຫ້​ແກ່​ເຂດ​ຕ່າງໆຂອງ​ຊີ​ເຣຍທີ່​ຕ້ອງການ ​ການ​ຊ່ວຍ​ ເຫລືອຢ່າງ​ຮີບ​ດ່ວນ ​ແຕ່​ກຳລັງ​ລໍຖ້າ​ ການ​ອະນຸຍາດ​ຈາກລັດຖະບານ Damascus ກ່ອນ ເລີ້ມຄວາມ​ພະຍາຍາມ​ດ້ານ​ມະນຸດ​ສະທຳດັ່ງກ່າວ.

​ໂຄງການ​ອາຫານ​ໂລກ ຫລື WFP ທີ່​ເປັນ​ພະ​ແນ​ກການ​ນຶ່ງ​ຂອງ​ສະຫະ​ປະຊາ​ຊາດ ກ່າວ ​ວ່າ ຕົນ​ກຳລັງ​ຂໍອະນຸຍາດຈາກ​ຊີ​ເຣຍ ​ທີ່​ຈະ​ນຳເອົາ​ສະບຽງໄປ​ຖິ້ມ​ໃຫ້ ແກ່ 19 “​ເຂດທີ່​ຖືກ ​ປິດ​ລ້ອມ” ຢູ່​ໃນ​ປະ​ເທດ​ດັ່ງກ່າ​ວ ທີ່​ປະສົບ​ກັບ​ໄພ​ສົງ​ຄາມ. ໂຄງການ​ອາຫານ​ໂລກ ກ່າວ​ວ່າ ຈະ​ມີ​ການ​ນຳ​ໃຊ້​ທັງ​ເຮືອບິນ​ເຮ​ລິ​ຄອບ​ເຕີ ຫລື​ ເຮືອບິນໄປ​ຖີ້ມສະບຽງທາງ​ອາກາດ ​ເຖິງ ​ແມ່ນ​ວ່າ​ທາງ​ພາກພື້ນດິນ​ອາດ​ເປັນ​ໄປ ​ໄດ້​ຢູ່​ໃນ​ບາງ​ເຂດ ຖ້າ​ຫາກ​ຊີ​ເຣຍໃຫ້ການ​ອະນຸມັດ.

​ແຜນການ​ຈັດສົ່ງ​ການ​ຊ່ວຍ​ເຫລືອ​ພາຍ​ໃຕ້​ການອຸບປະຖຳຂອງ​ສະຫະ​ປະຊາ​ຊາດ ​ດັ່ງກ່າວ ໄດ້​ມີ​ການ​ນຳ​ສະ​ເໜີ​ໂດຍກຸ່ມນາໆ​ຊາດ​ທີ່​ໃຫ້ການ​ສະໜັບສະໜູນ​ຊີ​ເຣຍ ທີ່​ສ່ວນ​ໃຫຍ່​ແລ້ວ​ປະກອບ​ດ້ວຍ​ບັນດາ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ ​ແລະ​ປະ​ເທດ​ມະຫາ​ອຳນາດຂອງ​ໂລກພາຍ ​ໃຕ້ນຳພາ​ຂອງ ສະຫະລັດ ​ແລະຣັດ​ເຊຍ.

​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ຄົນ​ນຶ່ງ​ກ່າວ​ຕໍ່ ວີ​ໂອ​ເອ ທີ່​ນະຄອນຫລວງ​ລອນ​ດອນ​ວ່າ ຫ້ອງ ການ​ປະສານ​ງານ​ດ້ານ​ມະນຸດສະທຳສະຫະ​ປະຊາ​ຊາດ ຫລື OCHA ກຳລັງ​ລໍຖ້າ​ຄວາມ​ ກະຈ່າງ​ແຈ້ງ ຈາກລັດຖະບານ​ຊີ​ເຣຍກ່ອນ​ຈະ​ເລີ້ມ​ຖີ້ມສະບຽງ ທາງ​ອາກາດລົງ​ໃຫ້​ເຂດ​ ຕ່າງໆ. ​ຫ້ອງການ OCHA ປະຈຳ​ຂົງເຂດ ກ່ອນໜ້ານີ້​ ​ໄດ້​ຍື່ນ​ຄຳ​ຮ້​ອງ ​ຂໍ​ຄວາມ​ກະຈ່າງ​ ແຈ້ງໂດຍ​ກົງ ໄປ​ຍັງບັນດາ​ເຈົ້າ​ໜ້າ​ທີ່ຊີ​ເຣຍ ອີງ​ຕາມຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່.

ອົງການ​ສະຫະປະຊາ​ຊາດ​ກ່າວ​ວ່າ ຢູ່​ໃນ​ 15 ເຂດທີ່ຖືກ​ປິດ​ລ້ອມ​ທີ່​ທາງ​ອົງການ WFP ຫວັງ​ທີ່​ຈະ​ເຂົ້າ​ໄປເຖິງນັ້ນ ການ​ປະຕິບັດ​ງານ​ທາງ​ເຮ​ລິີຄອບ​ເຕີ​ອາດ​ເປັນ​ທາງ​ເລືອກ​ທາງ​ ດຽວຖ້າ​ຫາກ​ການ​ສົ່ງ​ສະບຽງ​ທາງ​ພາກພື້ນດິນ​ຫາກ​ບໍ່ໄດ້​ຮັບ​ການ ອະນຸຍາດ.

ອົງການ WFP ກ່າວ​ວ່າ ການ​ຖີ້ມສະບຽງ​ທາງ​ອາກາດ​ຢູ່ໃນ​ລະດັບ​ສູງ​ອາດ​ເປັນ​ໄປ​ໄດ້ ​ຢູ່ ​ໃນ​ສອງ​ບ້ານ​ທີ່​ຖືກ​ປິດ​ລ້ອມຄື Fouah ​ແລະ Kfraya ​ແລະ​ນີ້​ອາດ​ຈະ​ເປັນ​ການຂະຫຍາຍ​ ການ​ຖີ້ມສະບຽງທາງ​ອາກາດ​ຈາກ​ລະດັບ​ສູງ​ທີ່​ໄດ້​ເລີ້ມມາ​ຢູ່ເມືອງ Deir Ezzor ທາງພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ປະ​ເທດ.

ທີ່​ປຶກສາ​ຄົນ​ສຳຄັນ​ຜູ້​ນຶ່ງ​ຂອງປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ໄດ້​ປະ​ຕິ ເສດ​ ຕໍ່ຄວາມ​ຈຳ​ເປັນ​ໃນ​ການ​ທີ່​ຈະ​ຂະຫຍາຍການ​ຊ່ວ​ຍ​ເຫລືອ​ດ້ານ​ມະນຸດສະ​ທຳ​ ໃນ​ວັນ ​ພະຫັດ​ທີ່​ຜ່ານ​ມານີ້ ຢູ່​ໃນການ​ໃຫ້​ຄວາມ​ເຫັນ​ຕໍ່​ຜູ້​ຟັງ​ຊາວ​ອາ​ເມ ຣິກັນ ​ແຕ່​ທ່ານ​ນາງກໍ​ກ່າວ ​ວ່າ ລັດຖະບານ​ຊີ​ເຣຍ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ ​ໄດ້​ຫາລື​ກັນ​ກ່ຽວ​ກັບ ເລື້ອງ​ນີ້. ທ່ານ​ນາງ Bouthaina Shaaban ກ່າວ​ວ່າ "ບໍ່​ມີໃຜ​ອຶດ​ຫີ​ວ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG