ອອສເຕຣເລຍໄດ້ປະກາດໃນວັນອັງຄານມື້ນີ້ວ່າ ຕົນໄດ້ໂຈະເປັນການຊົ່ວຄາວໃນ
ການໂຈມຕີທາງອາກາດ ໂດຍກຳລັງຂອງຕົນ ຢູ່ໃນຊີເຣຍ.
ການເຄື່ອນໄຫວນີ້ ມີຂຶ້ນຫລາຍມື້ ຫລັງຈາກເຮືອບິນລົບສະຫະລັດ ໄດ້ຍິງເຮືອບິນ
ຊີເຣຍຕົກ ແລະຣັດເຊຍທີ່ເປັນພັນທະມິດຊີເຣຍ ໄດ້ຕອບໂຕ້ໂດຍຂົ່ມຂູ່ວ່າ ຈະປະຕິ
ບັດກັບເຮືອບິນ ຈາກກຸ່ມແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ທີ່ປະຕິບັດ
ງານຢູ່່ເຂດນ່ານຟ້າຊີເຣຍ ຊຶ່ງຈະຖືວ່າເປັນເປົ້າໝາຍ.
ອອສເຕຣເລຍເປັນສ່ວນນຶ່ງຂອງແນວໂຮມ ທີ່ໄດ້ເລີ້ມໂຈມຕີທາງອາກາດໃສ່ເປົ້າ
ໝາຍລັດອິສລາມໃນຊີເຣຍ ໃນເດືອນກັນຍາປີ 2014.
ຖະແຫລງການສະບັບນຶ່ງຈາກ ກະຊວງປ້ອງກັນປະເທດອອສເຕຣເລຍກ່າວວ່າ ຕົນ
ຈະຕິດຕາມເບິ່ງ “ສະຖານະການທາງອາກາດໃນຊີເຣຍ” ແລະເຮັດການຕັດສິນໃຈ
ໃນການເລີ່ມໂຈມຕີ ຢູ່ທີ່ນັ້ນ “ເມື່ອເວລາມາເຖິງ.” ກະຊວງປ້ອງກັນປະ ເທດຍັງກ່າວ
ວ່າ ການໂຈມຕີຢູ່ໃນປະເທດອີຣັກ ທີ່ເປັນເພື່ອນບ້ານ ຊຶ່ງເປັນພາກສ່ວນນຶ່ງຂອງໂຈມ
ຕີໂດຍແນວໂຮມ ທີ່ນຳພາໂດຍສະຫະລັດ ຈະດຳເນີນຕໍ່ໄປ.
ສະຫະລັດໄດ້ຕອບໂຕ້ຢ່າງແຮງ ໃນວັນຈັນວານນີ້ ຕໍ່ການຂົ່ມຂູ່ຂອງຣັດເຊຍ.
ທ່ານ Sean Spicer ໂຄສົກທຳນຽບຂາວໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້
ໂດຍປ້ອງກັນການຕັດສິນໃຈທີ່ໄດ້ຍິງເຮືອບິນລົບຊີເຣຍ SU-22 ຕົກທີ່ໄດ້ຖີ້ມລະເບີດ
ໃສ່ກຳລັງຂອງຝ່າຍແນວໂຮມ ໃກ້ກັບເມືອງ Tabqah ໃນຊີເຣຍວ່າ “ພວກເຮົາຈະທຳ
”ທຸກຢ່າງ ເທົ່າທີ່ພວກເຮົາສາມາດທຳໄດ້ ເພື່ອປົກປ້ອງຜົນປະໂຫຍດຂອງພວກເຮົາ.”
ທ່ານກ່າວວ່າ “ອຳນາດການປົກຄອງຊີເຣຍຕ້ອງເຂົ້າໃຈວ່າ ພວກເຮົາຈະຮັກສາສິດທິ
ໃນປ້ອງກັນໂຕ ຂອງກຳລັງແນວໂຮມ ທີ່ຮ່ວມກັນຕໍ່ຕ້ານກຸ່ມ ISIS.” ໂຄສົກໄດ້ກ່າວ
ຢ່າງແຈ້ງຂາວ ເຖິງຢ່າງໃດກໍດີ ສະຫະລັດຈະສືບຕໍ່ “ປະຕິບັດງານກັບພາຄີ” ເພື່ອຕໍ່
ຕ້ານການຂົ່ມຂູ່ຂອງລັດອິສລາມໃນຊີເຣຍ.
ຮອງລັດຖະມົນຕີກະຊວງຕ່າງປະເທດຣັດເຊຍ ທ່ານ Sergei Ryabkov ຮ້ອງການຍິງເຮືອບິນຊີເຣຍຕົກວ່າ “ເປັນການຮຸກຮານ.” ຖະແຫລງການຂອງກະຊວງຣັດເຊຍທີ່ນຳ
ອອກເຜີຍແຜ່ໃນນະຄອນມົສກູໄດ້ເຕືອນວ່າ ບັນດາເຮືອບິນລົບກຸ່ມແນວໂຮມຈະມີການ
ຖືວ່າເປັນເປົ້າໝາຍ ແລະກ່າວວ່າ ໂທລະສັບສາຍດ່ວນເພື່ອປ້ອງກັນເຫດຮ້າຍທີ່ພົວ
ພັນທາງທະຫານ ຈະຖືກປິດລົງ.