ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຂະຫຍາຍຖ້ຽວບິນ ເນລະເທດ ຜູ້ຍົກຍ້າຍຖິ່ນຖານ ຊາວ ເຮຕີ, ແຕ່ອະນຸຍາດໃຫ້ ຜູ້ຍົກຍ້າຍຖິ່ນຖານ ບາງຄົນຢູ່


ຜູ້ຍົກຍ້າຍຖິ່ນຖານຊາວ ເຮຕີ ສະແດງປະຕິກິລິຍາ ຫຼັງຈາກເຈົ້າໜ້າທີ່ ສະຫະລັດ ສົ່ງເຂົາເຈົ້າອອກຈາກເມືອງເຂດຊາຍແດນ ສະຫະລັດ, ເຊິ່ງເຂົາເຈົ້າໄດ້ເດີນທາງໄປຮອດ ຫຼັງຈາກໄດ້ຂ້າມແມ່ນໍ້າ ຣີໂອ ກຣານເດ ຈາກປະເທດ ເມັກຊິໂກ. 21 ກັນຍາ, 2021.
ຜູ້ຍົກຍ້າຍຖິ່ນຖານຊາວ ເຮຕີ ສະແດງປະຕິກິລິຍາ ຫຼັງຈາກເຈົ້າໜ້າທີ່ ສະຫະລັດ ສົ່ງເຂົາເຈົ້າອອກຈາກເມືອງເຂດຊາຍແດນ ສະຫະລັດ, ເຊິ່ງເຂົາເຈົ້າໄດ້ເດີນທາງໄປຮອດ ຫຼັງຈາກໄດ້ຂ້າມແມ່ນໍ້າ ຣີໂອ ກຣານເດ ຈາກປະເທດ ເມັກຊິໂກ. 21 ກັນຍາ, 2021.

ສະຫະລັດ ໄດ້ເລີ່ມຂະຫຍາຍຖ້ຽວບິນເນລະເທດ ຜູ້ຍົກຍ້າຍຖິ່ນຖານຊາວ ເຮຕີ ຂອງເຂົາເຈົ້າໃນວັນພຸດວານນີ້ຈາກລັດ ເທັກຊັສ, ເຖິງແມ່ນວ່າຊາວ ເຮຕີ ຄົນ ອື່ນໆອີກຫຼາຍພັນຄົນຈະຖືກອະນຸ ຍາດໃຫ້ເຂົ້າມາໃນ ສະຫະລັດ, ຕາມຄຳສັນຍາທີ່ຈະໄປປາກົດຕົວຢູ່ຫ້ອງການຄົນເຂົ້າເມືອງພາຍ ໃນ 60 ວັນກໍຕາມ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າ ສະຫະລັດ ໄດ້ເນລະເທດຊາວ ເຮຕີ ກັບໄປບ້ານເກີດຂອງເຂົາເຈົ້າພາຍໃຕ້ຂໍ້ບັນຍັດດ້ານສຸຂະພາບທີ່ອ້າງເຖິງໂຣກລະບາດໄວຣັສໂຄໂຣນາ ເປັນເຫດຜົນເພື່ອແກ້ໄຂບັນຫາເຂດ ຊາຍແດນໃຫ້ໄວເທົ່າທີ່ຈະໄວໄດ້.

ຜູ້ຖືກເນລະເທດທີ່ວ່ານີ້ໄດ້ຖືກສົ່ງກັບບ້ານໂດຍປາສະຈາກໂອກາດທີ່ຈະດຳເນີນການຂໍລີ້ໄພ, ໃນຂະນະທີ່ຄົນອື່ນໆໄດ້ຖືກລົງຖະບຽນ ແລະ ໄດ້ຮັບອະນຸຍາດຢ່າງໜ້ອຍເປັນເວລາຫຼາຍອາທິດ, ເພື່ອອາໄສຢູ່ໃນແຜ່ນດິນຂອງ ສະຫະລັດ. ຊາວ ເຮຕີ ປະມານ 14,000 ຄົນໄດ້ເຕົ້າໂຮມກັນຢູ່ ເມືອງ ແດລ ຣີໂອ, ລັດ ເທັກຊັສ ທີ່ເປັນເມືອງເຂດຊາຍແດນຕິດກັບ ເມັກຊິໂກ, ແຕ່ມັນຍັງບໍ່ແນ່ນອນວ່າ ເປັນຫຍັງບາງຄົນຈຶ່ງຖືກເນລະເທດ ແລະ ຄົນອື່ນໆຈຶ່ງບໍ່ຖືກ.

ຜູ້ຍົກຍ້າຍຖິ່ນຖານຊາວ ເຮຕີ ຫຼາຍພັນຄົນ ໄດ້ຖືກປ່ອຍເຂົ້າມາໃນ ສະຫະລັດ ໃນບໍ່ເທົ່າໃດວັນທີ່ຜ່ານມາ, ອີງຕາມລາຍງານຂອງອົງການຂ່າວ AP, ເຊິ່ງຂະ ຫຍາຍຈາກການລາຍງານຂອງວີໂອເອໃນວັນອັງຄານທີ່ຜ່ານມາວ່າຫຼາຍຮ້ອຍຄົນໄດ້ຖືກປ່ອຍຕົວ.

ຜູ້ຍົກຍ້າຍຖິ່ນຖານຫຼາຍຄົນໄດ້ອາໄສຢູ່ໃນປະເທດ ຊີເລ, ບຣາຊິລ ແລະ ປະເທດອື່ນໃນທະວີບອາເມຣິກາໃຕ້ ຫຼັງຈາກໄດ້ຫຼົບໜີຈາກຊາກຫັກພັງຂອງແຜ່ນດິນໄຫວເມື່ອປີ 2010 ໃນປະເທດ ເຮຕີ. ແຕ່ເຂົາເຈົ້າໄດ້ຍ່າງໄປເຂດຊາຍແດນ ສະຫະລັດ ໃກ້ກັບເມືອງ ແດລ ຣີໂອ ອີງຕາມການບອກ ເລົ່າທີ່ຜິດໃນສື່ສັງຄົມທີ່ວ່າການຂ້າມເຂດຊາຍແດນຢູ່ທີ່ນັ້ນແມ່ນໄດ້ເປີດ. ບັນດາເຈົ້າໜ້າທີ່ ສະຫະ ລັດ ໄດ້ຮຽກຮ້ອງຜູ້ຍົກຍ້າຍຖິ່ນຖານໃຫ້ຢູ່ບ່ອນທີ່ເຂົາເຈົ້າຢູ່ຢ່າງຊໍ້າແລ້ວຊໍ້າອີກ.

ສະຫະລັດ ໄດ້ມີແຜນທີ່ຈະສົ່ງຖ້ຽວບິນເນລະເທດຫຼາຍເຖິງ 5 ຖ້ຽວໃນວັນພຸດວານນີ້, ດ້ວຍຜູ້ຍົກຍ້າຍຖິ່ນຖານ 135 ຄົນໃນແຕ່ລະຖ້ຽວ, ໄປສູ່ນະຄອນຫຼວງ ປອກໂອແປຣັງສ໌, ຂອງ ເຮຕີ, ແລະ ນະ ຄອນ ແຄັບ-ເຮຕຽນ (Cap-Haitien) ເຊິ່ງເປັນເມືອງທີ່ໃຫຍ່ອັນດັບສອງຂອງ ເຮຕີ. 7 ຖ້ຽວບິນແມ່ນໄດ້ຖືກຈັດສຳລັບວັນພະຫັດມື້ນີ້.

ນັບຕັ້ງແຕ່ວັນອາທິດເປັນຕົ້ນມາ, ຜູ້ຍົກຍ້າຍຖິ່ນຖານຫຼາຍກວ່າ 1,000 ຄົນໄດ້ຖືກສົ່ງກັບໄປ ເຮຕີ, ເຊິ່ງແມ່ນບ່ອນທີ່ເຂົາເຈົ້າຫຼາຍຄົນບໍ່ໄດ້ອາໄສຢູ່ເປັນເວລານຶ່ງທົດສະວັດແລ້ວ.

ວີໂອເອພາສາ ເຄຣໂອລ (Creole) ໄດ້ລາຍງານວ່າ ບັນດາເຈົ້າໜ້າທີ່ ເຮຕີ ບໍ່ໄດ້ອະນຸຍາດໃຫ້ນັກຂ່າວເຂົ້າໄປໃນສະໜາມບິນໃນວັນພຸດວານນີ້ເພື່ອພົບກັບຜູ້ທີ່ຖືກເນລະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG