ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລົງໂທດ ຕໍ່ 5 ບໍລິສັດຂອງຈີນ ກ່ຽວກັບ ການການໃຊ້ແຮງງານ ທີ່ຖືກບັງຄັບ


ການຫວ່ານແກ່ນພຶດ ຢູ່ສວນຝ້າຍ ຂອງຜະລິດຕະພັນຊິນຈຽງ ແລະຄອນສະຕຣັກເຊີນ ຢູ່ເມືອງອາລາ ແຂວງຊິນຈຽງ ວັນທີ 26 ມີນາ 2021.
ການຫວ່ານແກ່ນພຶດ ຢູ່ສວນຝ້າຍ ຂອງຜະລິດຕະພັນຊິນຈຽງ ແລະຄອນສະຕຣັກເຊີນ ຢູ່ເມືອງອາລາ ແຂວງຊິນຈຽງ ວັນທີ 26 ມີນາ 2021.

ສະຫະລັດໄດ້ວາງມາດຕະການລົງໂທດ ເພື່ອຈຳກັດການຄ້າ ກັບຫ້າບໍລິສັດຂອງຈີນ ທີ່ຖືກກ່າວຫາວ່າ ໃຊ້ແຮງງານບັງຄັບ ຢູ່ໃນເຂດຊິນຈຽງ ຂອງຈີນ.

ທຳນຽບຂາວກ່າວໃນວັນພະຫັດວານນີ້ວ່າ ບັນດາບໍລິສັດເຫຼົ່ານີ້ ໄດ້ໃຊ້ແຮງງານ ຊາວວີເກີທີ່ຖືກບັງຄັບ ແລະບັນດາຊາວມຸສລິມກຸ່ມນ້ອຍອື່ນໆ ຢູ່ໃນແຂວງດັ່ງກ່າວຂອງຈີນ ດ້ວຍການເຫັນພ້ອມ ຂອງລັດຖະບານຈີນ.

ທຳນຽບຂາວກ່າວຢູ່ໃນຖະແຫຼງການວ່າ “ສາທາລະນະລັດປະຊາຊົນຈີນ ໄດ້ໃຊ້ ແຮງງານທີ່ຖືກບັງຄັບ ຢູ່ໃນເຂດຊິນຈຽງ ອັນເປັນພາກສ່ວນນຶ່ງຂອງການລ່ວງລະເມີດ ຕໍ່ປະຊາຊົນຊາວວີເກີ ແລະຊົນເຜົ່າອື່ນໆ ແລະສາສະໜາກຸ່ມນ້ອຍຕ່າງໆ ແລະເພື່ອແກ້ໄຂບັນຫາການລ່ວງລະເມີດເຫຼົ່ານີ້ ຈະເປັນບູລິມະສິດອັນສຳຄັນ ສຳລັບລັດຖະບານທ່ານໄບດັນ ແລະທ່ານນາງແຮຣິສ.”

ສະຫະລັດໄດ້ຫ້າມນຳເຂົ້າຜະລິດຕະພັນທີ່ໃຊ້ແຮ່ທາດຊິລີກາຈາກບໍລິສັດອຸດສາຫະກຳ
ໂຮຊິງ ຊີລິຄອນ(Hoshing Silicon) ແລະຫ້າມບໍ່ໃຫ້ສົ່ງອອກສິນຄ້າ ໄປໃຫ້ບໍລິສັດຊິນຈຽງ
ດາໂກ ນິວເອເນີຈີ (Xinjiang Dago New Enegy) ຊີິນຈຽງ ອິສ ຮົບ ນອນເຟິເຣີສ ເມຕາລ (Xinjiang East Hope Nonferrous Metals) ຊິນຈຽງຊີຈີແອລ ນິວມາເທຣີໂອລ
ເທັກໂນໂລຈີ (Jinjiang CGL New Material Technology) ແລະຊິນຈຽງ ໂປຣດັກເຊີນ ແລະຄອນສະຕຣັກເຊີນ (Xinjiang Production and Construction Corps)

ນອກນັ້ນ ສະຫະລັດຍັງໄດ້ເພີ້ມ ສານໂພລີຊິລີຄອນ (polisillicon) ທີ່ຖືກກ່າວ ຫາວ່າ ເ
ຮັດໂດຍແຮງງານທີ່ຖືກບັງຄັບຢູ່ໃນຈີນ ເຂົ້າໃນບັນຊີລາຍຊື່ສິນຄ້າທີ່ຜະ ລິດໂດຍແຮງງານ
ເດັກນ້ອຍ ຫຼືແຮງງານທີ່ຖືກບັງຄັບ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານສາວ ລີຈຽນ ໄດ້ສະແດງປະຕິກິລິຍາ ໃນຕອນ
ເຊົ້າວັນພະຫັດວານນີ້ ກ່ຽວກັບລາຍງານການຫ້າມຂອງສະຫະລັດໂດຍ ປະກາດວ່າ ຈີນ
ຈະເອົາ “ທຸກມາດຕະການທີ່ຈຳເປັນ” ເພື່ອປ້ອງກັນສິດທິ ແລະ ຜົນປະໂຫຍດຂອງບັນດາ
ບໍລິສັດຈີນ.

ທຳນຽບຂາວໄດ້ກ່າວເພີ້ມວ່າ ຢູ່ທີ່ກອງປະຊຸມສຸດຍອດຂອງກຸ່ມ G7 ໃນປະເທດ ອັງກິດ
ເມື່ອຕົ້ນເດືອນນີ້ “ບັນດາຜູ້ນຳປະຊາທິປະໄຕຂອງໂລກ ໄດ້ເອົາທ່າທີ ທີ່ ເປັນເອກກະ
ພາບກັນ ຕ້ານການບັງຄັບໃຊ້ແຮງງານ ຮວມທັງຢູ່ໃນເຂດຊິນຈຽງ ແລະມີຄວາມໝັ້ນ
ໝາຍ ທີ່ຈະໃຫ້ການຄໍ້າປະກັນຕໍ່ຕ່ອງໂສ້ອຸບປະທານຂອງໂລກ ໃຫ້ປອດການບັງຄັບໃຊ້
ແຮງງານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG