ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ຫາທາງ ກົດດັນ ເກົາຫຼີເໜືອ ໃຫ້ຢຸດເຊົາ ກິດຈະການ ນິວເຄລຍ


ທ່ານ David Cohen
ທ່ານ David Cohen
ເຈົ້າ​ໜ້າ​ທີ່ລັດຖະບານສະຫະລັດ ທີ່ຮັບຜິດຊອບຕໍ່​ການລົງ​ໂທດ​
ເກົາຫລີ​ເໜືອ ກ່າວ​ວ່າ ວໍ​ຊິງ​ຕັນກໍາລັງ​ຊອກ​ຫາ​ຊ່ອງ​ທາງ​ເພີ້ມ​
ເຕີມ​ ເພື່ອກົດ​ດັນພຽງ​ຢາງ ໃຫ້ຫຼຸດຜ່ອນ​ກິດຈະການທາງ​ດ້ານ​
ນິວ​ເຄລຍ.

ທ່ານ David Cohen ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ
ການ​ເງິນສະຫະລັດ ​ຮັບຜິດຊອບ​ເລື່ອງ​ກໍ່​ການ​ຮ້າຍ ແລະ​ສືບ
​ລັບດ້ານ​ການ​ເງິນ ​ກ່າ​ວຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​ເກົາຫລີວ່າ
ວໍ​ຊິງ​ຕັນກໍາລັງ​ພິຈາລະນາ​ ການ​ລົງ​ໂທດເພີ້ມ​ເຕີມ​ຕໍ່​ເກົາຫລີ​
ເໜືອ ​ສົມທົບໃສ່​ການ​ລົງ​ໂທດ​ຂອງສະຫະ​ປະຊາ​ຊາດ ​ທີ່​ໄດ້​
ມີ​ການຈັດ ຕັ້ງປະຕິບັດ ​ໃນ​ເດືອນ​ແລ້ວ​ນີ້.

ທ່ານ Cohen ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າຈີນ ຊຶ່ງ​ເປັນພັນທະ​ມິດທີ່​ໃກ້​ຊິດ​ຂອງ
ເກົາຫລີ​ເໜືອ ຈະຈັດຕັ້ງປະຕິບັດ​ການ​ລົງ​ໂທດ​ຂອງ​ນາໆ​ຊາດ “​ໃນ​ວີ​ທີ​ທາງທີ່​ແຂງ​ແຮງ” ​ເພາະວ່າ ຈີນ​ກໍມີ​ຄວາມກັງວົນ​ ກ່ຽວ​ກັບ​ການ​ຂົ່ມຂູ່​ທາງ​ດ້ານ ນິວ​ເຄລຍ.

ທ່ານ Cohen ຍັງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ສືບ​ສວນກ່ຽວ​ກັບກິດຈະ​ການ ທີ່​ຜິດ​ກົດໝາຍ​ອຶ່ນໆ​ຂອງ​ເກົາຫລີ​ເໜືອ ຮວມ​ທັງ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ປອມ ​ແປງ​ເງິນ​ໂດ​ລາຂອງສະຫະລັດ. ທ່ານກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ສະຫະລັດ ​ເຊື່ອ​ວ່າ ​ເກົາຫລີ​ເໜືອ ພະຍາຍາມ​ສົ່ງ​ເງິນ​ປ​ອມ ທີ່​ມີ​ຄຸນ​ນະພາ​ບສູງ​ ເຂົ້າ​ມາສູ່ລະ​ບົບ ຂອງສະຫະລັດ. ທ່ານ​ກ່າວວ່າ ​ໃນ​ທ້າຍ​ປີນີ້​ ກະຊວງ​ການ​ເງິນຈະນຳ​ສະ​ເໜີ​ເງິນໃບ 100 ​ໂດ​ລາທີ່​ອອກ​ແບບ​ໃໝ່ ທີ່​ຍາກ​ຕື່ມ​ຂຶ້ນທີ່​ຈະ​ປ​ອມ​ແປງ​ໄດ້.

ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ຍັງ​ເວົ້າວ່າ ສະຫະລັດ​ຫວັງທີ່​ຈະ​ເພີ້​ມ​ການ​ກົດ​ດັນດ້ານ​ການ​ເງິນຕໍ່​ເກົາຫລີ​ເໜືອ​ ​ໂດຍປະຕິ​ເສດ​ບໍ່​ໃຫ້ຄອບຄົວທ່ານ Kim ທີ່​ປົກຄອງປະ​ເທດ ຢູ່​ໃນ​ເວລາ​ນີ້ ​ສາມາດນໍາ​ໃຊ້​ເງິນ​ຢູ່​ບັນຊີ​ທະນາຄານເປັນ​ຈຳນວນຫລວງ​ຫລາຍທີ່ ​ມື້​ລາງຜູ້​ນໍາ​ເກົາ
ຫຼີທ່ານ Kim Jong II ລາຍ​ງານ​ວ່າ ​ໄດ້​ຊຸກ​ເຊື່ອງ​ໄວ້​ທີ່ທະນາ ຄານສ​ະວິສນັ້ນ.

ທ່ານ Cohen ກ່າວ​ອີກ​ວ່າ ວໍ​ຊິງ​ຕັນ ​ໄດ້​ຕິດ​ຕາມ​ຢ່າງ​ໃກ້​ຊິດ ເບິ່ງເງິນສົດຈຳ ນວນ​ຫຼວງຫຼາຍທີ່ຫຼັ່ງ​ໄຫລ​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ ຍ້ອນ​ມີ​ຄວາມ​ວິຕົກກັງວົນ​ວ່າ ມັ​ນອາດ​ຈະ​ຖືກ​ນຳ​ໄປໃຊ້​ ໃນ​ການ​ສ້າງ​ອາວຸດທີ່ຖືກຫ້າມນັ້ນ. ​
XS
SM
MD
LG