ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຜັກດັນໃຫ້ຖອດຣັດເຊຍ ອອກຈາກສະພາສິດທິມະນຸດ ອົງການສະຫະປະຊາຊາດ


ພວກທະຫານ ຍ່າງຜ່ານລົດຖັງຂອງຣັດເຊຍ ທີ່ຖືກທໍາລາຍຢູ່ໃນເມືອງບູຊາ, ເຂດນອກເມືອງຂອງນະຄອນຫຼວງກີຢິບ, ປະເທດຢູເຄຣນ, ພົບສົບການເສຍເສຍຊີວິດ ທີ່ໂຫດຮ້າຍ ແລະການທໍາລາຍລ້າງຢ່າງຫຼວງຫຼາຍ, ເມື່ອວັນທີ 3 ເມສາ 2022.
ພວກທະຫານ ຍ່າງຜ່ານລົດຖັງຂອງຣັດເຊຍ ທີ່ຖືກທໍາລາຍຢູ່ໃນເມືອງບູຊາ, ເຂດນອກເມືອງຂອງນະຄອນຫຼວງກີຢິບ, ປະເທດຢູເຄຣນ, ພົບສົບການເສຍເສຍຊີວິດ ທີ່ໂຫດຮ້າຍ ແລະການທໍາລາຍລ້າງຢ່າງຫຼວງຫຼາຍ, ເມື່ອວັນທີ 3 ເມສາ 2022.

ສະຫະລັດກ່າວໃນມື້ວັນຈັນວານນີ້ວ່າ ພວກເຂົາເຈົ້າຕ້ອງການໃຫ້ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຖອດຖອນປະເທດຣັດເຊຍ ອອກຈາກສະພາສິດທິມະນຸດແຫ່ງອົງການສະຫະປະຊາຊາດ, ໂດຍອ້າງເຖິງຂໍ້ກ່າວຫາ ກ່ຽວກັບຄວາມພະຍາຍາມ ໃນການກໍ່ອາ​ຊະ​ຍາ​ກຳສົງຄາມ ຢູ່ໃນຢູເຄຣນ.

“ການ​ເຂົ້າຮ່ວມ ຂອງຣັດເຊຍ ຢູ່ໃນສະພາສິດທິມະນຸດ ຄືເລື້ອງ ທີ່ເປັນຕາຫົວ,” ນັກການທູດສະຫະລັດ ທ່ານນາງລິນດາ ໂທມາສ ກຣີນຟີລ ກ່າວ. “ແລະມັນກໍຜິດ, ດ້ວຍເຫດຜົນດັ່ງນີ້ ພວກເຮົາຈຶ່ງເຊື່ອວ່າ ມັນເຖິງເວລາແລ້ວ ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ ຈະຕ້ອງລົງຄະແນນສຽງເພື່ອປົດພວກເຂົາອອກຈາກສະ​ພາ​ດັ່ງ​ກ່າວ.”

ທ່ານນາງ ໂທມາສ ກຣີນຟີລ ຢືນຢັນການຮຽກຮ້ອງຂອງທ່ານນາງເພື່ອການ​ປົດ ຣັດເຊຍ ໃນຂໍ້ກ່າວຫາກ່ຽວກັບຢູເຄຣນ ທີ່ວ່າ ທະຫານຂອງ ຣັດເຊຍ ໄດ້ສັງ ຫານພົນລະເຮືອນຫຼາຍສິບຄົນ ຢູ່ໃນເມືອງບູ​ຊາ.

ຢູເຄຣນກ່າວວ່າ ພວກເຂົາເຈົ້າກໍາລັງສືບສວນສອບສວນການສັງຫານດັ່ງກ່າວ, ແລະ ຣັດເຊຍ ໄດ້ປະຕິເສດວ່າ ຕົນ​ບໍ່ມີສ່ວນຮ່ວມໃດໆ ກ່ຽວກັບເຫດການດັ່ງ ກ່າວນັ້ນ.

ສອງສ່ວນສາມຂອງການລົງຄະແນນສຽງໂດຍສະມາຊິກສະ​ມັດ​ຊາ​ໃຫຍ່ 193 ​ປະ​ເທດ ແມ່ນມີຄວາມຕ້ອງການ ເພື່ອ​ຈະປົດຣັດເຊຍອອກຈາກສະພາດັ່ງກ່າວ.

ສະພາສິດ​ທິ​ມະ​ນຸດ ເຊິ່ງມີສໍານັກງານໃຫຍ່ຢູ່ນະຄອນເຈເນວາ ແມ່ນເປັນສັນຍາລັກເຄື່ອງໝາຍທີ່ໃຫຍ່, ແຕ່ສະພາດັ່ງກ່າວ ກໍສາມາດອະນຸຍາດໃຫ້ມີການສືບ ສວນກ່ຽວກັບການລະເມີດສິດທິມະນຸດຕ່າງໆໄດ້.

ຣັດເຊຍ ແມ່ນຢູ່ໃນປີທີສອງຂອງກຳ​ນົດເວລາສາມປີ ຢູ່ໃນສະພາທີ່ມີສະມາຊິກ 47 ປະ​ເທດ.

ພວກເຂົາຍັງບໍ່ໄດ້ສະແດງຄວາມຄິດເຫັນໃດໆຕໍ່ການຮຽກຮ້ອງໃຫ້ຖອດຖອນ​ຫຼື​ປົດພວກເຂົາອອກຈາກສະພາເທື່ອ.

ນັບຕັ້ງແຕ່ການຮຸກຮານຢູເຄຣນ ຂອງ ຣັດເຊຍ ໃນວັນທີ 24 ກຸມພາ ທີ່ຜ່ານມາ, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານສອງມະຕິແລ້ວ ກ່ຽວກັບການຕິຕຽນ ຕໍ່ການປະຕິບັດການຕ່າງໆຂອງປະເທດຣັດ​ເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG