ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຊຸກຍູ້ໃຫ້ມີການຢຸດຍິງ ໃນເຂດກາຊາ ຂະນະທີ່ເຈລະຈາກັບ ປະເທດໃນຕາເວັນອອກກາງ ແລະ ມະຕິຂອງສະພາຄວາມໝັ້ນຄົງ


ຊາວປາແລັສໄຕນ໌ ຄົນນຶ່ງທີ່ໄດ້ຮັບບາດເຈັບ ໃນການໂຈມຕີຂອງອິສຣາແອລ ໃນເຂດກາຊາ ໄດ້ຖືກປິ່ນປົວ ຢູ່ໃນໂຮງໝໍ al-Aqsa ໃນ ເດຍ ອາລ-ບາລະ (Deir al Balah) ວັນທີ 9 ມິຖຸນາ 2024.
ຊາວປາແລັສໄຕນ໌ ຄົນນຶ່ງທີ່ໄດ້ຮັບບາດເຈັບ ໃນການໂຈມຕີຂອງອິສຣາແອລ ໃນເຂດກາຊາ ໄດ້ຖືກປິ່ນປົວ ຢູ່ໃນໂຮງໝໍ al-Aqsa ໃນ ເດຍ ອາລ-ບາລະ (Deir al Balah) ວັນທີ 9 ມິຖຸນາ 2024.

ສະ​ຫະ​ລັດ ກຳລັງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ​ທີ່​ຮຽກ​ຮ້ອງ​ໃຫ້​ກຸ່ມ ຮາມາສ ຍອມຮັບ​ເອົາ​ຂໍ້​ສະ​ເໜີ​ຢຸດ​ຍິງ, ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ (Antony Blinken) ມີ​ກຳ​ນົດ​ຈະ​ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳ​ໃນ​ອີ​ຢິບ ແລະ ອິສຣາແອລ ເພື່ອຊຸກຍູ້ໃຫ້ບັນລຸຂໍ້ຕົກລົງຢຸດການຕໍ່ສູ້ກັນ.

ທ່ານ ບລິງເກັນ ກຳລັງຈັດການເຈລະຈາ​ກັບ​ປະທານາທິບໍດີ​ອີ​ຢິບ ທ່ານ ອັບເດລ ຟາດຕາ ເອລ-ຊິດຊີ (Abdel Fattah El-Sissi) ຢູ່​ນະຄອນຫຼວງ ໄຄໂຣ (Cairo), ​ແລະ​ຕໍ່​ມາ​ຈະ​ໄປ​ຍັງ ອິສຣາແອລ ​ເພື່ອ​ພົບ​ປະ​ກັບ​ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ (Benjamin Netanyahu) ​ແລະ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ ໂຢອາຟ ກັລລັນຕ໌ (Yoav Gallant). ການ​ເດີນ​ທາງ​ຂອງ​ນັກ​ການ​ທູດ​ລະດັບສູງສະຫະລັດ ຈະ​ນຳ​ທ່ານ​ໄປທີ່ ​ກາ​ຕ້າ ​ແລະ ​ຈໍ​ແດນ, ບ່ອນ​ທີ່​ທ່ານ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ທີ່​ສຸມ​ໃສ່ເລື້ອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ສຳ​ລັບ​ເຂດ​ກາຊາ.

​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ອິສຣາ​ແອ​ລ ຈະ​ຍອມຮັບ​ເອົາ​ຂໍ້​ສະ​ເໜີ​ຢຸດ​ຍິງ ຊຶ່ງ​ລວມທັງ​ການ​ຢຸດການສູ້ລົບກັນ​ໃນ​ເບື້ອງ​ຕົ້ນ, ການ​ປ່ອຍຕົວ​ປະກັນ​ຈາກ​ເຂດ​ກາຊາ, ການ​ປ່ອຍ​ຕົວ​ນັກ​ໂທດຊາວ​ປາ​ແລັ​ສໄຕນ໌ ​ທີ່ອິສຣາ​ແອລຈັບໄວ້, ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳເພີ້ມຂຶ້ນ ສຳລັບ​ຊາວ​ປາ​ແລັສໄຕ​ນ໌, ການຖອນໂຕອອກຂອງທະຫານ​ອິສຣາ​ແອລຈາກເຂດທີ່ມີປະຊາກອນແອອັດຂອງເຂດກາຊາ, ເຂດ​ທີ່​ມີ​ພົນລະ​ເມືອງ​ຂອງ​ເຂດກາຊາ ​ແລະ​ການ​ກັບຄືນເມືອ​ບ້ານ​ເຮືອນ ​ພ້ອມທັງຄຸ້ມບ້ານຕ່າງໆຂອງ​ພົນລະ​ເຮືອນຊາວປາແລັສໄຕນ໌.

ກຸ່ມຮາມາສ ບໍ່ຍອມຮັບ ຫຼືປະຕິເສດແຜນດັ່ງກ່າວ, ເຊິ່ງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ໃຫ້ລາຍລະອຽດ ຕໍ່ສາທາລະນະ ເມື່ອຫຼາຍກວ່ານຶ່ງອາທິດທີ່ຜ່ານມາ.

ຮ່າງ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ພະຍາຍາມທີ່ຈະ​ເພີ້ມ​ຄວາມ​ກົດ​ດັນ​ຕໍ່​ກຸ່ມຮາມາສ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທັງ ກຸ່ມຮາມາສ ​ແລະ ອິສຣາແອລ ປະຕິບັດຕາມ​ຂໍ້​ຕົກລົງ​ຢຸດ​ຍິງ​ຢ່າງ​ຄົບ​ຖ້ວນ “​ໂດຍ​ບໍ່ມີການ​ຊັກ​ຊ້າ ​ແລະ ບໍ່​ມີ​ເງື່ອນ​ໄຂໃດໆ,” ອີງ​ຕາມ​ຂໍ້ຄວາມ​ທີ່​ເປີດເຜີຍ​ໂດຍ VOA.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG