ສະຫະລັດ ໄດ້ອອກຄໍາສັ່ງໃຫ້ ບັນດາເຈົ້າໜ້າທີ່ແລະຄອບຄົວ
ຂອງນັກການທູດ ຜູ້ທີ່ບໍ່ມີໜ້າທີ່ອັນຈໍາເປັນທີ່ສຸດນັ້ນ ໃຫ້ພາ
ກັນອອກຈາກສະຖານທູດ ທີ່ Sudan ແລະ Tunisia.
ກະຊວງການຕ່າງປະເທດ ໄດ້ອອກຄໍາສັ່ງດັ່ງກ່າວໃນວັນເສົາ ວານນີ້ ແລະໄດ້ເຕືອນພົນລະເມືອງອາເມຣິກັນ ບໍ່ໃຫ້ເດີນທາງໄປຍັງສອງປະເທດນັ້ນ ເພາະເປັນຫ່ວງນໍາການກໍ່ຄວາມຮຸນແຮງ ຕ້ານອາເມຣິກາ ເພິ່ມທະວີຂຶ້ນນັ້ນ.
ຮູບເງົາຕໍ່ຕ້ານມຸສລິມເລື້ອງນື່ງທີ່ສ້າງຢູ່ໃນສະຫະລັດ ໄດ້ກໍ່ໃຫ້ເກີດຄື້ນຟອງການປະທ້ວງ ແລະຄວາມຮຸນແຮງ ໃນອາທິດແລ້ວນີ້ ຢູ່ທົ່ວພາກຕາເວັນອອກກາງ ແລະໃນຂົງເຂດອື່ນໆ.
ຜູ້ຊາຍຄົນນຶ່ງ ທີ່ຢູ່ເບື້ອງຫລັງການສ້າງຮູບເງົາສ່ວນໂຕ ໄດ້ຖືກເຈົ້າໜ້າທີ່ເອົາໂຕໄປສອບປາກຄໍາ ໃນວັນເສົາ ວານນີ້ ຢູ່ທີ່ລັດຄາລີຟໍເນຍ.
ຢູ່ໃນບາງປະເທດມຸສລິມ ຄວາມສະຫງົບໄດ້ກັນຄືນມາແດ່ແລ້ວໃນວັນເສົາວານນີ້ ຫລັງຈາກໄດ້ເກີດຄວາມຮຸນແຮງ ຂື້ນໃນວັນອັງຄານຜ່ານມາ ແລະເອກອັກຄະລັດຖະທູດສະຫະລັດ ປະຈໍາລີເບຍ ທ່ານ Christopher Stevens ໄດ້ຖືກສັງຫານ ພ້ອມກັບຊາວອາເມຣິກັນອີກສາມຄົນ. ມີພວກປະທ້ວງຫລາຍຄົນໄດ້ເສຍຊີວິດນັບຕັ້ງແຕ່ນັ້ນມາ.
ສາຂາຂອງກຸ່ມກໍ່ກາຍຮ້າຍ al-Qaida ຢູ່ໃນປະເທດເຢເມນ ໄດ້ຮຽກຮ້ອງໃຫ້ມີການກໍ່ຄວາມ
ຮຸນແຮງຕ້ານສະຖານທູດອາເມຣິກາຕື່ມອີກ ຫລັງຈາກທີ່ມີການປະທ້ວງຢ່າງຮ້າຍແຮງ ຕ້ານຮູບເງົາເລື້ອງດັງກ່າວ.
ເບີ່ງວີດີໂອ ກ່ຽວກັບປະຕິກິລິຍາ ຂອງຊາວອາເມຣິກັນ ມຸສລິມ ຕໍ່ການປະທ້ວງ ຢູ່ພາກຕາເວັນອອກກາງ: